ກ້ອນກຳລັງ​ລົດ​ຮົບສາຍພານທະຫານ​ຮາບ

(GMT+08:00) 2009-10-01 11:10:49 cri
-----------------------------------------------------------------------------------------------------------------

ກຳລັງ​ແລ່ນ​ເຂົ້າ​ມາ​ໃກ້​ນີ້​ແມ່ນກ້ອນ​ກຳລັງ​ລົດ​​ຮົບສາຍພານ​ທະຫານ​ຮາບ​ສອງ​ກອງ.
ກ້ອນ​ກຳລັງ​ລົດ​ຮົບສາຍພານ​ທະຫານ​ຮາບ​ແບບ​ໃໝ່​​ເປັນ​ການສະ​ແດງ​ອອກ​ອັນ​ສຳ ຄັນ​ໃຫ້​​ເຫັນ​ການ​ກໍ່ສ້າງ​​ກອງທັບບົກ​ຈີນ​​ໃຫ້​ທັນ​ສະ​ໄໝ​.

5, ກ້ອນ​ກຳລັງລົດລໍ້​ສູ້​ຮົບ​ແບບ​ໃໝ່ຂອງ​ທະຫານ​ຮາບ
ກຳລັງແລ່ນຜ່ານ​ນີ້​ແມ່ນ​ລົດລໍ້​ສູ້​ຮົບ​ແບບ​​ໃໝ່ຂອງ​ທະຫານ​ຮາບ,ຄວາມ​ຄ່ອງ​ແຄ້ວ​​​ແລະ​ຄວາ​ມສາມາດ​ສູ້​ຮົບ​ດ້ານ​ຂໍ້​ມູນ​ຂ່າວສານ​ໄດ້​ຍົກ​ສູງ​ຂຶ້ນຢ່າງ​ເດັ່ນ​ຊັດ.

​ກອງ​ທັບ​ບົກ​ຂອງ​ຈີນ​ອີງ​ຕາມ​ຄາດໝາຍ​ທີ່​ເອົາ​ຊະນະ​ສົງຄາມ​​ແບບ​ຂໍ້​ມູນ​ຂ່າວສານ, ​ໄດ້​ບັນລຸ​ກາ​ນຫັນປ່ຽນຈາກ​ການຝຶກ​ຊ້ອມ​ຢູ່​ໃຕ້​​ເງື່ອນ​ໄຂ​ຍານ​ຍົນ​ມາ​ເປັນ​ການ​ຝຶກ​ຊ້ອມ​ຢູ່​ໃຕ້​​ເງື່ອນ​ໄຂ​ຂໍ້​ມູນ​ຂ່າວສານ, ​ໄດ້​ປະກົດມີ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດດ້ານ​ການ​ບັນຊາ​ແບບ​ໃໝ່​ຈຳນວນ​ຫລວງຫລາຍທີ່​ຊຳນານ​ຄວາມ​ຮູ້​ດ້ານ​ຂໍ້​ມູນ​ຂ່າ​ວສານ​​​ແລະ​ຮູ້ຈັກ​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນ​ຂໍ້​ມູນ​ຂ່າ​ວສານ​, ຄວາ​ມສາມາດ​ສູ້​ຮົບ​ໃຕ້​​ເງື່ອນ​ໄຂ​ຂໍ້​ມູນ​ຂ່າວສານ​ຂອງ​ກອງທັບ​ບົກ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

6, ກ້ອນ​ກຳລັງ​ລົດຮົບ​ຂອງ​ທະຫານ​ເຮືອ​ສູ້​ຮົບ​​ເທິງ​ບົກ
ກຳລັງ​ແລ່​ນ​ໃກ້​​ເຂົ້າ​ມາ​ນີ້​ແມ່ນກ້ອນ​ກຳລັງ​ລົດ​​ຮົບທະຫານ​ຮາບ​ສະ​ເທີນ​ນ້ຳສະ​ເທີນ​ບົກ​​ແບບ05, ລົດ​ຮົບ​ຊະນິດ​ນີ້​ເຮັດ​ໃຫ້​ອາວຸດ​ຍຸດ​ໂທປະກອນຫລັກ​ຂອງ​ະຫານ​ເຮືອ​ສູ້​ຮົບ​ເທິງບົກ​ຂອງ​ຈີນ​ກ້າວ​​ເຂົ້າ​ສູ່​ຖັນແຖວກ້າວ​ໜ້າ​ຂອງ​ໂລກ.

