ກ້ອນ​ກຳລັງ​ແຫ່ງ​ການປົກຄອງ​ປະ​ເທດ​ຕາມ​ກົດໝາຍ

(GMT+08:00) 2009-10-01 12:20:28 cri
-----------------------------------------------------------------------------------------------------------------


ດຽວ​ນີ້​ກ້ອນ​ກຳລັງ​ແຫ່ງ​ການປົກຄອງ​ປະ​ເທດຕາມ​ກົດໝາຍ​ພວມ​ເດີນ​ມາ. ຊູ່​ມື້​ນີ້, ລະບົບ​ກົດໝາຍ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໃນ​ຂັ້ນ​ພື້ນຖານ, ຍຸດ​ທະ​ສາດ​ພື້ນຖານທີ່​ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​​ໄດ້​ຮັບ​ການປະຕິບັດ​ຢ່າງ​ບັງ​ເກີດ​ຜົນ, ທັດສະນະຄະຕິ​ແຫ່ງ​ການ​ປົກຄອງ​ຕາມ​ກົດໝາຍ​ສັງຄົມ​ນິຍົມ​ໄດ້​ລົງ​ເລິກ​ສູ່​ຈິດ​ໃຈ​ປະຊາຊົນ.

ກ້ອນ​ກຳລັງພັດທະນາ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ
​ກ້ອນ​ກຳລັງ​ພັດທະນາ​ວີທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ປະກອບ​ດ້ວຍ​ຜູ້​ປະຕິບັດ​ງານວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ຜູ້​ປະຕິບັດ​ງານວິສະວະກຳ​​ເດີນ​ມາ​ແລ້ວ. ລົດ​ປະດັບໃນ​ກ້ອນ​ກຳລັງນີ້​ມີ​ຮູບ​ຈຳລອງ​ຄອມ​ພິວ​ເຕີ​ໜ່ວຍ​ໜຶ່ງ, ຍັງ​ມີ​ຮູ​ບຈຳລອງ​ຂອງ​​ໂຕະ​ເຮັດ​ວຽກ​ໃນ​ຫ້ອງທົດ​ລອງ. ຢູ່​ເທິງ​ລົດ​ໄດ້​ຂຽນ​ຄຳ​ຂວັນ​ທີ່​ວ່າ "ປະດິດ​ສ້າງ​​​ໂດຍຕົນ​ເອງ, ຄົ້ນຄວ້າ​ເຕັກນິກ​ສຳຄັນ, ສະໜັບສະໜູ​ການ​ພັດທະນາ, ​ແລະ​ນຳ​ໜ້າ​ກ້າ​ວສູ່​ອະນາຄົດ", ນີ້​ແມ່ນ​ທິດ​ທາງທີ່​ຊີ້​ນຳ​ວຽກ​ງານ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ.

​ໃນ​ໄລຍະ​ທີ່​ປະ​ເທດ​ຈີນ​ໃໝ່​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ, ຈີນ​ມີ​ແຕ່​ 30 ກວ່າອົງການ​ຄົ້ນຄວ້າ​ວິຊາສະ​ເພາະ​ເທົ່າ​ນັ້ນ, ຜູ້​ປະຕິບັດ​ງານ​ວິທະຍາສາດ​ເຕັກນິກ​ໃນ​ທົ່ວ​ປະ​ເທດ​ບໍ່​ຫຼາຍກວ່າ 5 ໝື່ນ​ຄົນ. ຜູ້​ປະຕິບັດ​ງານ​ວິ​ທະຍາ​ສາດ​ຂອງ​ຈີນ​ເລີ່​ມບາກ​ບັ່ນ​ສູ້​ຊົນ​ຈາກ​ສະພາບ​ທີ່​ບໍ່​ມີ​ຫຍັງ​ໝົດ. ຈາກ​ລູກ​ລະ​ເບີດ​ປະລະມານູ, ລູກ​ລະ​ເບີດ​ອິດ​ໂດຼ​ແຊນ​ແລະ​ດາວ​ທຽມ​ຮອດ​ເຂົ້ານາພັນ​ປະສົມ​, ຈາກ​ "ປະສົມ​ທາດ​​ແອ​ງສູ​ລີ​ນງົວ​ດ້ວຍ​ແຮງ​ຄົນ" ​ຮອດ "ພາບລະອຽດ​ທີ່​ວັດແທກລຽງລຳດັບ 1% ຂອງ​ແຜນການ​ໜ່ວຍ​ແຊນ​ມະນຸດ, ຜົນງາ​ນວິທະຍາສາດ​ເຕັກນິກຕ່າງໆ​ໄດ້​ສະ​ແດງ​ໃຫ້​ເຫັນ​ກຳລັງ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ. ປະຈຸ​ບັນ, ການສ້າງ​ປະ​ເທດ​ໃຫ້​ຈະ​ເລີ​ນດ້ວຍ​ວິທະ ຍາສາດ​ແລະ​ການ​ສຶກສາ​ໄດ້​ກາຍ​ເປັນ​ຍຸດ​ທະ​ສາ​ແຫ່ງ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>