ກ້ອນ​ກຳລັງ​ໂລກ​ດຽວ​ກັນ

(GMT+08:00) 2009-10-01 12:27:41 cri
-----------------------------------------------------------------------------------------------------------------

ກ້ອນ​ກຳລັງ​ໂລກ​ດຽວ​ກັນ​ກຳລັງ​​ເດີນ​ມາ​ແລ້ວ, ​ເຊິ່ງປະກອບ​ດ້ວຍ​​ເພື່ອນ​ມິດ ສາ​ກົນ, ຊ່ຽວຊານ​ຕ່າງປະ​ເທດ, ນັກ​ສຶກສາ​ຕ່າງ​ປະ​ເທດ​ທີ່​ມາ​ຮຽນ​ຢູ່​ຈີນ, ​ແລະ​ຜູ້ຕາງໜ້າ​ອົງການ​ທຶນ​ຕ່າງປະ​ເທດ​ປະຈຳ​ປັກ​ກິ່ງ.

ຢູ່​ເທິງ​ລົດ​ປະດັບ​ມີ​ວົງ​ໂຄຈອນ​ຮູບ​ໄຂ່​ທີ່​ອ້ອມ​ໜ່ວຍ​ໂລກ, ໝາຍ​ເຖິງ​ຫົວ​ຂໍ້​ຫຼັກ​ໃນ​ຍຸກ​ປະຈຸ​ບັນ, ຄື: ສັນຕິພາບ​, ການ​ພັດທະນາ, ​ແລະ​ການຮ່ວມ​ມື.  ​ໃນ​ຖານະ​ທີ່ເປັນ​ປະ​ເທດພວມ​ພັດທະນາ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ, ຈີນ​ໄດ້​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ມີ​ສັນຕິພາບ, ເອກະລາດ​ແລະເປັນ​ເຈົ້າ​ຕົນ​ເອງຕະຫຼອດ​ມາ, ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ. ​ໂດຍ​ສະ​ເພາະ​ແມ່ນ​ ຫຼັງຈາກ ປະຕິບັດ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ 30 ປີ​ມາ​ນີ້, ຈີນ​ໄດ້​ຕັ້ງ​​ໜ້າ​​ເຊື່ອມ​ໂຍງ​ເຂົ້າ​ໃນ​ປະຊາ​ຄົມ​ໂລກ, ​ໄດ້​ເຂົ້າ​ຮ່ວມ 100 ກວ່າ​ອົງການ​ຈັດ​ຕັ້ງ​ສາກົນ​ລະຫວ່າງ​ລັດຖະບານ, ​ໄດ້​ລົງ​ນາມ​ໃນ​ສົນທິ​ສັນຍາ​ສາກົນ 300 ກວ່າ​ສະບັບ, ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ 22​ ​ເທື່ອ, ລວມທັງ​ໄດ້​ໄດ້ສົ່ງ​ພະນັກງານ​ຮັກສາ​ສັນຕິພາບ​ຫຼາຍ​ກວ່າ 1 ໝື່ນ​ເທື່ອ​ຄົນ, ​ໄດ້​ກາຍ​ເປັນ​ສະມາຊິກ​ສຳຄັນ​ໃນ​ລະບົບ​ສາກົນ.

ພາກ​ທີ 6, ດິນ​ແດນ​​ຈີນ​ທີ່ສວຍ​ງາມ
ອີກ​ບໍ່​ດົນ​ຈະ​ແມ່ນ​ການ​ເດີນ​ຂະ​ບວນສວນສະໜາມຂອງ​ມວນ​ຊົນທີ່​ມີ​ຫົວ​ຂໍ້​ວ່າ "ດິນ​ແດນ​ປະຊາ​ຊາດ​ຈີນ​ທີ່​ສະຫງ່າ​ງາມ". ລົດ​ປະດັບ 34 ຄັນ​ທີ່​ແຂວງ, ກຳ​ແພງ​ນະຄອນ, ​ເຂດ​ປົກຄອງ​ຕົນ​ເອງ, ຮົງ​ກົງ, ມາ​​ເກົາແລະ​ໄຕ້​ຫວັນ​ອອກ​ແບບ​ແລະ​ຜະລິດຢ່າງ​ປານີດ​ໄດ້​ຜ່ານ​ເຂດ​ໃຈກາງ​ຕາມ​ລຳດັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>