ກ້ອນ​ກຳລັງດິນ​ແດນຊາດ​ຈີນ​ທີ່​ສວຍ​ງາມ

(GMT+08:00) 2009-10-01 12:31:42 cri
-----------------------------------------------------------------------------------------------------------------

ດຽວ​ນີ້,ກ້ອນ​ກຳລັງດິນ​ແດນ​ຊາດ​ຈີນ​ທີ່ສວຍງາມທີ່​ປະກອບ​ດ້ວ​ຍ 6200 ຄົນ​ເດີນ​ເຂົ້າ​ມາ​ແລ້ວ, ນີ້​ແມ່ນກ້ອນ​ກຳລັງ​​ທີ່​ມີ​ຈຳນວນ​ຄົນຫຼາຍ​ກວ່າ​ໝູ່​ໃນ​ກ້ອນ​ກຳລັງ​​ເດີນ​ສວນສະໜາມ​ຂອງ​ມວນ​ຊົນ​ເທື່ອ​ນີ້. ​​​ເຂົາ​ເຈົ້າຈັບ​ເອົາ​ຮວງ​ເຂົ້າ​ສີຄຳ​ແລະ​ສີ​ເງິນ, ປິ່ນ​ອ້ອມ​ລົດ​ປະດັບ 34 ຄັນ​ທີ່​ເປັນ​ສັນຍະ​ລັກ​ຂອງ31​ແຂວງ, ​ເຂດ​ປົກຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະຄອນ, ພ້ອມ​ດ້ວຍ​ຮົງ​ກົງ, ມາ​​ເກົາແລະ​ໄຕ້​ຫວັນ​ເຂົ້າ​ສູ່​ເຂດ​ໃຈກາງ​ຂອງ​ສະໜາມຫຼວງ. ລົດ​ປະດັບ​ເຫຼົ່າ​ນີ້​ມີ​ຮູບຊົງ​ຕ່າງ​ກັນ, ລຽນ​ເປັນ​ສອງ​ແຖວ, ​ແລ່ນ​ສົນ​ສວານກັນເຂົ້າ​ມາ​ຕາມ​ລຳດັບ. ພ້ອມ​ກັນ​ນັ້ນ, ຮູບ​ເບື້ອງ​ຫຼັງ​ທີ່​ເປັນ​ຮູບ​ແຕ້ມ​ສິລະ​ປະ​ພື້ນ​ເມືອງ​ຈີນຂະໜາດ​ໃຫຍ່​ທີ່​ມີ​ຊື່​ວ່າ "ດິນ​ແດນ​​ຊາດ​ສວຍ​ສົດ​ງົດງາມ​ປາ​ນນີ້" ຄ່ອຍໆ​​ເປີດອອກ​ຢູ່​ສະໜາມ​ຫຼວງ​ທ່ຽນ​ອ່ານ​​ເມີນ. ຢູ່​ເທິງ​ຮູບ​ພາບ​ນີ້, ດວງ​ຕາ​ເວັນ​ສີ​ແດງສ່ອງ​ແສງ​ຢູ່​ເທິ​ງດິນ​ແດນ​ສວຍ​ງາມ​ຂອງ​ປ​ະ​ເທດ​ຊາດ​, ສະ​ແດງ​ໃຫ້​ເຫັນເຖິງຄວາມຊີວິດ​ຊີວາ​ຂອງ​ຈີນ.

ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນ​ລົດປະດັບ "ເພງ​ປັກ​ກິ່ງ", ​ເຊິ່ງ​ໄດ້​ສ່ອງ​ແສງ​ທັດສະນະຄະຕິ​ທີ່​ສ້າງ "ປັກກິ່ງທີ່​ມີວັ​ດທະນະ​ທຳ​, ປັກ​ກິ່ງ​ທີ່​ມີວິທະຍາສາດ​ເຕັກນິກ, ​ແລະປັກ​ກິ່ງ​ສີຂຽວ". ປັກ​ກິ່ງ​ແມ່ນ​ນະຄອນຫຼວງ​ຂອງ​ຈີນ, ກໍ່​ແມ່ນ​​ໃຈກາງ​ການ​ເມືອງ, ​ເສດຖະກິດ, ຄົມມະນາຄົມ​ແລະ​ວັດທະນະທຳ​ຂອງ​ຈີນ. ​ປັກ​ກິ່ງ​ມີ​ປະຫວັດ 3000 ກວ່າ​ປີ​ແລ້ວ​ຕັ້ງ​ແຕ່​ສ້າງ​​ເປັນເມືອງ​ມາ​ນີ້, ​ແມ່ນ​ຕົວ​ເມືອງ​ທີ່​ມີ​ມໍລະດົກ​ວັດທະນະທຳ​ໂລກ​ຫຼາຍ​ທີ່​ສຸດ​ໃນ​ໂລກ, ປັກ​ກິ່ງ​ພວມ​ສະ​ແດງ​ໂສມ​ໜ້າ​ອັນ​ໃໝ່​ອ່ຽມທີ່​ທັງ​ມີ​ລັກສະ ນະ​ບູຮານ​ທັງ​ທັນ​ສະ​ໄໝ, ຕ້ອນຮັບ​​ເພື່ອນ​ມິດທົ່ວ​ໂລກ.

ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນ​ລົດ​ປະດັບຂອງ​ນະຄອນ​ທຽນ​ສິນ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ແຜນການ​ຂອງ​ນະຄອນ​ທຽນ​ສິນ​ທີ່​ອອກ​ແຮງ​ສ້າງ​ເປັນ​​ເມືອງ​ທ່າ​ສາກົນ, ​ໃຈ ກາງ​ເສດຖະກິດ​ພາກ​ເໜືອ​ແລະ​ເມືອງ​ຊີວະ​ພາບ. ນະຄອ​ນທຽນ​ສິນ​​ແມ່ນ​ຕົວ​ເມືອງ​ແຄມ​ທະ​ເ​ລ​ໃຫຍ່​ກວ່າ​ໝູ່​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກຢູ່​ພາກ​ເໜືອ​ຈີນ, ປະຈຸ​ບັນ, ​ໃນ ຈຳ ນວນ 500 ບໍລິສັດ​​ເຂັ້ມ​ແຂງ​ໃນ​ໂລກ ​ມີ 128​ ແຫ່ງ​ໄດ້​ລົງທຶນ​ສ້າງ​ໂຮງງານ​ຢູ່​ນະຄອນ​ທຽນ​ສິນ, ນະຄອນ​ທຽນ​ສິນ​ໄດ້​ກາຍ​ເປັນ​ເຂດ​ໜຶ່ງ​ທີ່​ນັກ​ລົງທຶນ​ຕ່າງປະ​ເທດ​ໄດ້​ຜົນກຳ​ໄລ​​ສູງສຸດ. ​ໃນປີ 2008, ນະຄອນ​ທຽນ​ສິນ​ໄດ້​ຮັບ​ປະ​ກວດ​ເປັນ​ຕົວ​ເມືອງ​ທີ່​ມີ​ຄວາມ​ຮູ້ສຶກ​ຜາ​ສຸກ​ທີ່​ສຸດ​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>