ກ້ອນ​ກຳລັງລົດປືນ​ຄົກ.

(GMT+08:00) 2009-10-01 11:11:16 cri
-----------------------------------------------------------------------------------------------------------------

ກຳລັງ​ແລ່ນໃກ້​​ເຂົ້າ​ມານີ້ແມ່ນກ້ອນ​ກຳລັງລົດປືນ​ຄົກ.ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​​ໃຫ້​ເຫັນ​ວ່າ,​​ໂຄງ​ປະກອບ​ກຳລັງ​ໄຟ​ຂອງ​ທະຫານ​ປືນ​ໃຫຍ່​ຂອງ​ຈີນ​ມີ​ກາ​ນປ່ຽນ​ແປ​ງ​ໃໝ່​,ພາຫະນະໂຈ​ມຕີ​ກໍ່​ຄ່ອງ​ແຄ້ວ​ກວ່າ​ເກົ່າ​ແລະ​ຫຼາຍ​ກວ່າ​ເກົ່າ,ຄວາມ​ສາມາດ​ເຂົ້າ​ກັບ​ສະພາບ​ສະໜາມ​ຮົບ​ກໍ່​ເພີ່ມ​ທະວີ​ຂຶ້ນ​ຕື່ມ​ອີກ.

12, ກ້ອນ​ກຳລັງລົດ​ປືນຕະລຸມບອນກຳລັງ​ແລ່ນໃກ້​​ເຂົ້າ​ມາ​ນີ້​ແມ່ນກ້ອນ​ກຳລັງ​ລົດ​ປືນ​ຕະລຸມ​ບອນ​ຮ້ອຍ​ມີ​ລີ​ແມັດ.ກາ​ນປະກອບ​ປືນ​ຕະລຸມບອນ​ດັ່ງກ່າວ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ລະບົບ​ອາວຸດຍຸດ​ໂທປະກອນ​ຂອງ​ທະຫານປືນ​ໃຫຍ່​ທາງ​ໜ້າດິນ​ຂອງ​ຈີນ​​ໄດ້ສົມບູນ​ກວ່າ​ເກົ່າ​ໂດຍ​ຄຽງ​ຄູ່​ກັບ​​ຄວາມສາມາດ​ຊ່ວຍ​ເຫຼືອໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

13, ກ້ອນ​ກຳລັງປືນຈະ​ຫລວດ.
ກ້ອນ​ກຳລັງ​ປືນຈະ​ຫລວດ​ຍິງ​​ໄລຍະ​ໄກ​ທີ່​ປະກອບ​ດ້ວຍ​ລົດ​ຮົບ16ຄັນ​ພວມ​​ແລ່ນ ຜ່ານ​​ໜ້າ​ເວທີ​ກວດ​ພົນ, ປືນຈະ​ຫລວດຍິງ​ໄລຍະ​ໄກ​ປາກ​ກວ້າງ300ມີ​ລີ​ແມັດ​ແບບ​ໃໝ່​ຊີ້​ໃສ່​ທ້ອງຟ້າ​ຢ່າງ​ສະຫງ່າ​.

14, ກ້ອນ​ກຳລັງ​ຂີ​ປະ​ນາ​ວຸດ​ຕ້ານ​ລົດຖັງ
ກຳລັງ​ແລ່ນ​​ໃກ້​ເຂົ້າ​ມາຫາ​ພວກ​ເຮົາ​ນີ້​ແມ່ນກ້ອນ​ກຳລັງ​ຂີ​ປະ​ນາ​ວຸດ​ຕ້ານ​ລົດ​ຖັງຂະ ໜາດ​ໜັກ​ທີ່​ປະກອບ​ດ້ວຍ​ລົດ​ຍິງຂີ​ປະ​ນາ​ວຸດ​ຕ້ານ​ລົດຖັງ18ຄັນ.
ປະຈຸ​ບັນ,ກອງທັບ​ຈີນ​ໄດ້​ປະກອບ​ລະບົບ​ອາວຸດຂີ​ປະ​ນາ​ວຸດ​ຕ້ານ​ລົດ​ຖັງ​ແບບ​ທະຫານ​ດ່ຽວ​ຫິ້ວ​ງ່າຍ, ​ແບບບັນທຸກ​ເທິງ​ລົດ​ແລະ​ບັນທຸກ​​ເທິງ​ຍົນ​ແຮ​ລີ​ກົບ​ເຕ, ຄວາມ​ສາມາດ​ຕ້ານ​ລົດ​ຫຸ້ມ​ເກາະໄດ້​ສູງ​ຂຶ້ນ​ຢ່າງ​ໜັກ​ແໜ້ນ.

