ກ້ອນ​ກຳລັງຄົມມະນາຄົມ​ຂົນ​ສົ່ງ

(GMT+08:00) 2009-10-01 12:14:00 cri
-----------------------------------------------------------------------------------------------------------------

ຜູ້ຕາງໜ້າ​ຂະ​ແໜງ​ການ​ຄົມມະນາຄົມຂົນ​ສົ່ງ​ພວມ​ເດີນ​ມາ,ກ້ອນ​ກຳລັງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຜົນງານ​ດ້ານ​ຄົມມະນາຄົມ​ຂົນສົ່ງຂອງ​ຈີນ​ໃນ 60 ປີ​ມາ​ນີ້.

ປະ​ຈຸ​ບັນ, ນອກຈາກ​ເຄືອ​ຂ່າຍ​ອິນ​​ເຕີ​ເນັດ​ແລ້ວ, ຍັງ​ມີ​ເຄື​ອຂ່າຍອີກ​ຊະນິດ​ໜຶ່ງ​ປົກ​ຫຸ້ມ​ທົ່ວປະ​ເທດ​ຈີນ, ນັ້ນກໍຄື​ເຄືອ​ຂ່າຍ​ຄົມມະນາຄົມ​ຂົນ​ສົ່ງ​ທີ່​ມີຢູ່​ທາງບົກ, ທາງ​ອາກາດ​ແລະ​ທາງ​ນ້ຳ. ປະ​ຈຸ​ບັນ​ຢູ່​ຈີນ, ບໍ່​ວ່າ​ຢາກ​ໄປ​ບ່ອນ​ໃດ, ​ເຄືອ​ຂ່າຍ​ຄົມມະນາ​ຄົມ​ນີ້​ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້ການ​ເດີນທາງ​ຂອງ​ປະຊາຊົນ.

​​​ແຕ່​ໃນ 60 ປີ​ກ່ອນ, ທາງ​ລົດ​ໄຟ​ຂອງ​ຈີນ​ທີ່​ແລ່ນ​ລົດ​ໄດ້​ມີ​ແຕ່ 1 ໝື່ນ​ກວ່າ​ກິ​ໂລ​ແມັດ​ເທົ່າ​ນັ້ນ, ​ໃນ​ທົ່ວ​ປະ​ເທດ​ ມີ​ແຕ່​ທາງຫຼວງ 3 ໝື່ນ​ກວ່າ​ກິ​ໂລ​ແມັດ, ການ​ພັດທະນາ​ຂອງ​ຂະ​ແໜງ​ການ​ຄົມມະນາຄົມ​ຂົນ​ສົ່ງ​ຫຼຸດ​​ໂຕນ​ຈາກ​ປະ​ເທດ​​ຕາ​ເວັນ​ຕົກ​ເກືອບ​ສະຕະວັດໜຶ່ງ.

ປະຈຸ​ບັນ, ກາ​ນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ຄົມມະນາຄົມ, ​ເຕັກນິກ​​ແລະ​ເຄື່ອງ​ອຸປະກອນຄົມມະນາຄົມ​ຂົນ​ສົ່ງຂອງ​ຈີນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງຫຼວງ​ຫຼາຍ, ປະລິມານ​ຂັບ​ຖ່າຍ​ສິນຄ້າ​​ໃນ​ທ່າ​ກຳ​ປັ່ນ​ທົ່ວ​ປະ​ເທດ​ເປັນອັນ​ດັບ​ໜຶ່ງ​ໃນ​ໂລກ, ​ລວມຍອດໄລຍະ​ທາງ​ຫຼວງ​​ເປັນອັນ​ດັບ​ທີສອງ​ໃນ​ໂລກ, ລົດ​ໄຟ​ດ່ວນ​ເລກ​ "​ເຮີ​ເຊຍ" ​​ແປ​ວ່າ "ກົມກຽວ" ​ທີ່​ຈີນ​ອອກ​ແບບ​ແລະ​ຜະລິດ​​ເອງ​ນັ້ນ​ໄດ້​ເປີດ​ສັງກາດ​ຄວາມ​ໄວ​ສູງ​ຂອງ​ທາງ​ລົດ​ໄຟ​ຈີນ. ​ເຄື່ອງບິນ​ອາຍ​ພຸ່ນ​ໄລຍະ​ກາງ​ແລະ​ໄລຍະ​ສັ້ນທີ່​ຈີນ​ຄົ້ນ ຄວ້າ​ຜະ​ລິດ​​ເອງ​ກໍ່​ໄດ້​ເລີ່​ມ​ເປີດ​ບໍລິການ​ແລ້ວ. ຄົມມະນາຄົມ​ໄດ້​ປ່ຽນ​ແປງ​ຈັງຫວະ​ຊີວິດ​ການ​ເປັນ​ຢູ່, ຄວາມ​ໄວ​ໄດ້​ຫຼຸດ​ໜ້ອຍໄລຍະ​ທາງ​ທີ່​ຫ່າງ​ໄກ​ຈາກ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>