ກ້ອນ​ກຳລັງ​ຍານ​ອະວະກາດ​ເສີນ​ໂຈ່​ວຂຶ້ນ​ສູ່​ອະວະກາດ

(GMT+08:00) 2009-10-01 12:22:27 cri
-----------------------------------------------------------------------------------------------------------------

ຜູ້ຕາງໜ້າ​ຜູ້​ປະຕິ​ບັດ​ງານວິທະຍາສາດ​ເຕັກນິກ​ການ​ບິນ​ອະວະ​ກາດ​ເດີນ​ມາ​ແລ້ວ. ພວກ​ເຮົາ​ໄດ້​ເຫັນ​ວ່າ, ຢູ່​ເທິ​ງລົດ​ປະດັບມີ​ວີລະ​ຊົນ​ການບິນ​ອະວະ​ການ. ປີ 2003, ທ່ານ​ຢາງ​ລີ້​ເວີຍ​ໄດ້​ຂຶ້ນ​ສູ່​ອະວະ​ອາດ​ໂດຍ​ຍານ​ອະວະກາດ​ເສີນ​ໂຈ່​ວ​ເລກ 5 ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງ, ກາຍ​ເປັນ​ຄົນ​ຈີນ​ທຳ​ອິດ​ທີ່​ເຂົ້າສູ່ອະວະກາດ. ຈີນ​ກໍ່​ກາຍເປັນ​ປະ​ເທດ​ທີ​ສາມ​ໃນ​ໂລກ​ທີ່​ສາມາດ​ດຳ​ເນີນ​ການບິນ​ອະວະກາດບັນທຸກ​ມະນຸດ.

ດຽວ​ນີ້​ຜູ້​ທີ່​ຍ່າງອອກ​ມາ​ຈາກ​ຮູບ​ຈຳລອງ​ຍານ​ອະວະກາດ​​ໃນ​ລົດ​ປະດັບແມ່ນ​ທ່ານ​ໄຈ​ຈື້ກ່າງ, ນັກ​ວີລະ​ຊົນ​ການບິນ​ອະ​ວະ​ກາດ, ທ່ານ​​ໄດ້​ສະ​ແດງ​ໃຫ້​ເຫັນ​ສະ ພາບ​ທີ່​ຊາວ​ຈີນ​ອອກ​ຈາກ​ຍານ​ໃນ​ອະ​ວະ​ກາດ​ເປັນ​ຄັ້ງ​ທຳ​ອິດ. ວັນ​ທີ 27 ກັນຍາ​2008, ທ່ານ​ໄຈ​ຈື້ກ່າງ​ໄດ້​ຂັບຍານ​ອະວະກາດ​ບັນທຸກມະນຸດ​ເສີນ​ໂຈ່​ວ​ເລກ 7, ດຳ​ເນີນ​ການ​ຍ່າງ​ໃນ​ອະວະກາດ​ເປັນ​ເວລາ 19 ນາທີ 35 ວິນາທີ. ​ໄດ້ຈົ່ງຮອຍຕີນ​ຂອງ​ຄົນ​ຈີນ​ໄວ້​ໃນ​ອະວະກາດ​ເປັນ​ຄັ້ງ​ທຳ​ອິດ.

ກ້ອນ​ກຳລັງ​ການ​ພັດທະນາ​ການ​ສຶກສາ

ດຽວ​ນີ້​ຜູ້​ເດີນ​ມາ​ແມ່ນກ້ອນ​ກຳລັງ​ການພັດທະນາ​ການ​ສຶກສາ​ທີ່​ປະກອບ​ດ້ວຍ​ຜູ້ຕາງໜ້າ​ອາຈານ​ແລະ​ນັກສຶກສາ​ໃນ​ໂຮງຮຽນ​ຊັ້ນ​ສູງ.

​ໃນ​ໄລຍະ​ປະ​ເທດ​ຈີນ​ໃໝ່​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ, ​ໃນ​ປະຊາກອນ 600 ລ້ານ​ຄົນ​ມີ 400 ກວ່າລ້ານ​ແມ່ນ​ຜູ້​ກືກ​ໜັງສື, ​ໃນ​ຊົນນະບົດ​ຜູ້​ກືກ​ໜັງສື​ກໍ່​ສູງ​ເຖິງ 95% ຂຶ້ນ​ໄປ. ​ໃນ​ປີ 1986, ຈີນ​ໄດ້​ປະກາດ​ໃຊ້​ "ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ພາກ​ບັງຄັບ​ສາທາລະນະ​ລັດ​ປະຊາຊົນ​ຈີນ", ຮອດປີ 2001, ຈີນ​​ໄດ້​ປະກາດ​ຕໍ່​ຊາວ​ໂລກ​ວ່າ, ​ໄດ້​ບັນລຸ​​ເປົ້າ​ໝາຍ​ຍຸດ​ທະ​ສາດ​ທີ່​ປະຕິບັດ​ການ​ສຶກສາ​ພາກ​ບັງຄັບ 9 ປີ​​ໃຫ້​ທົ່ວ​ເຖິງ ໃນ​ຂັ້ນ​ພື້ນຖານ, ​ແລະ​ໄດ້​ລົບ​ລ້າງ​ຄວາມ​ກືກ​ໜັງສື​ໃນ​ຊາວ​ໜຸ່ມ​ແລະ​ໄວ​ກາງ​ໃນຂັ້ນ ພື້ນຖານ, ດຽວ​ນີ້​ໃນ​ນັກຮຽນ 10 ຄົນ​ທີ່​ເຂົ້າ​ຮ່ວມ​ການ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ​ນັ້ນ​ມີ 6 ຄົນ​ຈະ​​ເສັງ​ຜ່ານ​ເຂົ້າ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>