ກ້ອນ​ກຳລັງ​ວັດທະນະທຳທີ່​ຈະ​ເລີ​ນຮຸ່ງ​ເຮືອງ

(GMT+08:00) 2009-10-01 12:23:43 cri
-----------------------------------------------------------------------------------------------------------------

ກ້ອນ​ກຳລັງ​ທີ່​ປະກອບ​ດ້ວຍຜູ້​ປະຕິບັດ​ງານ​​ແລະ​ຜູ້​ມັກວັນນະຄະດີເດີນ​ມາ​ແລ້ວ. ​ກ້ອນ​ກຳລັງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ໝາກຜົນ​ຂອງ​ປະ​ເທດ​ຈີນ​ໃໝ່​ໃນ​ການ​ສ້າງສາ​ວັດທະນະທຳ​ໃນ 60 ປີ​ມາ​ນີ້.

ປະຈຸ​ບັນ, ຫໍສະໝຸດ​ສາທາລະນະ​ຢູ່​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​ໄດ້​ມີ​ເຖິງ 2800 ກວ່າ​ແຫ່ງ, ມີ​ຫໍພິພິດທະ​ພັນ​ແລະ​ຫໍ​ລະ​ລຶກ 1000 ກວ່າ​ແຫ່ງ, ​ແລະ​ເປີດບໍລິການ​ໃຫ້​ສັງຄົມ​ໂດຍ​ບໍ່​​ເກັບ​ຄ່າ.
​ເພື່ອ​​ເຮັດ​ໃຫ້​ຊີວິດການ​ເປັນ​ຢູ່​ດ້ານ​ວັດທະນະທຳ​ຂອງ​ຊາວ​ກະສິກອນ ອຸດົມ ສົມບູນ​ຂຶ້ນ, ຈີນ​ໄດ້ປະຕິບັດໂຄງການ "​ໃຫ້​ທຸກໆ​ບ້ານ​ຟັງວິທະຍຸ​ແລະເບິ່ງໂທລະ ພາບ​​ໄດ້",​ເຊິ່ງ​ໄດ້​ແກ້​ໄຂ​ບັນຫາ​ຟັງ​ວິທະຍຸ​ແລະ​ເບິ່ງ​ໂທລະພາບ​ຢູ່​ຊົນນະ​ບົດ​ອັນ ກວ້າງ​ໃຫຍ່.

ການ​ປະຕິ​ຮູບ​​ໂຄງ​ປະກອບ​ວັດທະນະທຳ​ຂອງຈີນ​ກໍ່​ໄດ້​ເຮັດ​ໃຫ້​ອຸດສາຫະກຳ ວັດທະນະທຳ​ມີຄວາມ​ຊີວິດ​ຊີວາ​​ເພີ່ມ​ຂຶ້ນ. ​ໃນ​ເດືອນ​ກໍລະກົດ​ປີ​ນີ້, ​ໂດຍ​ປະ​ເຊີນ​ກັບ​ວິ​ກິດ​ການການ​ເງິນ​ສາກົນ, ຈີນ​ຍັງໄດ້​ຈັດ​ວາງ​​ແຜນການ​ຟື້ນ​ຟູ​ອຸດສາຫະກຳ​ວັດທະນະທ​ໃຫ້​ຈະ​ເລີ​ນ,​ເຊິ່ງ​ເປັນ​ຂີດ​ໝາຍສະ​ແດງ​ໃຫ້​ເຫັນ​ວ່າ,ອຸດ​ສາ​ຫະກຳ​ວັດ ທະນະທຳ​ໄດ້​ຂຶ້ນ​ສູ່​ລະດັບ​ຍຸ​ດທະ​ສາດ​ແຫ່ງ​ຊາດ, ທັງນີ້​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງຕໍ່​ຈີນ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ, ຊຸກ​ຍູ້​ການ​ປັບປຸງ​ໂຄງ​ປະກອບ​ເສດຖະ ກິດ, ບັນລຸ​ການພັ​ດທະນາ​ເສດຖະກິດ​ແລະ​ສັງຄົມ​​ແບບ​ຍືນ​ຍົງ​ຂອງ​ຈີນ.

ກ້ອນ​ກຳລັງ​ການ​ພັດທະນາ​ກິລາ
ທີ່ພວມ​​ເດີນ​ມາດຽວ​ນີ້​ແມ່ນ​ກ້ອນ​ກຳລັງ​ແຫ່ງ​ການ​ພັດທະ​ນາ​ກິລາ, ​ເຊິ່ງປະ ກອບ​ດ້ວຍ​ນັກ​ກິລາ, ຜູ້​ປະຕິ​ບັດ​ງານ​ດ້ານ​ກິລາ​ແລະມວນ​ຊົນ​ຜູ້​ມັກ​ຫຼິ້ນ​ກິລາ. ລົດ​ປະດັບ​ມີສາມ​ຊັ້ນ, ໝາຍ​ເຖິງ​ທົ່ວ​ປວງ​ຊົນ​ອອກກຳລັງ​ກາຍ​, ກິລາ​ດັ້ງ​ເດີມ, ​ແລະ​ກິລາ​ປະ​ເພດ​ແຂ່ງຂັນ.

ນັບ​ແຕ່​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້, ສຸຂະພາບ​ແລະ​ຄວາມ​ຫ້າວຫັນ​ອອກ ກຳລັງ​ກາຍຂອງ​ຄົນ​ຈີນ, ​ໄດ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ລັດຖະບານ​ຈີນ​ຍັງ​ຕົກລົງ​ວ່າ, ​ນັບແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ, ຈັດ​ເອົາ​ວັນ​ທີ 8 ສິງຫາ​ທຸກ​ປີ​ເປັນ​ວັນ​ອອກກຳລັງ​ກາຍ​ທົ່ວ​ປວງ​ຊົນ​ຂອງ​ຈີນ.

​​ນັບແຕ່​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້, ​ໃນ​ການ​​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງ​ໆ, ນັກ​ກິລາ​ຈີນ​ຊີງ​ໄດ້​ແຊມ​ປຽນ​ໂລກ 2300 ກວ່າ​ເທື່ອ, ສ້າງ​ສະຖິຕິ​ໂລກ​ເກືອບ 1200​ເທື່ອ, ​ໄດ້​ສົມ​ຊື່​ເປັນ​ປະ​ເທດ​ໃຫຍ່​ດ້ານ​ກິລາ​ຢ່າງ​ແທ້​ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>