ກ້ອນ​ກຳລັງຍົນ​ຈູ່​ໂຈມ​ຖິ້ມ​ລະ​​ເບີດ

(GMT+08:00) 2009-10-01 11:31:00 cri
-----------------------------------------------------------------------------------------------------------------

ກຳລັງ​ບິນ​ມານີ້​ແມ່ນ​ຍົນ​ຈູ່​ໂຈມ​ຖິ້ມ​ລະ​​ເບີດ​ທີ່​ປະກອບ​ດ້ວຍ​ຍົນ​ຈູ່​ໂຈມ​ຖິ້ມ​ລະ​ເບີດ-7Aລວມ15ລຳ​ຂອງ​ທະຫານ​ອາກາດ​ຂອງ​ກອງທັບ​ເຮືອ​ຈີນ.
ທະຫານ​ອາກາດ​ຂອງ​ກອງທັບ​ເຮືອ​ຈີນ​ໄດ້ພັດທະນາມາ​ເປັນ​ກອງທະຫານ​ທີ່​ມີ​ຍົນ​ຈູ່​ໂຈມ, ​ຍົນ​ຖິ້ມ​ລະ​ເບີດ, ຍົນ​ຕ້ານ​ການ​ສອດ​ແນມ, ຍົນ​ລົບ​ກວນ​ເອ​ເລັກ​ໂຕຼນິກ, ສາມາດ​​ໃຫ້​ການ​ຮັບປະກັນສຳຄັນ​ເພື່ອ​ຍາດ​ເອົາ​ສິດຄວບ​ຄຸມ​ທະ​ເລ.

6-8 ກ້ອນ​ກຳລັງ​ຍົນ​ຈູ່​ໂຈມ
ທີ່​ບິນ​​ໃກ້​​ເຂົ້າ​ມາ​ນີ້​ແມ່ນ​ກ້ອນ​ກຳລັງ​ຍົນ​ຈູ່​ໂຈມ, ຊຶ່ງ​ປະກອບ​ດ້ວຍ​ຍົນ​ຈູ່​ໂຈມ​ຈ່ຽນ-8F 16ລຳ, ຍົນ​ຈູ່​ໂຈມ​ຈ່ຽນ-10 15ລຳ​​ແລະ​ຍົນ​ຈູ່​ໂຈມ​ຈ່ຽນ-11 12ລຳ

ຍົນ​ສາມ​ປະ​ເພດ​ດັ່ງກ່າວ​ແມ່ນ​ຍົນຮົບອ​ະ​ເໜກປະສົງ​ທີ່​ໃຊ້​ໄດ້​ໃນ​ທຸກ​ສະພາບ​ອາກາດທີ່ຈີນຄົ້ນຄວ້າ​ຜະລິດ​ເອງ, ​ແມ່ນກຳລັງ​ສູ້​ຮົບ​ສຳຄັນທີ່​ຍາດ​ເອົາ​ສິດຄວບ​ຄຸມ​ອາກາດ, ດຳ​ເນີນການ​ໂຈມ​ຕີ​ທາງ​ອາກາດ​ແລະ​ປ້ອງ​ກັນ​ນ່ານຟ້າ​ຂອງ​ຈີນ.

ກອງທັບ​ອາກາດ​ທີ່​ກຳ​ເນີ​ດ​ເກີດ​ຂຶ້ນ​ພ້ອມ​ກັບປະ​ເທດ​ຈີນ​ໃໝ່, ​ໃນ​ຫົກ​ສິບປີ​ມາ​ນີ້, ກອງທັບ​ອາກາດ​ຂອງ​ຈີນ​ໄດ້​ກາຍ​ເປັນ​ກອງທັບ​ຍຸດ​ທະ​ສາດ​ທີ່​ປະກອບ​ດ້ວຍ​ຫຼາ​ຍປະ​ເພດ​ທະຫານ, ມີ​ຄວາມ​ສາມາດສູງ​ສົມຄວນ​ໃນ​ການ​ປ້ອງ​ກັນ​ທາງ​ອາກາດ​ພ້ອມ​ດ້ວຍ ໂຈມ​ຕີ​ແລະ​ສູ້​ຮົບທາງ​ອາກາດ​​, ​ແລະ​ມີ​ຄວາມ​ສາມາດ​ໂຈມ​ຕີ​ທາງ​ໄກ​ຢ່າງ​​ແມ່ນຢຳ​ແລະ​ຂົນ​ສົ່ງ​ທາງ​ໄກ​ດ້ານ​ຍຸດ​ທະ​ສາດ. ນີ້​ແມ​ນ່ກອງທັບ​ອາກາດ​ທັນ​ສະ​ໄໝ​ທີ່​ສົມ​ກັບ​ຖານະ​ສາກົນ​ຂອງ​ຈີນ​ແລະ​ສາມາດ​ປະຕິບັດ​ໜ້າ​ທີ່​ຢ່າງ​ບັງ​​ເກີດ​ຜົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>