ກ້ອນ​ກຳລັງ​ການ​ພັດທະນາ​ດ້ານ​ກະສິກຳ

(GMT+08:00) 2009-10-01 12:10:59 cri
-----------------------------------------------------------------------------------------------------------------

ຢູ່ນຳ​ໜ້າ​ ແມ່ນ​ກ້ອນ​ກຳລັງ​ການ​ພັດທະນາ​ດ້ານ​ກະສິກຳ​ ທີ່​ປະກອບ​ດ້ວຍ​ຜູ້​ແທນຊາວ​ກະສິກອນ. ຢູ່​ເທິງ​ລົດປະດັບ​ໄດ້​​ປະດັບ​ປະດາ​ດ້ວຍຮວງ​ເຂົ້າ​ທີ່​ໃຫຍ່, ມີ​ຄວາມ​ໝາຍວ່າ​ມີ​ຜົນ​ເກັບ​ກ່ຽວ​ອັນ​ອຸດົມສົມບູນ. ທ່ານ​ຢວນລົງ​ພີ​ງ, ບັນດິດ​ສະພາ ບັນ​ດິດວິສະວະ​ກຳ​ຈີນ​ທີ່​ໄດ້​ນາມມະຍົດ​ເປັນ"ບິດາ​ເຂົ້າ​ພັນ​ປະສົມ" ກໍ່​ຢືນ​ຢູ່​ເທິງ​ລົດ​.

ຈີນ​ແມ່ນ​ປະ​ເທດ​​ໃຫຍ່​ດ້ານ​ກະສິກຳ, ມີ​ຊາວ​ກະສິກອນ 800 ລ້ານຄົນ. ກະ ສິກຳ​ແມ່ນ​ພື້ນຖານ​ຂອງ​ເສດຖະກິດ​ແຫ່ງ​ຊາດ. ການ​ພັດທະນດ້ານ​ກະສິກຳ​ໃນ 60 ປີ​ມາ​ນີ້, ສາມາດ​ເວົ້າ​ໄດ້​ວ່າ​ ຈີນ​ໄດ້​ສ້າງ​ສິ່ງມະຫັດສະຈັນ​ອັນ​ໜຶ່ງ, ນັ້ນກໍຄື​ໃຊ້​ດິນ​ປູກຝັງ​ 7% ຂອງ​ໂລກ​ລ້ຽງ​ປະຊາກອນ 22% ຂອງ​ໂລກ. ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ທີ່​ປະ​ເທດ​ຈີນ​ໃໝ່​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ, ກະສິກຳ​​ແມ່ນຢູ່​ໃນ​ສະພາບ​ຫຼ້າ​ຫຼັງ​ທີ່​ສຸດ.

ການ​ພັດທະນາ​ກະສິກຳ​ຂອງ​ຈີນ​ມີ​ການ​ພົວພັນ​ກັບ​ນະ​ໂຍບາຍ​ກະສິກຳ​ຕ່າງໆ​ຂອງ​ລັດຖະບານ​ຈີນ. ຫຼັງ​ຈາກ​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ແລ້ວ, ຈີນ​ໄດ້​ຊຸກ​ຍູ້​ການ​ປະຕິ​ຮູບ​ທີ່​ດິນຢ່າງຮອບດ້ານ, ຊາວ​ກະສິກອນໄດ້ຮັບ​ທີ່​ດິ​ນເປັນ​ຄັ້ງທຳ​ອິດ​ໃນ​ປະ ຫວັດສາດ. ​ໃນ​ຊຸມ​ປີ 1980, ຊົນນະ​ບົດ​ຈີນ​ເລີ່ມ​ປະຕິບັດ​ມາດ​ຕະການ​ທີ່​​ເອົາ​ທີ່​ດິນ​ທັງ​ໝົດ​ທີ່​ເປັນ​ກຳມະສິດຮວມໝູ່ນັ້ນມອບ​​ໃຫ້​ຄອບຄົວ​ຊາວ​ກະສິກອນຮັບ​ເໝົາ ​ເປັນ​ໄລຍະ​ຍາວ, ​​ໃຫ້​ເຂົາ​ເຈົ້າຮັບຜິດ​ຊອບ​ຜົນ​ໄດ້​ຜົນ​ເສຍ​​ໂດຍ​ຕົນ​ເອງ. ​ໃນ​ປີ 2005, ຈີນ​ກໍ່​ໄດ້​ຍົກ​ເລີກ​ອາກອນ​ກະສິກຳ​ທີ່​ປະຕິບັດມາ​ໄດ້ 2000 ກວ່າ​ປີ​ແລ້ວ.​ຍ້ອນ​ວ່າ​ຈີນ​ໄດ້​ຮັກສາ​ລະດັບ​ຕ່ຳ​ສຸດ​ທີ່​ຢ່າງ​ໜ້ອຍ​ຕ້ອງ​ມີ​ດິນ​ປູກຝັງ 120 ລ້ານ​ເຮັກຕານັ້ນ​ຢ່າງ​ເດັດຂາດຕະຫຼອດ​ມາ, ບວກ​ກັບ​ວ່າ​ ໄດ້​​ປູກ​​ເຂົ້າ​ດ້ວຍ​ວິທະຍາສາດ​ເຕັກນິກ​ກະສິກຳ​ທັນ​ສະ​ໄໝ, ຈີນ​ໄດ້​ຮັບປະກັນ​ຄວາມ​ປອດ​ໄ​ພດ້ານ​ທັນ​ຍາ​ຫານ. ຈີນ​ໄດ້​ແກ້​ໄຂ​ບັນຫາ​​ເຂົ້າກິນຂອງ​ປະຊາກອນ 1 ຕື້​​ 300 ລ້ານຄົນ, ນີ້​ກໍ່​ແມ່ນ​ການປະກອບສ່ວນ​ອັນ​ໃຫຍ່​ຫຼວງຂອງ​ຈີນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ມວນ​ມະນຸດ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>