ໄລຍະທີເຈັດ

(GMT+08:00) 2009-10-01 11:40:56 cri
-----------------------------------------------------------------------------------------------------------------
ກອງທັບ​ຈີນ​ໄດ້​​ເອົາ​ກາ​ນປ້ອງ​ກັນ​ອະທິະ​ໄຕ​,ຄວາມ​ປອດ​ໄພ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ຊາດ,ຮັບປະກັນ​ຜົນ​ປ​ະ​ໂຫຍ​ດການ​ພັດທະນາຂອງປະ​ເທ​ດ​ແລະປົກ​ປັກ​ຮັກສາຜົນ​ປະ​ໂຫຍ​ດ​ຂອງ​ປະຊາຊົນ​ໄວ້​ຢູ່​ໃນ​ຖານະ​ສູງ​ກວ່າ​ທຸກ​ສິ່ງ​ທຸກ​ຢ່າງຕະຫຼອດ​ມາ.
ປະຊາ​ຊາດ​ຈີນ​ແມ່ນ​ຊົນ​ຊາດ​ທີ່​ຮັກຫອມ​ສັນຕິພາບ,ຈີນ​ໄດ້​ປະຕິບັດ​ນະ​ໂຍບາຍ​ການ​ຕ່າ​ງປະ​ເທດ​ທີ່​ສັນຕິພາບ,​ເອກະລາດ​ແລະ​​ເປັນ​ເຈົ້າຕົນ​ເອງ​ແລະ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ທີ່​ປ້ອງກັນ​ຕົວຢ່າງ​ຫມັ້ນຫນຽວ​ບໍ່​ປ່ຽນ​ແປງ,ຍຶດຫມັ້ນຍຸດ​ທະ​ສາດ​ນິວ​ເຄຼຍທີ່​ປ້ອງ​ກັນ​ຕົວ,ສຸມ​ກຳລັງ​ເຂົ້າ​ໃນການ​ສ້າງ​ໂລກ​ທີ່​ກົມກຽວ​ກັນ​ທີ່​ມີ​ສັນຕິພາບ​ຖາວອນ​ແລະ​ຮ່ວມ​ກັນຈະ​ເລີ​ນຮຸ່ງ​​ເຮືອງ​ກັບປະ​ເທດ​ຕ່າງໆ​ໃນ​ໂລ​ກ.
ທ່ານ​ຫລິວ​ຊີ,​ເລຂາ​ຄະນະ​ພັກ​ນະຄອນຫລວງ​ປັກ​ກິ່ງປະ​ກາດ​ວ່າການ​ເດີນ​ຂະ​ບວນສວນສະໜາມຂອງ​ມວນ​ຊົນ​ເລີ່​ມຕົ້ນ​.

ການ​​ເດີນ​ຂະ​ບວນສວນ​ສະໜາມ​ຂອງມວນ​ຊົນ​ໃນ​ພິທີ​ສະຫລອງ​ມື້​ນີ້​ແບ່ງ​ເປັນ 7 ຫົວ​ຂໍ້, ຄື ບາກ​ບັ່ນ​ສູ້​ຊົນ​ສ້າງ​ພາລະກິດ,ກາ​ນປະ​ຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,ກ້າວ​ຂ້າມ​ສະຕະວັດ,ການ​ພັດທະນາ​ຢ່າງ​ມີວິທະຍາສາດ,ຜົນງານ​ທີ່ຮຸ່ງ​ເຮືອງ, ຈີນ​ທີ່​ສວຍ​ງາມ​ແລະ​ອະນາຄົດ​ທີ່ດີງາມ. ກ້ອນ​ກຳລັງ ​35  ​ກ້ອນ​ທີ່​ປະກອບ​ດ້ວຍ ປະຊາຊົນ​​ໃນວົງ​ການ​ຕ່າງໆ 1 ​ແສນ​ຄົນ​ແລະ​ລົດປະດັບ 60 ຄັນ​ທີ່​ຖື​ກປະດັບ​ປະດາ​ຢ່າງ​ສວຍ​ງາມ​ພ້ອມ​ກັບ​ຄະນະ​ສະ​ແດງ​ສິລະປະ 6 ຄະນະ​ຈະ​ຍ່າງ​ຜ່ານ​ໃຈກາງ​ສະຫນາມ​ຫລວງ​ທ່ຽນອ່ານ​​ເມີນຢ່າງ​ເປັນ​ລຳດັບ,ປະສານ​ສົມທົບ​ກັບ​ຊາວ​ຫນຸ່ມ​ເຍົາວະ​ຊົນ 8 ຫມື່ນ​ຄົນ​ທີ່​ຢູ່​ສະຫນາມ​ຫລວງ​ນັ້ນສະ​ແດງຮູບ​ພາບ​​ເບື້ອງຫລັງ 41 ​ແຜ່ນ,​ເຊິ່ງຈະ​ປ່ຽນ 49 ​ເທື່ອ, ​ເພື່ອ​ສະ​ແດງ​ໃຫ້​​ເຫັນ​ຂະ​ບວນວິວັດ​ປະຫວັດສາດ​ຂອງ​ຈີນຢູ່​ຕາມ​ຖະຫນົນ​ຊາງ​ອ່ານ,​ເຮັດ​ໃຫ້​ສະຫນາມ​ຫລວງ​ທ່ຽນອ່ານ​ເມີນ​ກາຍ​ເປັນ​ທະ​ເລ​ແຫ່ງ​ຄວາມ​ມ່ວນ​ຊື່ນ​ໃນ​ຍາມ​ມື້ບຸນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>