ກ້ອນ​ກຳລັງ​ແຫ່ງ​ຄວາມສາມັກຄີ​ແລະ​ບາກ​ບັ່ນ​ສູ້ຊົນ

(GMT+08:00) 2009-10-01 12:30:05 cri
-----------------------------------------------------------------------------------------------------------------

ທີ່​ກຳລັງ​ເດີນ​ມາ​ແມ່ນກ້ອນ​ກຳລັງ​ແຫ່ງ​ຄວາມສາມັກຄີ​ແລະ​ບາກ​ບັ່ນ​ສູ້ຊົນທີ່​ປະກອບ​ດ້ວຍ 2200 ຄົນ, ​ເຂົາ​ເຈົ້າ​ຊູ​ທຸງຊາດ​ນ້ອຍ, ​ເດີນ​ອ້ອມ​ລົດ​ປະດັບ​ທີ່​ເປັນ​ຮູບ​ກຳ​ປັ່ນ​ໃຫຍ່, ນຳພາ​ລົດ​ປະດັບທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​​ເດີນເຂົ້າ​ມາ, ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນປະຊາຊົນ 56 ຊົນ​ເຜົ່າ​ສາມັກຄີ​ກັນ​ຢ່າ​ງ​ໃກ້ຊິດ​ຢູ່ອ້ອມ​ພັກ​ຄອມ​ມູນິດ​ຈີນ, ທຸ້ມ​ເທ​ເຫື່ອ​ແຮງ​ເຂົ້າ​ຮ່ວມ​ການ​ສ້າງສາ​ປະ​ເທດ​ຊາດ​ຢ່າງ​ກ້າຫານ. ​ໃນ​ຂະນະ​ດຽວ​ກັນ, ຮູບ​ເບື້ອງ​ຫຼັງ​ຢູ່​ສະໜາມ​ຫຼວງ​ກາຍ​ເປັນ​ຕົວ​ໜັງສື​ທີ່​ວ່າ "ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ".

​60ປີ​ຂອງ​ປະ​ເທດ​ຈີນ​ໃໝ່, ຊົນ​ເຜົ່າ​ຕ່າງໆ​ຊຸກ​ຍູ້​ເຊິ່ງກັນ​ແລະ​ກັນ ແລະ​ພັດທະ ນາ​ພ້ອມ​ກັນ, ປະກອບ​ສ່ວນຂອງ​ຊົນ​ເຜົ່າ​ຕົນ​ເຂົ້າ​ໃນ​ການ​ສ້າ​ງສາ​ປະ​ເທດ​ຊາດ. ຍົກ​ຕົວຢ່າງ​ຂອງ ​5 ​ເຂດ​ປົກຄອງ​ຕົນ​ເອງຊົນ​ເຜົ່າ​, ​ເຂດ​ປົກຄອງ​ຕົນ​ເອງ​ມົງ​ໂກ​ໃນ​ມີ​ຈັງຫວະ​​ເຕີບ​ໂຕດ້ານ​ເສດຖະກິດ​ເປັນອັນ​ດັນທີ​ໜຶ່ງ​ໃນ​ທົ່ວ​ປະ​ເທດ 7 ປີ​ລຽນຕິດ; GDP ຂອງ​ເຂດ​ປົກຄອງ​ຕົນ​ເອງ​​ເຜົ່າຫຸຍ​ນີງ​ເຊ້ຍ​ ໄດ້​ເພີ່ມ​ຈາກ 309 ລ້ານ​ຢວນ​ໃນ​ປີ 1958 ທີ່​​ເປັນ​ປີ​ທີ່​ຫາ​ກໍ່ສ້າງ​ຕັ້ງ​ເຂດ ຂຶ້ນ​ເປັນ 107 ຕື້​ຢວນ​ໃນ​ປີ 2008; ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ຮັກສາ​ການ​​ເຕີບ​ໂຕ​ດ້ານເສດຖະກິດຫຼາຍ​ກວ່າ 12% 8 ປີ​ລຽນຕິດ; ​GDP ຂອງເຂດ​ປົກຄອງ​ຕົນ​ເອງ​ອຸຍ​ເກີ​ຊີ່​ນຈ່ຽງ ໄດ້​ເພີ່ມ​ຈາກ 1 ຕື້ 200 ລ້ານ​ຢວນ​ໃນ​ປີ 1955 ຂຶ້ນ​ເປັນ 420 ຕື້ 300 ລ້ານ​ຢວນ​ໃນ​ປີ 2008; ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ກໍ່​ເພີ່ມ​ຈາກ 14 ຕື້ 600 ລ້ານ​ຢວນ​ໃນ​ປີ 1958 ຂຶ້ນ​ເປັນ 590 ຕື້​ກວ່າ​ຢວນ​ໃນ​ປີ 2007.

​ນັບແຕ່​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ 60 ປີມາ​ນີ້​, ​ໂດຍ​ສະ​ເພາະ​ແມ່ນປະຕິບັດ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້, ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແລະ​ເຂດ​ຊົນ​ເຜົ່າ​ຂອງ​ຈີນ​ ໄດ້​ເກີດ​ການ​ປ່ຽນ​ແປງ​​ແບບ​ໜ້າ​ມື​ເປັນຫຼັງມື, ​ເຊິ່ງສະ​ແດງ​ໃຫ້​ເຫັນວ່າ, ສະຖຽນ​ລະ​ພາບແລະ​ການ​ພັດທະນາ​ແມ່ນ​ຄວາມ​ປາຖະ​ໜາ​ຮ່ວມ​ຂອງ​ປະຊາຊົນ​ເຜົ່າ​ຕ່າງໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>