ກ້ອນ​ກຳລັງອະນຸລັກ​ສິ່ງ​ແວດ​ລ້ອມ

(GMT+08:00) 2009-10-01 12:16:49 cri
-----------------------------------------------------------------------------------------------------------------

ທີ່​ພວມ​ເດີນ​ມາ​ແມ່ນ​ກ້ອນ​ກຳລັງອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ປະກອບ​ດ້ວຍ​ຜູ້​ປະ ຕິ​ບັດ​ງານ​ແລະ​ອາສາ​ສະໝັກ​ອະນຸລັກ​ສິ່ງ​ແວດ​ລ້ອມ, ຢູ່​ເທິງ​ລົດ​ປະດັບ,​ເດັກ​ນ້ອຍ​ຢອກ​ຫຼິ້ນ​ຢູ່ລະຫວ່າງ​ທ້ອງຟ້າ​ແຈ່ມ​ໃສ​​ແລະ​ນ້ຳ​ທີ່​ສະອາດ, ​ເຕີ​ບ​ໃຫຍ່​ຢ່າງ​ຜາ​ສຸກ​ໃນ​ບ້ານ​ສີຂຽວ. ຄຽງ​ຄູ່​ກັບ​ການ​ພັດທະນາ​ດ້ານ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຈີນ, ສະຕິ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຊາວ​ຈີນ​ກໍ່​ເພີ່ມຂຶ້ນ​​ເລື້ອຍໆ.

​ໃນ​ຊຸ​ມປີ 1960, ຈີນ​ໄດ້​ປະກາດ​ໃຊ້​ຂໍ້​ກຳນົດສັງ​ລວມກ່ຽວ​ກັບ​ການ​ອະນຸລັກ​ສີ່ງ​ແວດ​ລ້ອມ​ສະບັບ​ທຳ​ອິດ, ຮອດ​ຊຸມ​ປີ 1990, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໄດ້​ຍົກ​ຂັ້ນ​ໄດຂຶ້ນ​ເປັນ​ນະ​ໂຍບາຍ​​ແຫ່ງ​ຊາດ. ຈີນ​ຖື​ການ​ບັນລຸ​ການພັດທະນາ​ແບບ​ຍືນ​ຍົງ​ເປັນ​ຍຸດ​ທະ​ສາດ​ແຫ່ງ​ຊາດ, ອອກ​ແຮງ​ຊຸກ​ຍູ້​ການ​ສ້າງສາ​ອາລະຍະ​ທຳ​ທຳ​ມະ​ຊາດ.

ປະຈຸ​ບັນ, ການ​ອະນຸລັກສິ່ງ​ແວດ​ລ້ອມ​​ ໄດ້​ກາຍ​ເປັນຄ່າ​ນິຍົມ​ຂອງ​ສາທາ ລະ ນະ​ຊົນ. ​ໃນຫຼາຍ​ຄອບຄົວ​ຂອງ​ຊາວ​ຈີນ, ​ເມື່ອ​ຮອດ​ລະດູ​ຮ້ອນ, ກໍຈະ​ປະຕິບັດ​ຕາມ​ການ​ກຳນົດ​ຂອງ​ລັດຖະບານ​ທີ່​ວ່າ "​ປັບເຄື່ອງ​ປັບ​ອາກາດ​ບໍ່​ໃຫ້​ຕ່ຳ​ກວ່າ 26 ອົງສາ​ໃນ​ລະດູ​ຮ້ອນ". ​ໃນ​ການ​ເດີນທາງ, ປະຊາຊົນ​ກໍ່​ເລີ່​ມນິຍົມ​ໃຊ້​ພາຫະນະ​ຄົມມະ​ນາ​ຄົມສາທາລະນະ. ​​ເມື່ອ​ຮອດ​ລະດູ​ໃບ​ໄມ້​ປົ່ງ, ຈີນ​ກໍ່​ມີ​ມູນ​ເຊື້ອ​ທີ່​ສະໝັກ​ປູກ​ຕົ້ນ​ໄມ້. ການ​ສ້າງສາ​ສັງຄົມ​ທີ່​ປະຢັດ​ຊັບພະຍາກອນ​ແລະເປັນ​ມິດ​ຕໍ່ສິ່ງ​ແວດ​ລ້ອມ​ນັ້ນ​ໄດ້​ກາຍ​ເປັນ​ຄາດໝາຍ​ຂອງ​ລັດຖະບານ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>