ກ້ອນ​ກຳລັງ​ຄຳ​ຂວັນ

(GMT+08:00) 2009-10-01 11:57:04 cri
-----------------------------------------------------------------------------------------------------------------

ທີ່​ຍ່າງ​ມານັ້ນ​ແມ່ນ​ກ້ອນ​ກຳລັງ​ຄຳ​ຂວັນ,ຄຳ​ຂວັນ​ສອງ​ຄຳ​ທີ່​ກ້ອນ​ກຳລັງ​ນີ້​ຊູ​ຂຶ້ນ​ນັ້ນ​ແມ່ນ: ສ້າງ​ສາສັງຄົມທີ່​ອິ່ມໜຳສຳລານ​​ໃນ​ລະດັບ​ກາງຢ່າງຮອບດ້ານ, ​ແລະ​ຍຶດຫມັ້ນ​ແນວ​ຄິດ​ສາມ​ຕົວ​ແທນ​ທີ່​ສຳຄັນ.

​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ຄັ້ງທີ 5 ຊຸດ​ທີ 15 ທີ່​ໄຂ​ຂຶ້ນ​ໃນ​ປີ 2000,​ໄດ້​ສະ​​ເຫ​ນີອອກ​ມາ​ວ່າ, ​ເລີ່​ມ​ແຕ່​ສະຕະວັດ​ໃຫມ່​ເປັນຕົ້ນ​ໄປ, ຈີນ​ຈະ​ເຂົ້າສູ່​ໄລຍະ​ພັດທະນາ​ອັນ​ໃຫມ່​ແຫ່ງການ​ສ້າງສາ​ສັງຄົມ​ທີ່​ອິ່ມໜຳສຳລານ​​ໃນ​ລະດັບ​ກາງຢ່າງຮອບດ້ານ, ​​ແລະ​ເລັ່ງລັດຊຸກ​ຍູ້ການ​ສ້າງສາ​ສັງຄົມ​ນິຍົມ​ທັນ​ສະ​ໄຫມ. ປີ 2002, ພັກ​ຄອມ​ມູນິດ​ຈີນ​ໄດ້​ກຳນົດ​ຫນ້າ​ທີ່​​ທີ່​ອິ່ມໜຳສຳລານ​​ໃນ​ລະດັບ​ກາງຢ່າງຮອບດ້ານ​ຂອງ​ຈີນ​ໃນ​ 20 ປີຂ້າງ​ຫນ້າ​ນີ້. ​ເຊິ່ງລວມທັງ:​​ໃຫ້​ເສດຖະກິດ​ພັດທະນາ​ຫລາຍ​ກວ່າ​ເກົ່າ,ສ້າງ​ປະຊາ​ທິປະ​ໄຕ​ໃຫ້​ສົມບູນ​ກວ່າ​ເກົ່າ, ​ໃຫ້​ວິທະຍາ ສາດ​ແລະ​ການ​ສຶກສາ​ກ້າວຫນ້າ​ກວ່າ​ເກົ່າ, ວັດທະະນະທຳ​ຮຸ່ງ​ເຮືອງ​ກວ່າ​ເກົ່າ, ສັງ ຄົມ​ກົມກຽວກວ່າ​ເກົ່າ,​ ແລະ​ປະຊາຊົນ​ມີ​ຊີວິດການ​ເປັນ​ຢູ່​ທີ່​ຜາ​ສຸກ​ກວ່າ​ເກົ່າ.

ທ່ານ​ຈ່ຽງ​ເຈີ​ມີນ​ໄດ້​ປະດິດ​ສ້າງ​ແນວ​ຄິດ​ສາມ​ຕົວ​ແທນນັ້ນກໍ່​ຄື: ພັກ​ຄອມ​ມູນິດ​ຈີນ​ແມ່ນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ກຳລັງ​ການ​ຜະລິດ​ທີ່​ກ້າວຫນ້າ​ຂອງ​ຈີນ​ແຕ່​ຕົ້ນຕະຫຼອດ​ປາຍ, ​ເປັນ​ຕົວ​ແທນ​ໃຫ້​ແກ່​ທິດ​ກ້າວ​ໄປ​ຫນ້າ​ຂອງ​ວັດທະນະທຳ​ຈີນ,​ເປັນ​ຕົວ​ແທນ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ​ຈີນ​ທີ່​ກວ້າງ​ໃຫຍ່​ໄພສານ.​ ແນວ​ຄິດ​ສາມ​ຕົວ​ແທນ​ແມ່ນກົກ​ຮາກຂອງ​ການ​ສ້າງ​ພັກ​ຄອມ​ມູນິດ​ຈີນ, ​ແມ່ນ​ພື້ນຖານ​ຂອງການ​ກຳ​ອຳນາດ, ​ແມ່ນ​ແຫ​ລ່ງທີ່​ມາ​ຂອງ​ກຳລັງ​ແຮງ.​ ພາຍໃຕ້​ການ​ຊີ້​ນຳ​ຂອງ​ແນວ​ຄິດ​ສາມ​ຕົວ​ແທນ, ພັກ​ຄອມ​ມູນິດ​ຈີນ​ໄດ້​ນຳພາ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດຈີນ​ ມີ​ການ​ກ້າວຫນ້າ​ໃຫມ່​ໃນ​ຂະ​ບວນວິວັດ​ອັນ​ຍິ່ງ​ໃຫຍ່​​ແຫ່ງ​ການສ້າງ​ສາ​ສັງຄົມທີ່​ອີ່ມ​ໜຳ​ສຳ​ລານ​ໃນ​ລະດັບ​ກາງຢ່າງ ຮອບ ດ້ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>