15, ກ້ອນ​ກຳລັງລົດປືນ​ໃຫຍ່​ຕ້ານ​ອາກາດ​ແບບ​ສາຍພານ
ກຳລັງ​ແລ່ນໃກ້​​ເຂົ້າ​ມານີ້​ແມ່ນກ້ອນ​ກຳລັງ​ປືນ​ໃຫຍ່​ຕ້ານ​ອາກາດ​ແບບ​ສາຍພານ, ​ແມ່ນ​ລະບົບ​ອາວຸດ​ໜ້າດິນ​ຕ້ານ​ອາກາດ​ທີ່​​ເອົາຂີ​ປະ​ນາ​ວຸດ​ຕ້ານ​ອາກາດ​ປະສານ​ສົມທົບ​ກັບປືນ​ໃຫຍ່ຕ້ານ​ອາກາດ.
ຄຽງ​ຄູ່​ກັບ​ບະບົບ​ເຕືອນ​ໄພ​​ວັດ​ແທກ​, ລະບົບ​ໂຈມ​ຕີ​ດ້ວຍກຳລັງ​ປືນ​ໃຫຍ່​ແລະ​ລະ ບົບ​ບັນຊາ​ຄວບ​ຄຸມ​ທີ່​ທັນ​ສະ​ໄໝ​ໄດ້​ມີ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ,ຄວາມ​ສາມາ​ດປ້ອງ​ກັນ​ອາກາດ​ຂອງ​ກອງ​ທະຫານ​ໜ້າດິນ​ຂອງ​ຈີນ​ກໍ່ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

16, ກ້ອນ​ກຳລັງ​ຂີ​ປະ​ນາ​ວຸດ​ຕ້ານ​ອາກາດ
ກຳລັງ​ແລ່ນ​ໃກ້​​ເຂົ້າ​ມານີ້​ແມ່ນກ້ອນ​ກຳລັງ​ຂີ​ປະ​ນາ​ວຸດ​ຕ້ານ​ອາກາດ​ແບບ​ຫົງ​ສີ7B​ທີ່​ປັບປຸງ​​ໃໝ່.

17-19 ​ແມ່ນ​ກ້ອນ​ກຳລັງ​ລູກ​ສອນ​ໄຟນຳ​ວິຖີ​ກ່ຳ​ປັ່ນ​ຕໍ່​ອາກາດ, ຕ້ານ​ກ່ຳ​ປັ່ນ​ແລະ​ລູກ​ສອນ​ໄຟ​ນຳ​ວິຖີຕ້ານ​ກ່ຳ​ປັ່ນ​ຈາກຊາຍ​ຝັ່ງ.​ກຳລັງ​ແລ່ນໃກ້​ເຂົ້າ​ມານີ້​ແມ່ນກ້ອນ​ກຳລັງ​ລູກ​ສອນ​ໄຟນຳ​ວິຖີ​ກ່ຳ​ປັ່ນ​ຕໍ່​ອາກາດ, ກ້ອນ​ກຳລັງ​ລູກ​ສອນ​ໄຟ​ນຳ​ວິຖີຕ້ານ​ກ່ຳ​ປັ່ນ​ແລະກ້ອນ​ກຳລັງ​ລູກ​ສອນ​ໄຟນຳ​ວິຖີ​ຕ້ານ​ກ່ຳ​ປັ່ນ​ຈາກ​ຊາ​ຍຝັ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>