ກ້ອນ​ກຳລັງ​ການສະ​ແດງ

(GMT+08:00) 2009-10-01 11:59:54 cri
-----------------------------------------------------------------------------------------------------------------

ຢູ່ຫຼັງກ້ອນ​ກຳລັງ​ຂອງ​ມວນ​ຊົນແມ່ນ​ການ​ຟ້ອນ​ຂະຫນາດ​ໃຫຍ່​ທີ່​ໃສ່​ຊື່ວ່າ: ກ້າວ​ຂ້າມ​ສະຕະວັດ. ນັກ​ຟ້ອນ​ເພດ​ຊາຍ 600 ກວ່າ​ຄົນ​ໄດ້​ຟ້ອນ​ໃຫ້ເຫັນ​ເຖິງ​ຟອງ​ນ້ຳຂອງ​ແມ່​ນ້ຳ​ຢາງ​ຊີ​ກຽງ​ທີ່​ສະ​ຫງ່າ​ງາມ,ກໍ​ເປັນ​ສັນຍະລັກສະ​ແດງ​ໃຫ້​ເຫັນ​ວ່າ​,ກຳ​ປັ່ນ​ແຫ່ງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ພວມ​ເດີນ​ໄປ​ສູ່​ສະຕະວັດ​ທີ 21 ທີ່​ໃຫມ່​ອ່ຽມ.


ພາກ​ທີ 4: ການ​ພັດທະນາ​ຕາມຫຼັກວິທະຍາ​ສາດ
ດຽວ​ນີ້​ ການ​​ເດີນ​ຂະບວນສວນສະໜາ​ຂອງ​ມວນຊົນ​ໄດ້​ເຂົ້າ​ສູ່​ພາກ​ທີ 4, ຫົວ​ຂໍ້​ຂອງ​ພາກ​ນີ້​ແມ່ນ: "ການ​ພັດທະນາ​ຕາມຫຼັກ​ວິທະຍາສາດ​", ກ້ອນ​ກຳລັງ​ເດີນ​ສວນສະໜາມ​ໄດ້​ເດີນ​ມາ​ໂດຍ​ປິ່ນ​ອ້ອມ​ຮູບ​​ໃຫຍ່​ຂອງ​ທ່ານ​ຫູ​ຈິນທ່າວ, ຜູ້ນຳ​ສູງ​ສຸດ​ຂອງ​ຈີນ​ໃນ​ປະຈຸ​ບັນ.
​​ໃນ​ໄລຍະ​ກຳ​ອຳນາດ, ຄະນະ​ນຳ​ຊຸດ​ໃໝ່​ຂອງ​ພັກ​ຄອມ​ມູນິດ​ຈີນ​ທີ່​ມີ​ທ່ານ​ຫູ​ຈິນທ່າວ​ເປັນ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ, ​ໄດ້​ຜ່ານ​ຜ່າ​ການ​ທົດ​ສອບ​ຕ່າງໆ, ​ແລະ​ກໍ່​ໄດ້​ສ້າງ​ສິ່ງມະຫັດສະຈັນ​​ເທື່ອ​ແລ້ວ​ເທື່ອ​ອີກ. ​​​ເຊັ່ນ, ພະຍາດ​ ອັກ​ເສບປອດ​ຮຸນ​ແຮງ​ຫຼືSARSໃນ​ປີ 2003, ​ໄພຫິມະ​ແລະ​ນ້ຳກ້າມ​ແລະ​​ແຜ່ນດິນ​ໄຫ​ວ​ແຮງ​ຢູ່​ເມືອງ​ເວິ້ນສວນ​​ແຂວງ​ເສ​ສວນ​ໃນ​ປີ 2008, ລ້ວນ​ແຕ່​ເຮັດ​ໃຫ້​ປະຊາຊົນ​ຈີນ​ໄດ້​ປະສົບ​ການ​ທົດ​ສອບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ພາຍ​ຫຼັງ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ຢູ່​ເມືອງ​ເວິ້ນສວນ 3 ​ເດືອນ, ​ໃນ​​ເດືອນ​ສິງຫາ​ປີ 2008, ງານ​ກິລາ​ໂອ​ແລັມປິກ​ລະດູ​ຮ້ອນ​ຄັ້ງ​ທີ 29​ ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ. ງານ​ກິລາ​ໂອ​ແລັມປິກ​ປັກ​ກິ່ງ​ໄດ້​ເປີດ​ປະຕູ​ໃໝ່​ໃຫ້​ໂລກ​ເພື່ອ​ຮັບ​ຮູ້​ປະ​ເທດຈີນ. ທ່ານ​ຢາກ ໂຣກ, ປະທານ​ຄະນະ​ກຳມະການ​ໂອ​ແລັມປິກ​ສາກົນ​ຕີ​ລາຄາ​ວ່າ, ງານ​ກິລາ​ໂອ​ແລັມປິກ​ປັກ​ກິ່ງ​ແມ່ນ​ງານ​ກິລາ​ໂອ​ແລັມປິກ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຢ່າງ​ແທ້​ຈິງ.

ຍາມ​ໃດ,ຈີນກໍ​ໄດ້ສ້າງ​ສິ່ງ​ມະຫັດສະຈັນ​ໃນ​ວິກິດ​ການ​​ເລື້ອຍໆ. ນັບ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ​ເສດຖະກິດ​ໂລກ​ໄດ້​ຊຸດ​ໂຊມ​ລົງ ຍ້ອນວິ​ກິດ​ການ​ການ​ເງິນ, ເສດ ຖະກິດ​ຈີນ ​ກໍ່​ໄດ້​ຖືກ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ​ສາກົນ​ເຊັ່ນ​ດຽວ​ກັນ. ​ເພື່ອ​ແກ້​ໄຂ​ວິ​ກິດ​ການ, ລັດຖະບານຈີນ​ໄດ້​ວາງ​ມາ​ດຕະການ​ຕ່າງໆ, ​ໃນ​ຫົກ​ເດືອນ​ຕົ້ນ​ປີ​ນີ້, ​ເສດຖະກິດ​ຈີນ​ໄດ້​ຮັກສາ​ຈັງຫວະ​ເຕີບ​ໂຕ 7,1%, ​ແລະ​​ເກີດ​ມີ​ທ່າ​ອຽງ​ດີ​ຂຶ້ນ, ການ​ພັດທະນາ​ຕາມ​ຫຼັກ​ວິທະຍາສາດ​ ເຮັດ​ໃຫ້​ຈີນ​ໄດ້​ນຳ​ໜ້າ​ພົ້ນ​ອອກ​ຈາກ​ຜົນ​ກະ ທົບ​ຂອງວິ​ກິດ​ກາ​ນການ​​ເງິນ.

ທ່ານ​ຫູ​ຈິນທ່າ​ວກ່າວ​ວ່າ, ພະຍາຍາມ​ບາກ​ບັ່ນສູ້​​ຊົນເພື່ອ​ຊີງ​ເອົາ​ໄຊຊະນະ​ໃໝ່​ໃນ​ການ​ສ້າງສາ​ສັງຄົມ​ອິ່ມໜຳສຳລານ​ໃນ​ລະດັບ​ກາງ​ຢ່າງຮອບດ້ານ,​ແລະ​ເປີດ​ສັງ ກາດ​ໃໝ່​ແຫ່​ງຊີວິດ​ການ​ເປັນ​ຢູ່​ອັນ​ດີງາມ​ຂອງ​ປະຊາຊົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>