ພາກ​ທີ​ສາມ:ກ້າວ​ຂ້າມ​ສະຕະວັດ

(GMT+08:00) 2009-10-01 11:55:29 cri
-----------------------------------------------------------------------------------------------------------------

ດຽວ​ນີ້, ການ​ເດີນ​ຂະ​ບວນສວນສະໜາມຂອງ​ມວນຊົນ​ໄດ້​ເຂົ້າສູ່​ພາກ​ທີ​ສາມ​ທີ່ມີ​ຫົວ​ຂໍ້​ວ່າ: ຂ້າມສະຕະວັດ. ກ້ອນ​ກຳລັງ​ທີ່ຢູ່​ທາງ​ຫນ້າ​ມີ​ຊື່ວ່າ "​ເຂົ້າສູ່​ສະ​ໄຫມ​ໃຫມ່". ຄົນ​ທັງຫລາຍ​ໄດ້​ອ້ອມ​ຊູ​ຮູບ​ຖ່າຍ​ແຜ່ນ​ໃຫຍ່​ຂອງ​ທ່ານ​ຈ່ຽງ​ເຈີ​ມີນ,​ໃຈກາງ​ຫມູ່​ຄະນະ​ນຳ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນຮຸ້ນ​ທີ​ສາມ​​ ເດີນຜ່ານ​ສະຫນາມ​ຫລວງ.​​ໄລ ຍະ​ດຳລົງ​ຕຳ​​ແຫນ່​ງຂອງ​ທ່ານ​ຈ່ຽງ​ເຈີ​ມີນ​ຈາກທ້າຍ​ສະຕະວັດ​ທີ 20 ​ຂ້າມ​ໄປ​ສູ່ຕົ້ນ​ສະຕະວັດ​ທີ 21, ສະນັ້ນ, ກ້ອນ​ກຳລັງ​ນີ້​ຈຶ່ງ​ຕັ້ງ​ຊື່​ເປັນກ້ອນ​ກຳລັງ​​ຂ້າມ​ສະຕະວັດ.

ປີ 1997, ​ເມື່ອ​ໄດ້​ຜ່ານ​ຜ່າ​ການ​ປົກຄອງ​ແບບ​ລ່າ​ເມືອງ​ຂຶ້ນ​ຂອງ​ອັງກິດເປັນ​ເວລາ 150 ປີ​ແລ້ວ, ຮົງ​ກົງ​ໄດ້​ກັບ​ຄື​ສູ່​ປະ​ເທດ​ຈີນ. ປີ 1999, ມາ​​ເກົາ​ທີ່​ຖືກ​ປອກຕຸຍ​ການ​ຍຶດຄອງ​ເປັນ​ເມືອງ​ຂຶ້ນ​ນັ້ນກໍ່​ໄດ້​ກັບ​ຄືນ​ສູ່​ປະ​ເທດ​ຈີນ​. ຈີນ​ໄດ້​ປະຕິບັດ​ນະ​ໂຍ ບາຍ​ "ປະ​ເທດ​ດຽວສອງ​ລະບອບ​" ຢູ່ຮົງກົງ​ແລະ​ມາ​​ເກົາ, ພຶດຕິ​ກຳ​ໃນ​ຫລາຍ​ປີ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນະ​ໂຍບາຍ​"ປະ​ເທດ​ດຽວສອງ​ລະບອບ​"​ແມ່ນ​ສຳ​ເລັດ​ຜົນ​ແລະ​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງຂອງ​ຈີນ,​​ແລະໄ​ດ້ສ້າງ​ພື້ນຖານ​ອັນ​ຫມັ້ນ​ແກ່ນ​ໃຫ້​ແກ່​ການ​ໂຮມ​ປະ​ເທດຈີນ​​ເຂົ້າ​ເປັນ​ເອກະ​ພາບ​ກັນ​ຢ່າງຮອບດ້ານ.

ປີ 2001, ຈີນ​ໄດ້​ເຂົ້າຮ່ວມ​ອົງການ​ການ​ຄ້າ​ໂລກ,​ ເສດຖະກິດ​ຂອງ​ຈີນ​ໄດ້ ຮັກສາ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວຕະຫຼອດມາ,​ເຊິ່ງສະ​ເລ່ຍ​ແລ້ວ​ເຕີບ​ໂຕ 10% ຂຶ້ນ​ໄປ​ຕໍ່​ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>