ກ້ອນ​ກຳລັງ​ລູກ​ສອນ​ໄຟ​ນຳ​ວິຖີ​​ແຜນ​ທຳ​ມະ​ດາຕົ່ງ​ເຟິ່ງ11ກ

(GMT+08:00) 2009-10-01 11:14:26 cri
-----------------------------------------------------------------------------------------------------------------

ກຳລັງ​ແລ່ນ​ຕາມ​ມາ​ນີ້​ແມ່ນ​ກ້ອນ​ກຳລັງ​ລູກ​ສອນ​ໄຟ​ນຳ​ວິຖີ​ແຜນ​ທຳ​ມະ​ດາ​ຕົ່ງ​ເຟິ່ງ11ກ. ລູກ​ສອນ​ໄຟ​ນຳ​ວິຖີ​ແຜນ​ທຳ​ມະ​ດາ​ຊະນິດ​ນີ້ສາມາດ​ໂຈມ​ຕີ​ເປົ້າ​ໝາຍ​ຫຼາຍ​ປະ​ເພດ​ຢ່າງ​ແມ່ນຢຳ​ໃນ​ທຸກ​ເວລາ​ແລະທຸກ​ທິດ.

28, ກ້ອນ​ກຳລັງ​ລູກ​ສອນ​ໄຟ​ນຳ​ວິຖລາດຕະ​ເວນ​ຫລືຄຼຸສສາງ​ຈ້ຽນ10.
​ກ້ອນ​ກຳລັງ​ລູກ​ສອນ​ໄຟ​ນຳ​ວິທີ​ຄຼຸສ​ແມ່ນ​ເຂົ້າ​ຮ່ວມ​ການສວນສະໜາມ​ເປັນ​ຄັ້ງ​ທຳ​ອິດ.
ລູກ​ສອນ​ໄຟ​ນຳ​ວິຖີ​ຄຼຸສ​ຖານ​ບົກ​ມີ​ໄລຍະ​ຍຶງ​ໄກ​ແລະ​ແມ່ນຢຳ,ສາມາດ​ບິນ​​ໃນ​ທ້ອງ ຟ້າຊັ້ນ​ຕ່ຳ,ລີ້​ຊ່ອນ​ໄດ້​ດີ​ແລະ​ສາມາດ​ບຸກໂຈມ​ຕີ​ຢ່າງ​ລຽນຕິດ,​ແມ່ນ​ດາບ​ຄົ​ມ​ທີ່​ໂຈມ​ຕີ​​ສັດ ຕູ​ຈາກໄລຍະ​ໄກ​ຢ່າງ​ແໝ່ນຢຳ. ນີ້​ແມ່ນ​ໝາກຜົນ​ຫຼ້າ​ສຸດທີ່ກອງ​ທະຫານ​ລູກ​ສອນ​ໄຟ​ນຳ​ວິຖີ​ຍຸດ​ທະ​ສາດ​ຂອງ​ຈີນ​ໄດ້​ຮັບ​ໃນ​ການຊຸກ​ຍູ້​ການ​ສ້າງສາ​​ໃຫ້​ຫັນ​ເປັນຂໍ້​ມູນ​ຂ່າວສານ.

29, ກ້ອນ​ກຳລັງ​ລູກ​ສອນ​ໄຟ​ນຳ​ວິຖີ​​ແຜນ​ທຳ​ມະດາຕົ່ງ​ເຟິ່ງ21ຄ
ກຳລັງ​ແລ່ນ​ໃກ້​ເຂົ້າ​ມາ​ນີ້​ແມ່ນ​ກ້ອນ​ກຳລັງລູກ​ສອນ​ໄຟ​ນຳ​ວິຖີ​ແອັສ​ແອັສ​ຍິງໄລຍະ​ກາງ​ແລະ​ໄລຍະ​ໄກ​ແບບ​ໃໝ່.

