ກ້ອນ​ກຳລັງ​ເຮືອບິນ​ນຳ​ໜ້າ

(GMT+08:00) 2009-10-01 11:25:45 cri
-----------------------------------------------------------------------------------------------------------------

ນຳ​ໜ້າ​ບິນ​ຜ່ານ​ທ້ອງຟ້າ​ຂອງ​ສະໜາມ​ຫຼວງທ່ຽນ​ອ່ານ​ເມີນນັ້ນ​ແມ່ນ​ກ້ອນ​ກຳລັງ​ເຮືອບິນ​ນຳ​ໜ້າ​ທີ່​ປະກອບ​ດ້ວຍ​ເຮືອບິນ​ຫຼາຍ​ລຳ.​ເຮືອບິນ​ນຳ​ໜ້າ​ແມ່ນ​​ເຮືອບິນ​ເຕືອນ​ໄພ​ຄົ່ງຈິງ2000. ​ເຮືອບິນ​ທີ່​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ນັ້ນ​ແມ່ນ​ກອງ​ສະ​ແດງ​ການບິ​ນ​ໜຶ່ງ​ສິງຫາ ທີ່​ຖືກ​ຂະໜານ​ນາມ​ເປັນ​ກອງ​ກຽດຕິຍົດ​​ເທິງ​ອາກາດ​ຂອງ​ຈີນ.

ກ້ອນ​ກຳລັງ​ເຮືອບິນ​ທີ່​ເຂົ້າ​ຮ່ວມ​ການສວນສະໜາມ​ເທື່ອ​ນີ້​ກວມ​ທັງ​​ເຮືອບິນ​ຫລັກ​ທັງ​ໝົດທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງທີ່ກຳລັງ​ປະຈຳການ​​ໃນ​ປະຈຸ​ບັນ,​ປະ​ເພດ​​ແລະ​ຈຳ​ນວນ ເຮືອ​ບິນທີ່​ເຂົ້າ​ຮ່ວມ​ການ​ສວນສະໜາມ​ແມ່ນ​ຫລາຍ​ທີ່​ສຸດ​ໃນ​ປະຫວັດສາດ.

2, ກ້ອນ​ກຳລັງ​​ເຮືອບິນເຕືອນ​ໄພ
ກຳລັງ​ບິນ​ມາ​ນີ້​ແມ່ນ​ກ້ອນ​ກຳລັງ​​ເຮືອບິນ​ເຕືອນ​ໄພ​ທີ່​ປະ​ກອບ​ດ້ວຍ​​ເຮືອບິນ​ເຕືອນ​ໄພຄົ່ງຈິງ200 ສອງລຳ​ແລະ​ເຮືອບິນ​ຮົບ​​ແອັຟ11ຫົກ​ລຳ.

​ເຮືອ​ບິນ​ເຕືອນ​ໄພ​ປະ​ເພ​ດນີ້​ແມ່ນ​ຍຸດ​ໂທ​ປະກອນ​ຊ່ວຍ​ເຫືຼອ​ແລະຮັບປະກັນ​ແບບ​ຂໍ້​ມູນ​ຂ່າວສານ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງ, ​ໄດ້​ຕາບ​ຊ່ອງ​ຫວ່າງ​​ເຮືອບິນເຕືອນ​ໄພ​​ເທິ​ງອາ ກາດ​ຂອງ​ຈີນ.

3, ກ້ອນ​ກຳລັງ​​ເຮືອບິນ​ຖິ້ມ​ລະ​ເບີດ
ທີ່​ພວມ​ບິນ​ມາ​ນີ້​ແມ່ນ​ກ້ອນ​ກຳລັງ​​ເຮືອບິນ​ຖິ້ມ​ລະ​ເບີດ​ທີ່​ປະກອບ​ດ້ວຍ​​ເຮືອບິນ​ຫົ່ງ-6H 9ລຳ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>