ກ້ອນ​ກຳລັງ​ລູກ​ສອນ​ໄຟນຳ​ວິຖີ​ດິນ​ຕໍ່​ອາກາດ​ຫົງ-9

(GMT+08:00) 2009-10-01 11:12:41 cri
-----------------------------------------------------------------------------------------------------------------
ກຳລັງ​ແລ່ນໃກ້​ເຂົ້າ​ມາ​ນີ້​ແມ່ນກ້ອນ​ກຳລັງ​ລູກ​ສອນ​ໄຟນຳ​ວິຖີ​ດິນ​ຕໍ່​ອາກາດ​ຫົງ-9, ປະກອບ​ດ້ວຍກອງ​ທະຫານ​ລູກ​ສອນ​ໄຟ​ນຳ​ວິຖີ​ດິນ​ຕໍ່​ອາກາດ​ແບບ​​ໃໝ່​ຂອງ​ກອງທັບ​ອາກາດ​ຈີນ. ນີ້​ແມ່ນ​ກອງ​ທະຫານ​ວິລະ​ຊົນ​ທີ່​ໃຊ້​ລູກ​ສອນ​ໄຟ​ນຳ​ວິຖີ​ດິນ​ຕໍ່​ອາກາດ​ຍິງ​ຍົນ​ສອ​ດ​ແນມ​​ເທີ​ງທ້ອງຟ້າສູງ​​ໃຫ້​ຕົກເປັນ​ຄັ້ງ​ທຳ​ອິດ​​ໃນ​ປະຫວັດສາດ​ປ້ອງ​ກັນ​ອາກາດຂອງ​ໂລກ.
21,​ກ້ອນ​ກຳລັງ​ລູກ​ສອນ​ໄຟ​ນຳ​ວິຖີ​ດິນ​ຕໍ່​ອາກາດ​ຫົງ-12
ກຳລັງ​ແລ່ນໃກ້​ເຂົ້າ​ມາ​ນີ້​ແມ່ນກ້ອນ​ກຳລັງ​ລູກ​ສອນ​ໄຟ​ນຳ​ວິຖີ​ດິນ​ຕໍ່​ອາກາດ​ຫົງ-12.
ກອງ​ທະຫານ​ລູກ​ສອນ​ໄຟ​ນຳ​ວິຖີ​ດິນ​ຕໍ່​ອາກາດ​ຂອງ​ກອງທັບ​ອາກາດ​ຈີນ​ໄດ້​ບັນລຸ​ກາ​ນຫັນປ່ຽນ​ຈາກ​ອາວຸດ​ຍຸດ​ໂທ​ປະກອນ​ຢ່າງ​ດຽວ​ມາ​ເປັນ​ຫຼາຍ​ຢ່າງ, ຄວາມ​ສາມາດ​ສູ້​ຮົບ​ກໍ​ໄດ້​ຈາກ​ການ​ຕ້ານ​ອາກາດ​ຢ່າງ​ດຽວ​ປ່ຽນ​ມາ​ເປັນ​ທັງ​ສາມາດ​ຕ້ານ​ອາກາດແລະ​ກໍ​ສາມາດ​ຕ້ານ​ລູກ​ສອນ​ໄຟນຳ​ວິຖີ, ລະດັບ​ປ້ອງ​ກັນ​ອາກາດ​ຢູ່​ໜ້າດິນ​ຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.
22, ກ້ອນ​ກຳລັງຣາດາ​ເຄື່ອນ​ທີ່
ກຳລັງໃກ້​ເຂົ້າ​ມາ​ນີ້​ແມ່ນກ້ອນ​ກຳລັງຣາດາ​​ເຄື່ອນ​ທີ່​ທີ່​​ເຂົ້າ​ຮ່ວມ​ການສວນສະໜາມ ສະຫລອງວັນຊາດ​ເປັນ​ຄັ້ງ​ທຳ​ອິດ.
​ໃນ​ຫຼາ​ຍປີ​ມາ​ນີ້,ກອງທັບ​ອາກາດ​ຈີນ​ໄດ້​ຖື​ເອົາ​ວຽກ​ງານ​ສອດ​ແນມ​ແລະ​ເຕືອນ​ໄພ​ເປັນ​ວຽກ​ງານ​ຈຸດ​ໜັກ​ແຫ່ງ​ການ​ສ້າງສາ​​ໃຫ້​ຫັນ​ເປັນ​ຂໍ້​ມູນ​ຂ່າວສານ,​ເວ​ນຍາມ​ໃຫ້​ແກ່ປະ​ເທດ​ຊາດ​​ໃນ​ທຸກ​ເວລາ.
23, ກ້ອນ​ກຳລັງ​ທະຫານ​ໂທ​ລະ​ຄົມ
ກຳລັງໃກ້​ເຂົ້າ​ມາ​ນີ້​ແມ່ນ​ກ້ອນ​ກຳລັງ​ທະຫານ​ໂທລະ​ຄົມ​ທີ່​ເຂົ້າ​ຮ່ວມ​ການສວນສະ ໜາມ​ສະຫລອງວັນຊາດ​ຈີນ​ເປັນ​ຄັ້ງ​ທຳ​ອິດ. ຕົ້ນ​ກຳ​ເນີ​ດຂອງກອງ​ທະຫານ​ກອງ​ນີ້​​ແມ່ນ​ກອງ​ທະຫານວິທະຍຸກອງ​ທຳ​ອິດ​ຂອງ​ກອງທັບ​ແດງ​ຈີນ​ທີ່​ສ້າງຕັ້ງ​ຂຶ້ນ​ເມື່ອ​ປີ1931.
