ກ້ອນ​ກຳລັງ​ການສະ​ແດງ

(GMT+08:00) 2009-10-01 12:28:44 cri
-----------------------------------------------------------------------------------------------------------------

ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນ​ການສະ​ແດງ​​ຟ້ອນຮວມໝູ່​ກ່ຽວ​ກັບ​ຄວາມສາມັກຄີ ຊົນ​ເຜົ່າ​ຂະໜາດ​ໃຫຍ່​ທີ່​ສະ​ແດງດ້ວຍ 900 ຄົນ​ທີ່​ມີ​ຊື່ວ່າ "ຮັກ​ຊາດ​ຈີນພວກ​ເຮົາ". ​ເຂົາ​ເຈົ້າ​ໄດ້​ນຸ່ງ​ຊຸດ​ມື້ບຸນ​ຂອງ​ຊົນ​ເຜົ່າ​ຕ່າງໆ, ​ເດີນ​ມາ​ດ້ວຍ​ການ​ຟ້ອນ​ລຳ​ທຳ​ເພງ. ພ້ອມ​ກັນນັ້ນ, ຮູບ​ພາບ​ເບື້ອງ​ຫຼັງ​ຢູ່​ເທິງ​ສະໜາມຫຼວງ​ທ່ຽນ​ອ່ານ​ເມີນ ​ໄດ້​ກາຍ​ເປັນ​ຕົວ​ໜັງສື​ທີ່​ວ່າ"ຄວາມສາມັກຄີ​ໃຫຍ່​ຂອງ​ປະຊາ​ຊົນ​ບັນດາເຜົ່າ​​ໝັ້ນຍືນ".

ຈີນ​ເປັນ​ປະ​ເທດ​​​ເອກະ​ພາບທີ່​ມີ​ຫຼາຍ​ຊົນ​ເຜົ່າ, 56 ຊົນ​ເຜົ່າ​ມີ​ສາຍ​ເລືອດ​ສາຍ​ຊີວິດເຊື່ອມ​ໂຍງ​ເຂົ້າ​ກັນ. ​ໃນປະຫວັດສາດ 60 ປີ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ, ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຊົນ​ເຜົ່າ​ຕ່າງໆ​ຮ່ວມ​ທຸກຮ່ວມ​ສຸກ, ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ​ປອງ​ດອງກັນ, ​ເຊິ່ງ​​ເປັນ​ເພງສັນລະ​ເສີນ​ຄວາມ​ສາມັກຄີ​ແລະ​ຄວາມ​ບາ​ກບັ່ນ​ສູ້​ຊົນ​ຂອງ​ປະຊາ​ຊາດ​ຈີນ.

ກ່ອນ​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ, ​ເຖິງວ່າລັດຖະບານ​ທຸກ​ຊຸດ​ຂອງ​ຈີນລ້ວນ​ແຕ່​ມີ​ນະ​ໂຍບາຍ​ແລະ​ລະບອບ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ​ກໍ່ຕາມ, ​ແຕ່​ບໍ່​ຈັກວ່າ​​ແມ່ນອຳນາດ​ການ​ເມືອງ​ສູນ​ກາງຂອງ​ເຜົ່າຮັ້ນ​ຫຼື​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ລ້ວນ​ແຕ່ບໍ່​ມີ​ຄວາມສະ​ເໝີ​ພາບ​ລະຫວ່າງ​ຊົນ​ເຜົ່າ​. ຫຼັງ​ຈາກ​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ແລ້ວ, ລັດຖະບານ​​ກາງ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ທີ່​ສະ​ເໝີ​ພາບ, ສາມັກຄີ​ແລະ​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ, ລະຫວ່າງ​ບັນດາ​ຊົນ​ເຜົ່າໄດ້​ສ້າງ​ການ​ພົວພັນ​ແບບ​ໃໝ່, ຄື: ​ເຜົ່າຮັ້ນ​ຈະ​ແຍກ​ອອກຈາກ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ບໍ່​ໄດ້, ຊົນ​ເຜົ່າ​ສ່ວນ​ໜ້ອຍ​ກໍ​ແຍກ​ອອກຈາກ​ເຜົ່າ​ຮັ້ນບໍ່​ໄດ້, ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕ່າງໆກໍ່​​ແຍກ​ອອກຈາກ​ກັນ​ບໍ່​ໄດ້. ​ໃນ​ປີ 1955, ລັດຖະບານ​​ກາງ​ໄດ້​ປະຕິບັດ​ລະບອບ​ປົກຄອງ​ຕົນ​ເອງ​ຂອງ​ເຂດ​ຊົນ​ເຜົ່າ, ​ໄດ້ຮັບປະກັນ​ຖານະ, ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ສະ​ເໝີ​ພາບ​ດ້ານ​ການ​ເມືອງ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ໄດ້​ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕ່າງໆ​ໃນ​ການ​​ເຂົ້າ​ຮ່ວມ​ຊີວິດການ​ເມືອງ​ແຫ່ງຊາດ. ພ້ອມ​ກັນ​ນັ້ນ, ລັດຖະບາ​ນ​ໂຄລົບ​ແລະ​ປົກ​ປ້ອງ​​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະໜາ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ສົ່ງ​ເສີມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ນຳ​ໃຊ້​ແລະ​ພັດທະນາ​ພາສາ​ແລະ​ຕົວໜັງສື​ຂອງ​ຊົນ​ເຜົ່າ​ຕົນ, ປົກ​ປ້ອງ​ແລະ​ພັດທະນາວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ໂຄລົບ​ຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ນອກ​ນີ້, ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຍັງໄດ້​ຊົມ​ໃຊ້​ນະ​ໂຍບາຍ​ພິ​ເສດ​ໃນ​ດ້ານການ​ເງິນ, ການ​ເກີດ​ລູກ, ​ແລະ​ການ​ເຂົ້າ​ໂຮງຮຽນ​ເປັນ​ຕົ້ນ.

ປະຫວັດສາດ​ແລະ​ພຶດຕິ​ກຳ​​ໄດ້​ຢືນຢັນ​​ເທື່ອ​​ແລ້ວ​ເທື່ອ​ອີກ​ວ່າ, ຊະ​ຕາກຳ​​ຂອງ ເຜົ່າຕ່າງໆ​ຂອງ​ຈີນ​ລ້ວນ​ແຕ່ຕິດ​ພັນ​ຢ່າງ​ໃກ້ຊິດກັບ​ຊະ​ຕາກຳ​ຂອງ​ປະ​ເທດ​ຊາດ, ປະ​ເທດ​ເປັນ​ເອກະ​ພາບ​ແມ່ນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊົນ​ເຜົ່າ​ຕ່າງໆ. ການ​ຊ່ອ​ຍ​ເຫຼື​ອ​ເຊິ່ງກັນ​ແລະ​ກັນ, ສາມັກຄີຮັກ​ແພງ​ກັນ, ​ແມ່ນ​ແຫຼ່ງກຳລັງ​ແຮງ​ຂອງ​ປະຊາ​ຊາດ​ຈີນ​​ໃນ​ການສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໃນ​ຫຼາຍ​ພັນ​ປີ​ມາ​ນີ້,ກໍ່​ແມ່​ນຫຼັກ ອ້າງ​ອີງ​ຮົກ​ຮາກທີ່​ຈີນ​ສ້າງ​ສິ່ງມະຫັດສະຈັນ​ເທື່ອ​​ແລ້ວ​ເທື່ອ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>