ກ້ອນ​ກຳລັງອຸດສາຫະກຳ

(GMT+08:00) 2009-10-01 12:12:20 cri
-----------------------------------------------------------------------------------------------------------------

ກ້ອນ​ກຳລັງ​ທີ່​ພວມ​ຍ່າງ​ມາ​​ແມ່ນ​ປະກອບ​ດ້ວຍ​ກຳມະກອນ​ແລະ​ຊາວ​ກະ​ສິ  ກ​ອນທີ່ເຮັດ​ວຽກ​ໃນ​ຕົວ​ເມືອງ. ຢູ່​ເທິ​ງລົດ​ປະ​ດັບ​ມີ​ໝາກ​ເຟືອງ​ທີ່​ໝາຍ​ເຖິງ​​ແມ່​ແຮງ​​ກ້າວ​​ໄປ​ໜ້າ​ທີ່​ບໍ່​ເຫືອດ​ແຫ້ງຂອງ​ອຸດສາຫະກຳ​ຈີນ.

​ໃນ​ໄລຍະ​ທີ່​ປະ​ເທດ​ຈີນ​ໃໝ່​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ, ພື້ນຖານ​ອຸດສາຫະກຳ​ອ່ອນ​ແອ​ທີ່​ສຸດ.
​ເມື່ອ​ຜ່ານ​ການ​ພັດທະນາ​ເປັນ​ເວລາ 60 ປີ, ອຸດສາຫະກຳ​ຂອງ​ຈີນ​ໄດ້​ມີ​ການປ່ຽນ​ແປງ​​ໃນ​ດ້ານ​ທາດ​ແທ້, ​ໄດ້​ສ້າງ​ລະບົບ​ອຸດສາຫະກຳ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ. ປະຈຸ​ບັນ, ຈີນ​ໄດ້​ເປັນ​ປະ​ເທດ​​ໃຫຍ່​ທີ​ໜຶ່ງ​​ໃນ​ໂລກ​​ໃນດ້ານ​ຜະລິດ​ເຫຼັກ​ກ້າ​ເປັນ​ເວລາ 10 ກວ່າ​ປີ​ລຽນຕິດ. ​ໃນ​ໄລຍະ​ເສດຖະກິດ​ຊຸດ​ໂຊມ​ລົງປີ 2009, ປະລິມານ​ຈຳໜ່າຍ​ລົດຍົນ​ຂອງ​ຈີນ​ໄດ້​ເປັນ​ທີ​ໜຶ່ງ​ໃນ​ໂລກ 7​ ເດືອນ​ລຽນຕິດ. ຈີນ​ໄດ້​ຫັນ​ຈາກ​ປະ​ເທດ​ກະສິກຳ​ທີ່​ຫຼ້າ​ຫຼັງ​ກາຍ​ມາ​ເປັນ​ປະ​ເທດ​ໜຶ່ງ​ທີ່​ມີ​ລະດັບ​ກາງ​ຂອງ ອຸດສາຫະກຳ. ບົນ​ພື້ນຖານທີ່​ເປັນ​ເອກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ, ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ຫັນ​ເປັນ​ອຸດສາຫະກຳ​ແບບ​ໃໝ່​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ,ແລ​ະພະຍາຍາມ ​ຊຸກ​ຍູ້​ການ​ຫັນ​ເປັນ​ຂໍ້​ມູນ​ຂ່າວສານ​ປະສານ​ສົມທົບ​ກັບ​ການ​ຫັນ​ເປັນ​ອຸດສາຫະກຳ​.

ບາງ​ຄົນ​ເວົ້າ​ວ່າ, ຈີນ​ໄດ້​ໃຊ້​ເວລາ 60 ປີ​ສຳ​ເລັດ​ຂະ​ບວນການ​ຫັນ​ເປັນ​ອຸດສາ ຫະກຳ​ທີ່ປະ​ເທດ​ພັ​ດທະນາ​ແລ້ວ​ໃຊ້​ເວລາ 200 ຫາ 300 ປີ​ຈຶ່ງ​ສຳ​ເລັດ, ສົມ​ຊື່​ເປັນ​ສິ່ງ​ມະຫັດສະຈັນ​ທີ່​ບໍ່​ເຄີຍ​ມີ​ມາກ່ອນ​ໃນ​ປະຫວັດ​ມວນ​ມະນຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>