ກ້ອນ​ກຳລັງການສະ​ແດງ

(GMT+08:00) 2009-10-01 12:07:58 cri
-----------------------------------------------------------------------------------------------------------------

ຢູ່​ຫຼັງ​ກ້ອນ​ກຳລັງ​ການ​ເດີນ​ສວນສະໜາມ, ​ແມ່ນການ​ສະ​ແດງ​ການ​ຟ້ອນສຸຍ​ຊິ້ວ​ແປ​ວ່າ​​ແຂນ​ເສື້ອ​ນ້ຳ​ຂະໜາດ​ໃຫຍ່ທີ່​ມີ​ຊື່ວ່າ "ອວຍພອນ​ປ​ະ​ເທດ​ຊາດ", ການ​ຟ້ອນ​​ ແຂນ​ເສື້ອ​ນ້ຳ ​ມາ​ຈາກ​ການ​ຟ້ອນ​ຂອງສິລະ​ປະ​ງິ້ວຂອງ​ຈີນ. ຢູ່​ປາກ​ແຂນ​ເສື້ອ​ຂອງ​ນັກສະ​ແດງ​ຕິດ​ຜ້າ​ໄໝ​ສີຂາວ​ແຜ່ນ​ໜຶ່ງ, ​ເມື່ອ​ຟ້ອນ​ຂຶ້ນ​ມາ​ຄ້າຍຄື​ກັບ​ຄື້ນນ້ຳ, ສະ​ນັ້ນ​ຈຶ່ງ​ໄດ້​ຊື່ວ່າ "ສຸຍ​ຊິ້ວ", ແປ​ວ່າ​​ແຂນ​ເສື້ອ​ນ້ຳ.

ພວກ​ເຮົາ​ໄດ້​ເຫັນ​ວ່າ, ​ເນື່ອງ​ໃນ​ໂອກາດປະ​ເທດ​ຈີນ​ໃໝ່ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 60 ປີ ​ນັກສະ​ແດງ​ໃນກ້ອນກຳລັງ​ນີ້, ​ໃຊ້​ມື​ຈັບ​ດອກ​ໂບຕັນ​ທີ່​ບານ​ຂຶ້ນ,​ ຟ້ອນ​ແຂນ​ເສື້ອທີ່​ງາມ​ຕາ, ​ເພື່ອອວຍພອນ​ໃຫ້​ປະ​ເທດ​ຊາດ​ສຸກ​ສັນ​ວັນ​ເກີດ, ປະຊາຊົນ​ທັງ​ປວງ​ມີສຸຂະພາບ​ເຂັ້ມ​ແຂງ​ແລະ​ຢູ່​ເຢັນ​ເປັນ​ສຸກ.

ພາກ​ທີ 5: ຜົນສຳ​ເລັດ​ທີ່ສະຫງ່າລາສີ
ດຽວ​ນີ້​ການ​​ເດີນ​ຂະ​ບວນສວນສະໜາມ​ຂອງ​ມວນ​ຊົນ​ໄດ້​ເຂົ້າ​ສູ່​ພາກ​ທີ 5 ​ແລ້ວ. ຫົວ​ຂໍ້​ພາກ​ນີ້​ແມ່ນ: "ຜົນສຳ​ເລັດ​ອັນ​ສະຫງ່າ​ລາສີ". ​ ​ໃນ 60 ປີ​ມາ​ນີ້, ຈີນ​ໄດ້​ມີ ການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນຫຼັງມື. ​ການ​ເດີນຂະ​ບວນສວນສະໜາມ​ຂອງ​ມວນ​ຊົນ​ພາກ​ນີ້, ກໍຈະ​ສະ​ແດງ​​ໃຫ້​ເຫັນຜົນສຳ​ເລັດ​ດ້ານ​ຕ່າງໆ​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>