ກ້ອນ​ກຳລັງ​ບ້ານ​ກົມກຽວ

(GMT+08:00) 2009-10-01 12:26:17 cri
-----------------------------------------------------------------------------------------------------------------

ຊາວ​ຈີນ​ມັກ​ເວົ້າ​ວ່າ, ຄອບຄົວ​ມີ​ຄວາມ​ກົມກຽວ​ແລ້ວ, ທຸກ​ວຽກ​ຈະ​ຈະ​ເລີ​ນ, ​ໃນ​ປີ2004, ພັກ​ຄອມ​ມູນິດ​ຈີນ​ໄດ້​ສະ​ເໜີ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ພັດທະນາ​ສັງຄົມ​ທີ່​ວ່າ​ສ້າງ​ສັງຄົມ​ທີ່​ກົມກຽວ​ກັນ, ດຽວ​ນີ້​ ພວກ​ເຮົາ​ໄດ້​ເຫັນກ້ອນ​ກຳລັງ​​ບ້ານ​ທີ່​ກົມກຽວ, ຢູ່​ເທິງ​ລົດ​ປະດັບ, ມີ​ຮູບ​ຈຳລອງ​ເຂດ​ຊຸມ​ຊົນ​ທີ່​ສວຍ​ງາມ, ຢູ່​ເທິງ​ລົດ​ມີ​ຜູ້ຕາງໜ້າ​ຄູ່​ສົມລົດ​ໃໝ່, ຜູ້ຕາງໜ້າ​ຄອບຄົວ​ອົບ​ອຸ່ນ, ຜູ້ຕາງໜ້າ​ຄົນ​ພິການ,​ ​ແລະ​ຜູ້ຕາງ​ໜ້າ​ພະນັກງານ​ເຂດ​ຊຸມ​ຊົນ​ແລະ​ອື່ນໆ​, ​ເຂົາ​ເຈົ້າ​ໄດ້​ນຸ່ງ​ຊຸດ​ສະຫຼອງ​ມື້ບຸນ, ຍິ້ມ​ແຍ້ມ​​ແຈ່ມ​ໃສ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ສະພາບ​ສວຍ​ງາມ​ຂອງບ້ານທີ່​ກົມກຽວກັນ.

ກ້ອນ​ກຳລັງ​ຮ່ວມ​ແຮງ​ຮ່ວມ​ໃຈ
ດຽວ​ນີ້​ຜູ້​ກຳລັງ​ເດີນ​ມາ​ແມ່ນກ້ອນ​ກຳລັງ​ຮ່ວມ​ແຮງ​ຮ່ວມ​ໃຈ, ກ້ອນ​ກຳລັງ​ນີ້​ປະ ກອບ​ດ້ວຍ​ມວນຊົນ​ວົງ​ການ​ຕ່າງໆ​ຂອງ​ນະຄອນ​ຫຼວງ​ປັກ​ກິ່ງ, ​ແລະ​ຜູ້ຕາງ​ໜ້າ​ກຸ່ມ​ຄົນທີ່​ເຄີຍ​ເຂົ້າ​ຮ່ວມ​ການກູ້​ໄພ​ແລະ​ຕ້ານ​ໄພ​ນ້ຳ​ຖ້ວມ​ແລະ​​ແຜ່ນດິນ​ໄຫວ. ກ້ອນ​ກຳລັງ​ນີ້​ຢາກ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ປະຊາຊົນ​ຈີນ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຕ່າງໆ. 

ກ້ອນ​ກຳລັງ ​​ດວງ​ໃຈ​ຮັກ​ຊາດຈີນ​ຂອງ​ຂ້ອຍ
ກ້ອນ​ກຳລັງ​ດວງ​ໃຈ​ຮັກ​ຊາດ​ຈີນຂອງ​ຂ້ອຍ​ທີ່​ປະກອບ​ດ້ວຍນັກສຶກສາ​ຈີນ​ທີ່​ຮຽນ​ຈົບ​ຈາກ​ຕ່າງປະ​ເທດ, ​ແລະ​ຈີນ​ຕ່າງ​ດ້າວ​ເດີນ​ມາ​ແລ້ວ.

ນັບ​ແຕ່​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ 60 ປີມານີ້, ຄົນ​ຈີນ​ທີ່​ໄປ​ຮ່ຳຮຽນ​ຢູ່​ຕ່າງປະ​ເທດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ປະຈຸ​ບັນ, ນັກ​ສຶກສາ​ຈີນ​ແຈກ​ຢາຍ​ຢູ່ 100 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ, ຮຽນ​​ເກືອບ​ໝົດ​ທຸກວິ​ຊາທີ່​ມີ​ຢູ່​ໃນ​ປະຈຸ​ບັນ. ພ້ອມ​ກັນ​ນັ້ນ, ຈີນ​ກໍ່​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ດຶງ​ດູດ​ຜູ້​ດີ​ເດັ່ນຮຽນ​ຈົບ​ແລ້ວ​ກັບ​ຄືນ​ປະ​ເທດ​ຊາດ. ຜູ້​ຮຽນ​ຈົບ​ນັບ​ມື້​ນັບ​ຫຼາຍ​ກໍ່​ໄດ້​ເລືອກ​ກັບ​ຄືນ​ເຮັດ​ວຽກ​ຢູ່​ຈີນ.

​ໃນ​ທຸກ​​ເວລາ, ຊາວ​ຈີນ​ຕ່າງ​ດ້າວ​ກໍ່​ເອົາ​ໃຈ​ໃສ່​ນຳການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ຕົວຢ່າງ​ວ່າ, ​ໃນ​ໄລຍະ​ເບື້ອງ​ຕົ້ນ​ທີ່​ປະຕິບັດ​ການ​ປະຕິຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ, ຊາວຈີນ​ຕ່າງ​ດ້າວ​ຈຳນວນຫຼວງ​ຫຼາຍ​ ໄດ້​ນຳ​ໜ້າ​ກັບ​ມາ​ລົງທຶນ​ຢູ່​ຈີນ, ປະຈຸ​ບັນ, ຊາວຈີນ​ຕ່າງ​ດ້າວຫຼາຍ​ຄົນ​ກໍ່​ອອກ​ແຮງ​ຊ່ອຍ​ເຫຼືອ​ພັດທະນາ​ການ​ສຶກສາ, ຊ່ອຍ​ເຫຼືອ​ຜູ້​ປະສົບ​ໄພ​ແລະ​ຜູ້​ມີ​ຄວາມ​ຫຍຸ້ງຍາກ, ຊຸກ​ຍູ້​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ​ແລະ​ອື່ນໆ, ​ເພື່ອປະກອບສ່ວນ​ຂອງ​ຕົນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>