7, ກ້ອນ​ກຳລັງລົດ​ຮົບ​ຂອງ​ທະຫານ​ໂຕນ​ຈ້ອງ
ກຳລັງ​ແລ່ນ​ໃກ້​​ເຂົ້າ​ມານີ້​ແມ່ນກ້ອນ​ກຳລັງ​ລົດ​ຮົບ​ຂອງ​ທະຫານ​ໂຕນ​ຈ້ອງ. ​ເຂົາ​ເຈົ້າ​ນຸ່ງ​ຊຸດ​ລາຍສີຟ້າ,ຂັບ​ລົດ​​ຮົບ​ທະຫານ​ໂຕນ​ຈ້ອງ​ຮຸ່ນທຳ​ອິດ​ທີ່​ຈີນ​ຄົ້ນ​ຄວ້າ​ຜະລິດ​​ເອງຮັບ​ການກວດ​ແຖວ.

8, ກ້ອນ​ກຳລັງລົດ​ຫຸ້ມ​​ເກາະ​ຕຳຫຼວດ​ປະ​ກອບ​ອາວຸດ
ກ້ອນ​ກຳລັງລົດ​ຫຸ້ມ​​ເກາະ​ສີຂາວ​ທີ່​ແລ່ນໃກ້​ເຂົ້າ​ມານີ້​ແມ່ນກ້ອນ​ກຳລັງລົດ​ຫຸ້ມ​ເກາະ​ຕຳຫຼວດ​ປະກອບ​ອາວຸດ​ແບບ 08, ​ກອງ​ຕຳຫລວດ​ກອງ​ນີ້​ທີ່ຖືກ​ເອີ້ນ​ເປັນ​ກອງ​ຕະລຸມບອນ​ເສືອ​ດາວ​ຫິມະ​ແມ່ນ​ມາ​ຈາກ​ກອງ​ສູ້​ຮົບ​ພິ​ເສດ​ຂອງກອງ​ຕຳຫຼວດ​ປະກອບ​ອາວຸດ​​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ນີ້​ແມ່ນ​ກຳລັງ​ຕະລຸມ​ບອນ​ທີ່​ຫາບ​ແບກ​ໜ້າ​ທີ່​ແກ້​ໄຂ​ເຫດການ​ສຸກ​ສີນ, ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ສັງຄົມ.

9, ກ້ອນ​ກຳລັງ​ປືນ​ໃຫຍ່​​ສາຍພານ
ກຳລັງ​ແລ່ນ​ໃກ້​ເຂົ້າ​ມາ​ນີ້ແມ່ນ​ກ້ອນ​ກຳລັງ​ປືນ​ໃຫຍ່​5ກ້ອນ.
ກ້ອນ​ທຳ​ອິດ​ແມ່ນກ້ອນ​ກຳລັງ​ປືນ​ໃຫຍ່​​ສາຍພານ​ແບບ05.

10 ກ້ອນ​ກຳລັງ​ປືນ​ໃຫຍ່​ໂຮ​ວິດ​ເຊີ​ສາຍພານ
ກ້ອນ​ກຳລັງ​ປືນ​ໃຫຍ່​ໂຮ​ວິດ​ເຊີ​ສາຍພານ​ແບບ07,ຕົ້ນ​ກຳ​ເນີ​ດຂອງ​ມັນ​​ເຄີຍ​ໄດ້ສ້າງ​ຄຸນງາມຄວາມດີ​ທີ່​ພົ້ນ​ເດັ່ນໃນ​ສະ​ໄໝ​ສົງຄາມ.​ໂດຍ​ປະ​​ເຊີ​ນໜ້າ​ກັບ​ໂອກາດ​ແລະ​ການ​ທ້າ​ທາຍ​ແຫ່ງ​ການ​ປະຕິ​ຮູບທາງ​ການ​ທະຫານ​ຂອງ​ໂລກ, ກອງທັບ​ຈີນ​ໄດ້​ເລັ່ງລັດ​ບາດກ້າວການ​ກໍ່ສ້າງຫັນ​ເປັນ​ຂໍ້​ມູນ​ຂ່າວສານ​ຂອງ​ກອງທະຫານ​ປືນ​ໃຫຍ່, ກອງ​ທະຫານ​ປືນ​ໃຫຍ່​​​ເຊິ່ງ​ເປັນ​ເຫົ່ຼາທັບ​ມູນ​

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>