ພາກ​ທີ 1: ບາກ​ບັ່ນ​ສູ້​ຊົນ​ສ້າງສາ​ພາລະກິດ

(GMT+08:00) 2009-10-01 11:45:41 cri
-----------------------------------------------------------------------------------------------------------------

ທີ່​ທ່ານ​ຈະ​ໄດ້​​ເຫັນ​ໃນ​ຕໍ່​ໄປນີ້​ແມ່ນ​ຫົວ​ຂໍ້​ທຳ​ອິດ​ທີ່​ວ່າ​:ບາກ​ບັ່ນ​ສູ້​ຊົນ​ສ້າງ​ພາລະກິດ.
"ກ້ອນ​ກຳລັງ​ບາກ​ບັ່ນ​ສູ້​ຊົນ​ດ້ວຍ​ເລືອດ​ເນື້ອ"​ ທີ່​ຍ່າງ​ມາ​ຫາ​ພວກ​​ເຮົາ​ນັ້ນ ປະກອບ​ດ້ວຍ 2400 ກວ່າ​ຄົນ. ກ້ອນ​ກຳລັງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຂະ​ບວນການ​ປະຕິວັດ​ຂອງປະຊາ​ຊົນ​ຈີນ​ ທີ່​ຢູ່​ໃຕ້​ການ​ນຳພາ​ຂອງ​ພັກ​ຄອມ​ມູນິຈີນ ​ເພື່ອ​ສ້າງ ສາປະ​ເທດຈີນ​ໃຫມ່.​ ໃນ​ກ້ອນ​ກຳລັງ​ນີ້​ມີປະຊາຊົນ​ຈີນ 100 ຄົນ​ທີ່​ມີ​ອາຍຸ​​ເຊັ່ນ​ດຽວ​ກັນ​ກັບ​ປະທດຈີນ​ໃຫມ່.​ ເຂົາ​ເຈົ້າ​ຖື​ພວງມາລາ​ຍ່າງ​ຢູ່​ຂ້າງ​ລົດ​ທີ່​ປະດັບ​ປະດາ​ມີ​ອະ ນຸສາວະລີ​ວິລະ​ຊົນ​ປະຊາຊົນ. ພ້ອມ​ກັນນັ້ນ,ຮູບ​ພາບ​ເບື້ອງ​ຫລັງ​ຢູ່​ສະຫນາມ​ຫລວງ​ກໍ່​ກາຍ​​ເປັນ​ໂຕ​ຫນັງສື​ທີ່​ວ່າ​: ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ວິລະ​ຊົນປະຊາຊົນ.

ລົດ​ປະດັບຂອງ​ກ້ອນ​ກຳລັງ​ບາກ​ບັ່ນ​ສູ້​ຊົນ​ດ້ວຍ​ເລືອດ​ເນື້ອ​ ແມ່ນ​ລົດ​ທີ່​ຍາວ​ກວ່າ​ຫມູ່​ໃນ​​ລົດ​ປະດັບທີ່​​ເຂົ້າຮ່ວມ​ການ​ເດີນ​ຂະ​ບວນສວນສະໜາມ, ຍາວ 31 ​ແມັດ, ກວ້າງ 15 ​ແມັດ. ຢູ່​ນອກ​ລົດ​ປະດັບໄດ້​ຫ້ອຍ​ມີ​ຫລຽນ​ໄຊ 1 ສິງຫາ ທີ່​ມອບ​ໃຫ້​ຜູ່​ສ້າງ​ຜົນງານ​ໃນ​ສະ​ໄຫມ​ສົງ​ຄາມປະ​ຕິ​ວັດ​ທີ່​ດິນ​ຂອງ​ຈີນ,ຫລຽນ​ໄຊ​ເອກະລາດ​ ອິດ ສະຫລະ​ພາບ​ທີ່​ມອບ​ໃຫ້​ຜູ້​ມີ​ຄຸນງາມຄວາມດີ​ໃນສະ​ໄຫມ​ສົງຄາມຕໍ່ຕ້ານ​ຍີ່​ປຸ່ນ​ແລະຫລຽນ​ໄຊ​ປົດ​ປ່ອຍ​ທີ່​ມອບ​ໃຫ້​ຜູ້​ມີ​ຄຸນງາມຄວາມດີ​ໃນສະ​ໄຫມ​ສົງຄາ​ມປົ​ດ ປ່ອຍ​ຊາດ. ຫລຽນ​ໄຊ​ສາມຫຼຽນ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຂະ​ບວນວິວັດປະຕິວັດ​ຂອງ​ຈີນ. ນັກຮົບ​​ເກົ່າ​ທີ່​ເຄີຍ​ສ້າງ​ຜົນງານ​ໃນ​ການ​ສ້າງ​ຕັ້ງປ​ະ​ເທດ​ຈີນ​ໃຫມ່ 20 ທ່ານ​ໄດ້ ຢືນ​ຢູ່​ເທິງລົດ.

