ພາກ​ທີ​ສອງ: ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ

(GMT+08:00) 2009-10-01 11:50:38 cri
-----------------------------------------------------------------------------------------------------------------

ທີ່​ທ່ານ​ຈະ​ໄດ້​ເຫັນ​ໃນ​ຕໍ່​ໄປ​ນີ້​ແມ່ນ​ການ​​ເດີນ​ສວນສະໜາມ​ຂອງ​ມວນ​ຊົນ​ທີ່​ມີຫົວຂໍ້​ທີ​ສອງ​ຄື:ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ.

ດຽວ​ນີ້​ແມ່ນ​ກ້ອນ​ກຳລັງ​ທີ່​ຊື່ວ່າ "​ເລື່ອງ​ໃນ​ລະດູ​ໃບ​ໄມ້​ປົ່ງ​" ທີ່​ປະກອບ​ດ້ວຍ ປະມານ 3000 ຄົນ,​ເຂົາ​ເຈົ້າຍ່າງ​ຢູ່ອ້ອມ​ຂ້າງ​ຮູບ​ພາບ​ແຜ່ນ​ໃຫຍ່​ຂອງ​ທ່ານ​ເຕິ້ງ  ສຽ​ວຜິງ, ຜູ່​ອອກ​ແບບ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​​ ເດີນ​ເຂົ້າສູ່​ໃຈກາງ​ສະຫນາມ​ຫລວງ​ທ່ຽນອ່ານ​ເມີນ, ຂະນະ​ນີ້ ​ເບື້ອງ​ຫລັງ​ຂອງ​ສະຫນາມ​ຫລວງ​ກໍ່​ປ່ຽນ​​ເປັນ​ຄຳ​ວ່າ: ປົດ​ປ່ອຍ​ແນວ​ຄິດ.

ທ່ານ​ເຕິ້ງ​ສຽວ​ຜິ​ງ​ແມ່ນ​ໃຈກາງຂອງ​ຫມູ່​ຄະນະ​ນຳ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ຮຸ້ນ​ທີ​ສອງ,​ແລະ​ກໍ່​ແມ່ນ​ຜູ່​ອອກ​ແບບ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ສ້າງສາ​ຈີນ​ໃຫ້​ທັນ​ສະ​ໄຫມ. ​ເດືອນ​ທັນວາ​ປີ 1978, ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ພັກ​ຄອມ​ມູນິດ​ຈີນ​ຄັ້ງ​ທີ 3 ຊຸດ​ທີ 11,ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ສະ​ເໜີ​ໃຫ້ປົດ​ປ່ອຍ​ແນວ​ຄິດ,ສະ​ແຫວ​ງຫາ​ສັດຈະ​ຈາກ​ຄວາ​ມ​ເປັນ​ຈິງ,​​ແລະ​ໄດ້ສະ​ເໜີທິດ​ສະ​ດີ​ສ້າ​ງສາ​ສັງຄົມນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ. ຈາກ​ນັ້ນມາ,ຈີນ​ໄດ້​ເຂົ້າສູ່​ໄລຍະ​ໃຫມ່​ແຫ່ງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍນອກ. ປີ 1979,ທ່ານ​ເຕິ້ງ​ສຽວ​ຜິ​ງລິ​ເລີ່​ມ​ໃຫ້​ສ້າງ​ເຂດເສດຖະກິດ​ພິ​ເສດ,​ເປີດ​ປະຕູ​ຂອງ 14 ຕົວ​ເມືອງ​ແຄມ​ທະ​ເລ, ​ພັດທະນາ​ແລະ​ເປີດ​ປະຕູ​ຂອງ​ເຂດ​ໃຫມ່​ຜູຕົ່ງ​ຂອງ​ນະຄອນ​ຊຽງ​ໄຮ້,ຊຸກ​ຍູ້​ໃຫ້​ຈີນ​ເກີດມີ ​ສະຖາ ນະການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງຮອບດ້ານ.​ ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 15 ຂອງ​ພັກ​ຄອມ​ມູນິດ​ຈີນ​ທີ່​ໄຂ​ຂຶ້ນ​ໃນ​ປີ 1997, ​ໄດ້​ຂ້ອນ​ໂຮມ​ເອົາ​ທິດ​ສະ​ດີ​ "ສ້າງ​ສາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ" ​ເຂົ້າ​ເປັນ​ທິດ​ສະ​ດີ​ເຕິ້ງ​ສຽວ​ຜິ​ງ.