30, ກ້ອນ​ກຳລັງ​ລູກ​ສອນ​ໄຟ​ນຳ​ວິຖີ​ນິວ​ເຄຼຍຕົ່ງ​ເຟິງ31ກ
ກຳລັງ​ແລ່ນ​ໃກ້​ເຂົ້າ​ມາ​ນີ້​ແມ່ນ​ກ້ອນ​ກຳລັງ​ລູກ​ສອນ​ໄຟ​ນຳ​ວິຖີ​ນິວ​ເຄຼຍ. ກຳລັງ​ນິວ​ເຄຼຍຍຸດ​ທະ​ສາດ​ແມ່ນ​ສັນຍະລັກ​ພົ້ນ​​ເດັ່ນຂອງ​ກຳລັງ​ປ້ອງ​ກັນປະທດຂອງ​ຈີນ. ຄຽງ​ຄູ່​ກັບ​ການ​ພັດທະນາອາວຸດ​ຍຸດ​ໂທ​ປະກອນ​ຍຸດ​ທະ​ສາດ​ຂອງ​ຈີນ, ຄວາມ​ສາມາດ​ສະກັດ​ກັ້ນ​​ວິ​ກິດ​ການສົງຄາມ ​ປົກ​ປັກ​ຮັກສາ​ສັນຕິພາບ​ໂລກ​ຂອງ​ຈີນ​ກໍ​ໄດ້​​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຈີນ​ຍຶດໝັ້ນ​ນະ​ໂຍບາຍ​ບໍ່​ໃຊ້​ອາວຸດ​ນິວ​ເຄຼຍກ່ອນ​​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍຶດໝັ້ນ​ຍຸດ​ທະ​ສາດນີວ​ເຄຼ່ຍທີ່​ປ້ອງ​ກັນ​ຕົວ,ບໍ່​ຊ່ວງ​​ເສັງ​ກຳລັງ​ຮົບນິວ​ເຄຼຍກັບປະ​ເທດ​​ໃດໆ.ລູກ​ສອນ​ໄຟ​ນຳ​ວິຖີ​ແລະອາວຸດ​ນິວ​ເຄຼຍຂອງ​ຈີນ​ບໍ່​ເລັງ​ໃສ່​ປະ​ເທດ​ໃດໆ​ໃນ​ຍາມ​ທຳ​ມະ​ດາ;​ໃນເວລາ​ທີ່​ຈີນ​ຖືກ​ອາວຸດ​ນິວ​ເຄຼຍຂົ່ມ​ຂູ່,ກໍ່ຈະ​ຍົກ​ລະດັບລະມັດລະວັງ​ໃຫ້​ສູງ​ຂຶ້ນ, ​ແລະ​ກຽມພ້ອມ​ທີ່​ຈະ​ຕ່າວ​ໂຈມ​ຕີ​ຄືນ​ດ້ວຍ​ອາວຸດ​ນິວ​ເຄຼຍ, ນາມ​ຂູ່​ໃຫ້​ສັດຕູ​ຢຸດ​ການໃຊ້​ອາວຸດ​ນິວ​ເຄຼຍຕໍ່​ຈີນ; ​ໃນ​ເວລາ​ທີ່​ຈີນ​ຖືກ​ອາວຸດ​ນິວ​ເຄຼຍ​ໂຈມ​ຕີ, ​ຈະ​ໃຊ້ລູກ​ສອນ​ໄຟ​ນຳ​ວິຖີ​ອາວຸດ​ນິວ​ເຄຼຍ​ຕ່າວໂຈມ​ຕີຄືນ​ຕໍ່​ສັດຕູ​ຢ່າງ​ເດັດດ່ຽວ. ​ໃນ​ຖານະ​ເປັນ​ປະ​ເທດ​ໃຫຍ່​ທີ່​ຮັບຜິດຊອບ,ຈີນຈະ​ປະກອບ​ສ່ວນ​ກຳລັງ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ​​ເຂົ້າ​ໃນສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>