ດຽວ​ນີ້,​ແມ່ນ​ກ້ອນ​ກຳລັງ​ທີ່​ຊື່ວ່າ​:ສ້າງ​ດິນ​ແດນ​ໃຫມ່​ທີ່​ປະກອບ​ດ້ວຍ 2700 ຄົນ, ​ເຂົາ​ເຈົ້າ​ໄດ້​ຊູ​ຜ້າ​ໄຫມ​ສີ​ແດງ,​ແລະ​ຍ່າງ​ຢູ່​ອ້ອມ​ຂ້າງ​ຮູບ​ພາບ​ແຜ່ນ​ໃຫຍ່​ຂອງ​ທ່ານ​ເຫມົາ​ເຈີ​ຕົ່ງ​ທີ່​ເປັນ​ຜູ່​ສ້າງ​ຕັ້ງປະ​​​ເທດຈີນ​ໃຫມ່.​ ໃນ​ຂະ​ນະ​ນີ້, ຮູບ​ພາບ​​ເບື້ອງ​ຫລັງ​ຢູ່​ສະຫນາມ​ຫລວງ​ກໍ່​ກາຍ​​ເປັນ​ໂຕ​ຫນັງສື​ຄື​:ສັງຄົມ​ນິຍົມ​ດີ.

ທ່ານ​ເຫມົາ​ເຈີ​ຕົ່ງ​ແມ່ນ​ໃຈກາງ​ຂອງຄະນະ​ນຳ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ຮຸ່ນ​ທຳ​ອິດ, ທ່ານ​ໄດ້​ນຳພາ​ພັກ​ຄອມ​ມູນິດຈີນ​, ສ້າ​ງ​ເສັ້ນທາງທີ່​ຈາກ​ຊົນນະບົດ​ໄປ​ປິດ​ລ້ອມ​ຕົວ​ເມືອງ, ຍາດ​ເອົາ​ອຳນາດ​ກາ​ນປົກຄອງ​ດ້ວຍ​ກຳລັງ​ອາວຸດ, ສ້າງ​ແນວ​ຄິດ​ເຫມົາ​ເຈີ​ຕົງ,​ແລະ​ສະຖາປະນາ​ສາທາລະນະ​ລັດປະຊາຊົນ​ຈີນ.

​ໃນ​ມື້​ນີ້​ເມື່ອ 60 ປີ​ກ່ອນ,ຢູ່​ສະຫນາມ​ຫລວງ​ທ່ຽນອ່ານ​ມີນ, ທ່ານ​​ເຫມົາ​​ເຈີ​ຕົງ​ໄດ້ປະກາດ​ຕໍ່​ທົ່ວ​ໂລກ​ວ່າ: ລັດຖະບານ​ປະຊາຊົນ​ສູນ​ກາງຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ສ້າງຕັ້ງຂຶ້ນ​ໃນ​ມື້​ນີ້.

ການ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃຫມ່ນັ້ນ​ໄດ້ປົດ​ປ່ອຍ​ແລະ​ພັດທະນາ​ກຳລັງ​ການ​ຜະ ລິດ,​ ໄດ້​ປ່ຽນປະ​ເທດ​ຈີນ​​ເກົ່າ​ທີ່​ເຄິ່ງສັກ​ດີ​ນາ​ເຄິ່ງລ່າ​ເມືອງ​ຂຶ້ນ​ທີ່​ຖືກ​ຕ່າ​ງ​ປະ​ເທດ​ຂົ່ມ​ເຫງ​ຮ້ອຍ​ກວ່າ​ປີນັ້ນ​ ໃຫ້​ກາຍ​ເປັນ​ປະ​ເທດ​ຈີນ​ສັງຄົມ​ນິຍົມ​ໃຫມ່​ ທີ່​​ເປັນເອກະ ລາດ, ປະຊາຊົນ​ເປັນ​​ເຈົ້າບ້ານຄອງ​​ເມືອງ,​ ເຮັດ​ໃຫ້​ປະຊາຊົນ​ຈີນ​ເດີນ​ໄປ​ສູ່​ຄວາມ​ເປັນ​ເອກະລາດ​ແລະ​ຮັ່ງມີ​ເຂັ້ມ​ແຂງ.