​ເພື່ອ​ແກ້​ໄຂ​ບັນຫາ​ຮົງ​ກົງ,ມາ​​ເກົາ​ແລະ​ໄຕ້​ຫວັນ, ບັນລຸ​ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ, ໂດຍ​ອີ​ງຕາມ​ສະພາບ​ຕົວ​ຈິງ, ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ສະ​ເໜີ​ແລວ​ຄວາມ​ຄິດ​ທີ່​ວ່າ"ປະ​ເທດ​ດຽວ,ສອງ​ລະບອບ"​ຢ່າງ​ມີຫົວຄິດປະດິດ​ສ້າງ​.  ອີງ​ຕາມ​ແລວ​ຄວາມ​ຄິດ​ດັ່ງກ່າວ, ຮົງ​ກົງ​ໄດ້​ກັບຄືນ​ສູ່​ປະ​ເທດ​ຈີນ​ໃນ​ປີ 1997, ມາ​​ເກົາກໍ່​ໄດ້​ກັບ​ຄືນ​ສູ່​ປະ​ເທດຈີນ​ໃນ​ປີ 1999 ​ແລ້ວ.

​ໃນ​ດ້ານ​ການ​ຕ່າງປະ​ເທດ,ທ່ານ​ເຕິ້ງ​ສຽວຜິ​ງ​ໄດ້​ສະ​ເຫ​ນີອອກ​ມາ​ວ່າ ​ສັນຕິ ພາບ​ກັບ​ການ​ພັດທະນາ​ແມ່ນສອງ​ຫົວ​ຂໍ້​ໃຫຍ່​ໃນ​ໂລກ​ປັດຈຸບັນ,ໄດ້ວາງ​ນະ​ໂຍບາຍ​ ການ​ຕ່າງປະ​ເທດ​ທີ່​ສັນຕິພາບ,​ເອກະລາດ​ແລະ​ເປັນ​ເຈົ້າຕົນເອງ. ຕັ້ງຫນ້າຂະ ຫຍາຍການ​ພົວພັນ​ມິດຕະພາບກັບປະ​ເທດ​ອ້ອມ​ຂ້າງ​​ແລະ ປະ​ເທດ​ໂລກ​ທີ 3, ສ້າງ​ສະພາບ​ການ​ໃຫມ່​​ແຫ່ງ​ການ​ຕ່າງປະ​ເທດ​ຂອງ​ຈີນ.

ຢູ່ໃນ​ພຶດຕິ​ກຳ​ຕົວ​ຈິງ​,ປະຊາຊົນ​ຈີນ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ ​ນັ້ນກໍ່​ຄື:  "​ເດີນ​ຕາມ​ເສັ້ນທາງ​ຂອງ​ຕົນ,ສ້າງສາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ".

