ກ້ອນ​ກຳລັງການ​ເມືອງ​ປະຊາທິປະ​ໄຕຢູ່​

(GMT+08:00) 2009-10-01 12:18:23 cri
-----------------------------------------------------------------------------------------------------------------
ຫຼັງກ້ອນ​ກຳລັງອະນຸລັກ​ສິ່ງ​ແວດ​ລ້ອມ​ແມ່ນ​ກ້ອນ​ກຳລັງ​ການ​ເມືອງ​ປະຊາທິປະ​ໄຕ. ​ກ້ອນ​ກຳລັງ​ນີ້​ປະກອບ​ດ້ວຍ​ຜູ້ຕາງໜ້າ​ວົງ​ການ​ຕ່າງໆ​ໃນ​ສັງຄົມ, ​ເຊັ່ນ: ຜູ້​ແທນ​ສະພາ​ປະຊາຊົນ, ສະ​ມາ​ຊິກ​ສະພາ​ປຶກສາ​ການ​ເມືອງ, ພັກ​ປະຊາທິປະ​ໄຕ, ບຸກຄົນ​ທີ່​ບໍ່​ຂຶ້ນ​ກັບ​ພັກ​ຝ່າຍ​ໃດ,ພ້ອມ​ດ້ວຍ​ວົງ​ການ​ສາສະໜາ, ສະຫະພັນ​ອຸດ​ສາ​ຫະກຳ​ແລະ​ການ​ຄ້າ, ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ, ມາ​​ເກົາ, ​ໄຕ້​ຫວັນ​ແລະຈີນ​ຕ່າງ​ດ້າວ. ​ໃນ 60 ປີ​ມາ​ນີ້, ຈີນ​ອອກ​ແຮງ​ພັດທະນາ​ການ​ເມືອງ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ລະບອບ​ສະພາ​ປະຊາຊົນ, ລະບອບການ​ຮ່ວມ​ມື​ທີ່​ມີ​ຫຼາຍ​ພັກ​ຝ່າຍ​​ແລະປຶກສາ​ການ​ເມືອງທີ່​ນຳພາ​ໂດຍ​ພັກ​ຄອມ​ມູນິດ​ຈີນ, ລະບອບ​ປົກຄອງ​ຕົນ​ເອງ​ຂອງ​ເຂດ​ຊົນ​ເຜົ່າ, ​ແລະ​ລະບອບ​ປົກຄອງ​ຕົນ​ເອງ​ຂອງ​ປະຊາຊົນ​ຂັ້ນຮາກ​ຖານ, ​ໄດ້ຮັບ​ການ​ປັບປຸງ​ນັບ​ມື້​ນັບ​ດີ​ຂຶ້ນ, ການ​ເມືອງ​ປະຊາທິປະ​ໄ​ຕສັງຄົມ​ນິຍົມ​ຂອງ​ຈີນ​ໄດ້​ເກີດ​ມີ​ພະລັງ​ຊີວິດ​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>