ກ້ອນ​ກຳລັງລົດຖັງ

(GMT+08:00) 2009-10-01 11:10:11 cri
-----------------------------------------------------------------------------------------------------------------

ກ້ອນ​ກຳລັງ​ລົດ​ຖັງ​ທີ​ໜຶ່ງ​ແມ່ນ​ທະຫານ​ກອງ​ໜ້າ​ຂອງກ້ອນກຳລັງ​ອາວຸດ​ຍຸດ​ໂທ​ປະກອນ​ທັງ​ໝົດ.ກ້ອນ​ກຳລັງ​ລົດ​ຖັງ​ທີ​ໜຶ່ງ​ປະກອບ​ດ້ວຍ​ກອງພັນ​ໃຫຍ່​ກອງທັບ​ແດງ​ທີ່​ກຳ​​ເນີ​ດ​ຂຶ້ນ​ເມື່ອ​ປີ1928,ນີ້​ແມ່ນ​ກອງ​ທະຫານ​ວິລະຊົນ​ທີ່​ມີປະຫວັດ​ເກົ່າ​ແກ່​ກວ່າ​ສປ ຈີນ.

​ໃນ​ພິທີ​ສວນສະໜາມ​ສະຫລອງ​ວັນ​ສ້າງ​ຕັ້ງປະ​ເທດ​ຈີນ​ໃໝ່​ຄົບຮອບ35ປີ, ກອງພັນ​​ໃຫຍ່​ກອງນີ້​ຍັງ​ແມ່ນກ້ອນ​ກຳລັງ​ລົດຈັກ, ​ໃນ​ການສວນສະໜາມ​ສະຫລອງ​ວັດ​ຊາດ​ຈີນຄົບຮອບ50​ປີ, ​ໄດ້​​ກາຍ​ເປັນ​ກ້ອນ​ກຳລັງ​ລົດ​ຫຸ້ມ​ເກາະລຳລຽງ​ພົນທະຫານ​ຮາບ.

​ໃນ​ການ​ສວນສະໜາມເທື່ອ​ນີ້, ກອງພັນ​ໃຫຍ່​ຂອງ​ກອງທັບ​ແດງ​ໄດ້​ປະກອບ​ລົດ​ຖັງ​ແບບ99ຮຸ່ນ​ທີ3ທີ່​ມີ​ລະດັບ​ຂໍ້​ມູນ​ຂ່າວສານ​ອ່າວສູງ.ກາ​ນປ່ຽນ​ອາວຸດ​ຍຸດ​ໂທປະກອນ​ຂອງ​ກອງ​ທະ​ຫາ​ນວິລະ​ຊົນ​ກອງ​ນີ້​ກໍ​​ແມ່ນ​ພາບ​ຫຍໍ້​ໃຫ້​ແກ່​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ​ແຫ່ງ​ການ​ກໍ່ສ້າງ​ກອງທັບ​ຈີນ​​ໃຫ້​ທັນ​ສະ​ໄໝ.

2, ກ້ອນ​ກຳລັງ​ລົດ​ຖັງ​ທີ2
ກ້ອນ​ກຳລັງ​ລົດ​ຖັງ​ທີ2​ແມ່​ນປະກອບ​ດ້ວຍ​ລົດຖັງ​ແບບ96A, ລົດຖັງ​ຊະນິດ​ນີ້​ແມ່ນ​ລົດ​ຖັງ​ຫລັກ​ທີ່​ກອງທັບ​ຈີນປະກອບ.

​ໃນ​ສະ​ໄໝ​ໃໝ່,ຄວາມ​ສາມາດ​ສູ້​ຮົບ​ຮ່ວມ​ໃຕ້​​ເງື່ອນ​ໄຂ​ຂໍ້​ມູນ​ຂ່າ​ວສານຂອງ​ກອງທັບ​ບົກ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

3, ກ້ອນ​ກຳລັງ​ລົດ​ຕະລຸມ​ບອນ​ສະ​ເທີນນ້ຳ​ສະ​ເທີນບົກ
ກຳລັງ​ໃກ້​​ເຂົ້າ​ມານີ້​ແມ່ນກ້ອນ​ກຳລັງ​ລົດ​ຕະລຸມ​ບອນ​ສະ​ເທີ​ນນ້ຳ​ສະ​ເທີ​ບົກ​ແບບ05. ​ຕົ້ນ​ກຳ​ເນີ​ດຂອງກອງ​ທະຫານ​ກອງ​ນີ້​ເຄີຍ​ເຂົ້າ​ຮ່ວມ​ການ​ລຸກ​ຮື​ຂຶ້ນ​ເມືອງ​ໜານ​ຊ່າງ​ໃນ​ວັນ​ທີ1ສິງຫາ​ປີ1927, ການ​ລຸກ​ຮື​ຂຶ້ນ​​ເທື່ອ​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​​ເຫັນ​ວ່າ, ກອງທັບ​ປະຊາຊົນ​ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູນິດ​ຈີນ​ໄດ້​ກຳ​​ເນີ​ດ​ເກີດ​ຂຶ້ນ​ແລ້ວ. ​ໃນ​ສະ​ໄໝ​ໃໝ່, ກອງ​ທະຫານ​ກອງ​ນີ້​ໄດ້​ກາຍ​ເປັນ​ກອງ​ທະຫານ​ລົດ​​ຮົ​ບສະ​ເທີນນ້ຳ​ສະ​ເທີ​ນບົກ​ກອງ​ທຳ​ອິດ​​ໃນ​ປະຫວັດສາດ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>