ກ້ອນ​ກຳລັງໂອ​ລິ​ມປິກ​ປັກ​ກິ່ງ

(GMT+08:00) 2009-10-01 12:24:43 cri
-----------------------------------------------------------------------------------------------------------------

​ໄປ​ພ້ອມໆ​ກັບ​ສຽງ​ເພງ"you and me"ທີ່​ເປັນ​ເພງ​ເອກ​ຂອງ​ງານ​ກິລາ​ໂອ​ລິ​ມ ປິກ​ປັກ​ກິ່ງ, ​ກ້ອນ​ກຳລັງກິລາ​ໂອ​ແລັມປິກ​ທີ່​ປະກອບ​ດ້ວຍ​ຮູບ​ຈຳລອງຮັງ​ນົກ, ​ເມກ​ສິລິ​ມຸງຄຸນ, ທວນ​ໄຟ​ແລະ​ສັດນຳ​ໂຊກ​​ໂອ​ແລັມປິກ​ໄດ້​ເດີນ​ມາ​ແລ້ວ. ​ໃນກ້ອນ​ກຳລັງ​ນີ້​ໄດ້​ເຕົ້າ​​ໂຮມ​ຜູ້ຕາງໜ້າ​ອາສາ​ສະໝັກ​, ຜູ້​ກໍ່ສ້າງ, ​ແລະ​ຜູ້​ປະຕິບັດ​ງານ​ໂອ​ແລັມປິກ, ຈໍ​ໃຫຍ່​ຢູ່​ເທິງ​ລົດ​ປະດັບໄດ້​ສາຍ​ຮູບ​ພາບທີ່​ໜ້າ​ເບິ່ງ​ຕ່າງໆ​ຂອງ​ງານ​ກິລາ​ໂອ​ແລັມປິກ ປັກ​ກິ່​ງ.

ການຈັດ​ງານ​ກິລາ​ໂອ​ແລັມປິກ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ​ກໍໄດ້​ເຮັດ​ໃຫ້​ຊາວ​ໂລກ​ເຫັນ​ປະ​ເທດ​ຈີນ​ທີ່​ມີ​ປະຫວັດ​ຍາວ​ນານ​ແລະ​ມີ​ວັດທະນະທຳ​ອັນ​ຈະ​ເລີ​ນຮຸ່ງ​ເຮືອງ, ປະ​ເທດ​ຈີນ​ທີ່​ພວມ​ຈະ​ເລີ​ນ​ຂຶ້ນ​ແລະ​ເຊື່ອມ​ໂຍງ​ເຂົ້​າ​ສູ່ໂລກ.

ກ້ອນ​ກຳລັງ​ປະຊາກອນ​ແລະສາທາລະນະ​ສຸກ
ທີ່ພວມ​ເດີນ​ມາ​ດຽວ​ນີ້ແມ່ນກ້ອນ​ກຳລັງ​ປະຊາກອນ​ແລະສາທາລະນະ​ສຸກ​ທີ່ມີ​ຜູ້​ປະຕິ​ບັດ​ງານສາທາລະນະ​ສຸກ​ແລະ​ວາງ​ແຜນຄອບຄົວ,​ເຊິ່ງມີ​ຫົວ​ຂໍ້​ກ່ຽວ​ກັບ​ສຸຂະ ພາບ, ຊີວິດ​ແລະ​ຄວາມ​ຫວັງ.

ກ່ອນ​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ, ອາຍຸ​ທີ່ສະ​ເລ່ຍຂອງ​ຄົນ​ຈີນ​ມີ​ແຕ່ 35 ປີ. ​ນັບແຕ່​ປະ​ເທດ​ຈີນ​​ໃໝ່​ສ້າງ​ຕັ້ງ​ຂຶ້ນ 60 ປີ​ມາ​ນີ້, ລະບົບ​ສາທາລະນະ​ສຸກ​ແລະ​ລະບົບ​ການ​ປິ່ນປົວ​ໄດ້​​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ລະບຽບ​ການຮັບປະກັນ​ການ​ປິ່ນປົວ​ພື້ນຖານ​ໄດ້​ສ້າງ​ຂຶ້ນ​ໃນ​ເບື້ອງ​ຕົ້ນ, ລະດັບ​ສຸຂະພາບ​ຂອງ​ປະຊາຊົນ​ກໍ່​ດີ​ຂຶ້ນ​ຢ່າງຕໍ່​ເນື່ອງ. ປະຈຸ​ບັນ, ອາຍຸ​ສະ​ເລ່ຍຂອງ​ຄົນ​ຈີນ​ໄດ້​ຈາກ 35 ປີ​ຂຶ້ນ​ເປັນ 73 ປີ, ອັດຕາ​ການຕາຍ​ຂອງ​ແມ່​ມານ​​ແລະ​ແມ່​ທີ່ເກີດ​ລູກ​ພ້ອມ​ດ້ວຍ​ອັດຕາ​​ການ​ຕາຍ​ຂອງ​​ເດັກ​ແດງ​ກໍ່​ໄດ້​ຫຼຸດ​ຕ່ຳລົງຢ່າງ​ຫຼວງ​ຫຼາຍ. ສາມາດ​ເວົ້າ​ໄດ້​ວ່າ, ຄົນ​ຈີນ​ມີ​ອາຍຸ​ຍືນ ກວ່າ​ເກົ່າ, ​ແລະ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ​ກວ່າ​ເກົ່າ​ແລ້ວ.

ນອກ​ນີ້, ​ໃນຊຸມ​ປີ 1970, ຈີນ​ໄດ້​ປະຕິບັດ​ນະ​ໂຍບາຍ​ວາງ​ແຜນ​ຄອບຄົວ. ​ໃນ 30 ກວ່າ​ປີ​ມາ​ນີ້, ຈີນ​ໄດ້​ຫຼຸດ​ການ​ເກີດ​ລູກ​ໃໝ່ 400 ລ້ານ​ກວ່າ​ຄົນ, ນີ້​ເຮັດ​ໃຫ້​ວັນ​ປະຊາກອນ1 ຕື້300 ລ້ານ​ຄົນ​ຂອງຈີນ​ແລະ​ວັນ​ປະຊາກອນ 6 ຕື້​ຄົນ​ຂອງ​ໂລກ​ໄດ້​ມາ​ເຖິງຊ້າ​ໄປ 4 ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>