ທີ່​ຍ່າງ​ມານັ້ນ​ແມ່ນ​ກ້ອນ​ກຳລັງ​ຊູ​ຄຳ​ຂວັນ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ທີ່​ປະກອບ​ດ້ວຍ 3200 ກວ່າ​ຄົນ,​ເຂົາ​ເຈົ້າ​ໄດ້​ຈັບ​ເອົາ​ຮວງເຂົ້າ​ສີ​ຮຸ່ງ​ກິນ​ນ້ຳ​ເຈັດ​ສີ,ຊູ​ປ້າຍ​ຄຳ​ຂວັນ​ໃຫຍ່​ສອງ​ປ້າຍ​ຍ່າ​ງ​ໃກ້​ເຂົ້າມາ,​ເຊິ່ງປ້າຍ​ຄຳ​ຂວັນ​ສອງ​ປ້າຍນີ້​ຕ່າງ​​ໄດ້ ຂຽນ​ວ່າ: "ຍຶດຫມັ້ນທິດ​ສະ​ດີ​ເຕິ້ງສຽວ​ຜິ​ງ", ​​ແລະ "ຊຸກ​ຍູ້​ການປະຕິ​ຮູ​ບ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະພາລະກິດສ້າງສາ​ສັງຄົມ​ນິຍົມ​ທັນ​ສະ​ໄຫມ". ​ໃນ​ຂະນະ​ດຽວ​ກັນນີ້, ​ຮູບ​ພາບ​ເບື້ອງ​ຫລັງ​ຢູ່​ຕາມ​ສະຫນາມ​ຫລວງ​ກໍ່​ປ່ຽນ​​ເປັນ​ຄຳ​ທີ່ວ່າ: ປະຕິ​ຮູບ​ແລະ​​​ໄຂ​ປະຕູ​ສູ່​ພາຍ​ນອກ.

ປີ 1978, ຊາວ​ກະສິກອນ​ຈີນ​ໄດ້​ເຊັນ​ສັນຍາ​ຮັບ​ເຫມົາ​ທີ່​ດິນລາຍ​ຄອບຄົວ​​​ເປັນ​ຄັ້ງ​ທຳ​ອິດ, ​​​ເພື່ອປະຕິບັດ​ລະບົບ​ຮັບ​ເຫມົາ​ການ​ຜະລິດໃນ​ຄອບຄົວ, ນີ້​ເຮັດ​ໃຫ້​ຊາວ​ກະສິກອນ​ໄດ້​ຮັບ​ສິດ​ຕັດ​ສິນ​ການ​ຜະລິດ​ແລະ​​ແບ່ງປັນ, ນະ​ໂຍບາຍ​ດັ່ງກ່າວ​ເຮັດ​​ໃຫ້​ຊາວ​ກະສິກອນ​ມີ​ຄວາມ​ຫ້າວຫັນ​​ໃນ​ການ​ເຮັດ​ໄຮ່​​​ໄຖນາ. ຈາກ​ນັ້ນມາ, ຈີນ​​ໄດ້​ຄ່ອຍໆ​ແກ້​ໄຂ​ບັນຫາ​ກິນ​ອິ່ມ​ນຸ່ງ​ອຸ່ນ​ຂອງ​ປະຊາຊົນ​ທົ່ວ​ປະ​​ເທດ​ຢ່າງ​ສຳ​ເລັດ​ຜົນ.

ປີ 1980, ຢູ່​ເມືອງ​ເສີນ​ເຈິ້​ນ,​ເມືອງ​ຈູ່ຫາຍ,​ເມືອງ​ຊົວທາວແລະ​ເມືອງ​ເຊ້ຍ​ເມີນ​ທີ່​ເປັນ​ເມືອງ​ແຄມ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ​ ໄດ້​ສ້າງ​ເປັນ​ເຂດ​ ເສດຖະກິດພິ​ເສດ​, ກາຍ​ເປັນ​ປ່ອງຢ້ຽມ​ແລະ​ບ່ອນ​ທົດ​ລອງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ. ການ​ສ້າງ​ຕັ້ງເຂດ​ເສດຖະກິດ​ພິ​ເສດ​ກໍໄດ້ມີ​ຜົນ​ສະທ້ອນ​ອັນ​ໃຫຍ່ຫຼວງ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ,ກາຍ​ເປັນ​ຈຸດ​ເຕີບ​ໂຕ​ຕົ້ນຕໍອັນ​ໃຫມ່​ຂອງເສດຖະກິດ​ຈີນ.