ດຽວ​ນີ້​ແມ່ນ​ກ້ອນ​ກຳລັງ​ "​ສ້າງ​ພາລະກິດດ້ວຍ​ຄວາມ​ທໍລະ​ຫົດ​ອົດທົນ" ​ທີ່​ປະກອບ​ດ້ວຍ 3300 ກວ່າຄົນພວມຍ່າງມາ. ໃນລົດປະດັບຂອງກ້ອນ​ກຳລັງນີ້, ມີຜູ້ຕາງໜ້າແບບຢ່າງຜູ່ອອກແຮງງານ 20 ຄົນໃນແຕ່ລະສະໄຫມ ນັບແຕ່ສ້າງຕັ້ງ ປະເທດຈີນໃຫມ່ມານີ້. ກໍ່ຍ້ອນມີປະຊາຊົນຜູ່ອອກແຮງງານອັນ​ໄພສານ​ທີ່​ມີ​ພວກ​​ເພິ່ນ​ເປັນ​ຕົວ​ແທນ​, ອີງ​ໃສ່​ມື​ທັງ​ສອງ​ທີ່​ດຸ​ຫມັ່ນ​ໄດ້​ສ້າງ​ຜົນງານ​ຢ່າງ​ຫລວງຫລາຍ​ໃນ​ການ​ສ້າງສາປະ​ເທດ​ຈີນ​ໃຫມ່. ​ຮູບ​ຈຳ​ລອງ "ຂົວ​ແມ່ນ້ຳຢາງ​ຊີ​ກຽງ" ແລະ​ອື່ນໆ​ທີ່​ຕິດ​ຕັ້ງ​ຢູ່​ເທິງ​ລົດ​ປະດັບນັ້ນກໍ່​ແມ່ນ​ຜົນງານ​ພົ້ນ​ເດັ່ນ.

​ໃນ​ໄລຍະ​ຫາ​ກໍ່ສ້າງ​ຕັ້ງປະ​ເທດ​ຈີນ​ໃຫມ່, ປະຊາຊົນ​ຈີນ​​ໃຊ້​ສອງ​ມື​ເປົ່າ ບາກ​ບັ່ນ​ສູ້​ຊົນ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ. ປີ 1959, ຈີນ​ໄດ້​ຊອກ​ເຫັນ​ບໍ່​ນ້ຳມັນ​​ເຊື້ອ​ໄຟຢູ່​ເມືອງ​ຕ້າ​ຊິ້ງ,ທາງ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ຂອງ​ຈີນ, ອັນ​ໄດ້​ສິ້ນ​ສຸດ​ປະຫວັດສາດ​ຂາດ​ນ້ຳມັນ​​ເຊື້ອ​ໄຟຂອງ​ຈີນ​ຢ່າງ​ເຖິງ​ຖອງ. ປີ 1964, ລູກ​ລະ​ເບີດ​ປະລະມາ​ນູລູກທຳ​ອິດ​ຂອງ​ຈີນ​ລະ​ເບີດ​ຂຶ້ນ​ຢ່າງ​ສຳ​ເ​ລັດ​ຜົນ, ປີ 1967, ລູກ​ລະ​ເບີດ​ອິ​ໂຕຼ​ແຊນ​ລູກ​ທຳ​ອິດ​ລະ​ເບີດ​ຢ່າງສຳ​ເລັດ​ຜົນ, ປີ 1968, ຂົວ​​ແມ່ນ້ຳຢາງ​ຊີ​ກຽງ​ຢູ່​ເມືອງ​ນານ​ກິ່ງ​​ໄດ້​ສ້າງສຳ​ເລັດ, ປີ 1970, ດາວ​ທຽມ​ໜ່ວຍທຳ​ອິດ​ຂອງ​ຈີນ​ຂຶ້ນ​ສູ່​ອະວະກາດ,ທັງ​ຫມົດ​ເຫລົ່າ​ນີ້​ລ້ວນ​ແຕ່​ແມ່ນ​ສັນຍະລັກ​ທີ່​ປະຊາຊົນ​ຈີນ​ສ້າງສາ​ປະ​ເທດ​ດ້ວຍ​ກຳລັງຂອງ​ຕົນ​ເອງ.

​ໃນ​ດ້ານ​ການ​ຕ່າງປະ​ເທດ, ປີ 1953, ທ່ານ​​ໂຈ່​ວ​ເອີນ​ລາຍ, ນາຍົກລັດຖະມົນ ຕີ​ໃນ​ຄາວ​ນັ້ນ​ໄດ້​ສະ​​ເຫ​ນີຫລັກ 5 ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ,ປີ 1971, ປະ​ເທດ​ຈີນ​ໃຫມ່​ໄດ້​ຟື້ນ​ຟູ​ທີ່​ນັ່ງ​ທີ່​ຊອບ​ດ້ວຍ​ກົດໝາຍ​ຢູ່​ສະຫະ​ປະຊາ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>