24. ກ້ອນ​ກຳລັງ​ຍົນ​ບໍ່​ມີ​ຄົນ​ຂັບ
ກຳລັງ​ບິນ​ໃກ້​​ເຂົ້າມາ​ນີ້​ແມ່ນ​ກ້ອນ​ກຳລັງ​ຍົນ​ສອດ​ແນມ​ບໍ່​ມີ​ຄົນ​ຂັບທີ່​ເຜີຍ​ໂສມ​ເປັນ​ເມື່ອ​ທຳ​ອິດ.
25, ກ້ອນ​ກຳລັງ​ອຸປະກອນພະລາທິການ
ກ້ອນ​ກຳລັງ​ອຸປະກອນ​ພະລາທິການ​ທີ່ເຂົ້າ​ຮ່ວມ​ການສວນສະໜາມ​ເປັນ​ຄັ້ງ​ທຳ​ອິດ ປະກອບ​ດ້ວຍ​ລົດ​ຜ່າຕັດສະໜາມ, ລົດ​ປຸງ​ແຕ່ງອາຫານ, ລົດ​ຕອງນ້ຳ​, ລົດ​ຕື່ມ​ນ້ຳມັນ​ເຊື້ອ​​ໄຟ​ແລະ​ລົດ​ສະຖານີ​ລົດ​ໄຟຂະໜາດ​ໜັກ​ເປັນ​ຕົ້ນ.
​ເພື່ອ​​ຄວາມ​ຕ້ອງການ​ທີ່​ສຳ​ເລັດ​ໜ້າ​ທີ່​ຫຼາຍ​ຮູບຫຼາຍ​ຢ່າງ,ການ​ຄຸ້ມ​ຄອງ​ພະລາທິ ການ​ຂອງ​ກອງທັບ​ຈີນ​ໄດ້​ຫັນປ່ຽນ​ເປັນ​​ເປັນ​ຄຸ້ມ​ຄອງແບບ​​ວິທະຍາສາດ.
26, ກ້ອນ​ກຳລັງ​ລູກ​ສອນ​ໄຟ​ນຳ​ວິຖີ​​ແຜນ​ທຳ​ມະ​ດາຕົ່ງ​ເຟິ່ງ15ຂ
ກຳລັງ​ແລ່ນໃກ້​ເຂົ້າ​ມາ​ນີ້​ແມ່ນ​ກ້ອນ​ກຳລັງ​ລູກ​ສອນ​ໄຟ​ນຳ​ວິຖີ​ແຜນ​ທຳ​ມະ​ດາ​ຕົ່ງ​ເຟິ່ງ15ຂ,ປະກອບ​ດ້ວຍກອງ​ພົນ​ນ້ອຍ​ລູກ​ສອນ​ໄຟ​ນຳ​ວິຖີ​ແຜນ​ທຳ​ມະ​ດາ​ຕົ່ງ​​ເຟິ່ງ15ຂທີ່​ຖືກ​ຂະໜານ​ນາມ​ເປັນ​ກອງ​ພົນ​ນ້ອຍລູກ​ສອນ​ໄຟ​ນຳ​ວິຖີ​ແຜນ​ທຳ​ມະ​ດາ​ກອງ​ທີ​ໜຶ່ງ​ຂອງ​ຈີນ.
ກອງ​ທະຫານ​ລູກ​ສອນ​ໄຟ​ນຳ​ວິຖີ​ຫລື​ວ່າ​ກອງ​ທະຫານ​ປືນ​ໃຫຍ່​ທີ​ສອງແມ່ນ​ກຳລັງ​ແກນ​ກາງ​ຂອງຈີ​ນ​ໃນ​ການປະຕິບັດ​ການ​ນາມ​ຂູ່ທາງ​ຍຸດ​ທະ​ສາດ, ຕົ້ນຕໍ​ຮັບຜິດຊອບ​ໜ້າ​ທີ່​ສະກັດ​ກັ້ນ​ບໍ່​ໃຫ້​ປະ​ເທດ​ອື່ນ​ໃຊ້​ອາວຸດ​ນິວ​ເຄຼຍຕໍ່​ຈີນ, ປະຕິບັດ​ການຕ່າວ​ຕີ​ຄືນ​ດ້ວຍ​ອາວຸດ​ນິວ​ເຄຼຍ​ແລະ​ໃຊ້​ລູກ​ສອນ​ໄຟ​ນຳ​ວິຖີ​​ແຜນ​ທຳ​ມະ​ດາໂຈມ​ຕີ​ຢ່າງ​ແມ່ນຢຳ. ​ເມື່ອ​ໄດ້​ສ້າງສາ​ມາ​ເປັນ​ເວລາຫຼາຍ​ສິບ​ປີ,  ກອງ​ທະຫານ​ລູກ​ສອນ​ໄຟ​ນຳ​ວິຖີ​ຫລື​ວ່າ​ກອງ​ທະຫານ​ປືນ​ໃຫຍ່​ທີ​ສອງຂອງ​ຈີນ​ໄດ້​ສ້າງ​ເປັນ​ກຳລັງ​ສູ້​ຮົບ​ທີ່​ມີ​ການ​ນາບ​ຂູ່​ທັງ​ລູກ​ສອນ​ໄຟ​ນີວ​ເຄຼ່ຍແລະ​ລູກ​ສອນ​ໄຟ​ນຳ​ວິຖີ​ແຜນ​ທຳ​ມະ​ດາ, ທັງ​ມີ​ຄວາມ​ສາມາ​ໂຈມ​ຕີດ້ວຍ​ລູກ​ສອນ​ໄຟ​ນຳ​ວິຖີ​ນີວ​ເຄຼ່ຍ​ແລະ​ລູກ​ສອນ​ໄຟ​ນຳ​ວິຖີ​ແຜນ​ທຳ​ມະ​ດາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>