​ໃນ​ຂະນະ​ດຽວກັນ​ນີ້, ຈີນ​ກໍ່​ໄດ້​ຮັບ​ຜົນງານ​ພົ້ນ​ເດັ່ນ​ຢ່າງ​ຫຼວງຫລາຍ​ໃນ​ຂົງ​ເຂດ​ອື່ນໆ. ປີ 1984, ທ້າວສີ​ຫ້າ​ຍ​ເຟິ່ງ, ນັກ​ກິລາ​ຍິງ​ປືນ​ຂອງ​ຈີນ​ ຊິງ​ໄດ້​ຫລຽນ​ຄຳ​ໃນ​ງານ​ກິລາ​ໂອ​ແລັມປິກ​ທີ່​ໂລ​ສ​ແອນ​ເຈີ​ລິ​ສ,​ເຮັດ​​ໃຫ້​ຈີນ​ໄດ້​ຮັບ​ຫລຽນ​ຄຳ​ຫຼຽນທຳ​ອິດ​ໃນ​ງານ​ກິລາ​ໂອ​ແລັມປິກ.

ທີ່​ທ່ານ​ໄດ້​ເຫັນ​ນີ້​ແມ່ນ​ການ​ຟ້ອນ​ຫມູ່​ຄະນະ​ຂະຫນາດ​ໃຫຍ່​ທີ່​ມີ 676 ຄົນ​ຮ່ວມ​ກັນ​ສະ​ແດງ​ທີ່​ມີ​ຊື່ວ່າ: ຈີນ​ໃນ​ໄວ​ຄະນອງ. ນັກສະ​ແດງ​ຈັບ​ເອົາ​ແຜ່ນ​ໄຫມສີ​ແດງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຈູບ​ຈ້າວຫ້າວຫັນ​ຂອງ​ຊາວຫນຸ່ມ​ຮຸ້ນ​ໃໝ່ຈີນ.

ປີ 1977, ​ຈີນໄດ້​ຟື້ນ​ຟູ​ປະຕິບັດລະບອບ​ການ​ເສັງ​ເຂົ້າມະຫາວິທະຍາ​ໄລ​ທີ່​ຂາດ​ສະບັ້ນ​ໄປ​ເປັນ​ເວລາ 10 ປີ, ນີ້​ບໍ່​ພຽງ​ແຕ່​ໄດ້​ປ່ຽນ​ແປງ​ຊະຕາກຳ​ຂອງ​ຄົນ​ຮຸ່ນ​ຫນຶ່ງທໍ່​ນັ້ນ, ຍັງໄດ້​ປ່ຽນ​ແປງ​ຊະຕາກຳ​ຂອງ​ປະ​ເທດຈີນ​ອີກ​ດ້ວຍ.

​ໃນ​ຂະ​ບວນການປະຫວັດສາດ​ທີ່​ຈີນ​ດຳ​ເນີນ​ການ​ປະຕິຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ, ​ຊາວ​ຫນຸ່ມ​ມີ​ແນວ​ຄິດ​ຟົດ​ຟື້ນ, ມີ​ສາຍຕາ​ອັນ​ກວ້າງ​ໄກ, ທັງ​ມີ​ຈິດ​ໃຈ​ປະດິດ​ສ້າງ​ໃຫມ່, ​ເຂົາ​ເຈົ້າ​​ທຸ້ມ​ເທ​ເຫື່ອ​ແຮງເຂົ້າ​ໃນ​ພຶດຕິ​ກຳ​​ແຫ່ງ​ການສ້າງສາ​ປະ​ເທດ​ຊາດ​ດ້ວຍ​ຄວາມ​ຫ້າວຫັນ, ​ເຕີບ​ໃຫຍ່​ມາ​ເປັນ​ກຳລັງ​​ໃໝ່ແລະ​ຫລັກ​ແຫ​ລ່ງຂອງ​ການ​ພັດທະນາ​ຂອງ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>