ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນ​ລົດປະດັບ​ແຂວງ​ເຫີ​ເປ.

(GMT+08:00) 2009-10-01 12:33:43 cri
-----------------------------------------------------------------------------------------------------------------

ແຂວງເຫີ​ໄປ​ແມ່ນ​ເຂດ​ຜະລິດ​ທັນ​ຍາ​ຫານ​ແລະ​ຝ້າຍ​ທີ່​ສຳຄັນ​ຂອງ​ຈີນ,​ແມ່ນ​ບ່ອນ​ເຊື່ອມ​ຕໍ່​ຄົມມະນາຄົມ​ລະຫວ່າງ​ປັກ​ກິ່ງ​ກັບ​ແຫ່ງ​ຕ່າງໆ​ຂອງ​ຈີນ,ມີ​ເງື່ອນ​ໄຂ​ຄົມມະນາຄົມ​ສະດວກ​ທີ່​ສຸດ. ປັດຈຸບັນ,​ແຂວງ​ເຫີ​ໄປ​ໄດ້​ສ້າງ​ການ​ພົວພັນ​ທາງ​ເສດຖະກິດ​ການ​ຄ້າ​ກັບ 170 ກວ່າ​ປະ​ເທດ​ແລະ​​ເຂດ​ແຄວ້ນ​ໃນ​ໂລກ.

ດຽວ​ນີ້,ພວກ​ເຮົາ​ໄດ້​ເຫັນ​ລົດ​ປະ​ດັບທີ່​ຊື່ວ່າ​ "​ແຂວງຊ່ານ​ຊີ​ທີ່​ມີ​ສະ​ເຫ​ນ່​"​.
​ແຂວງ​ຊ່ານ​ຊີ​ແມ່ນ​ແຫ​ລ່ງໜຶ່ງ​ທີ່ກຳ​ເນີ​ດປະຊາ​ຊາດ​ຈີນ,ມີ​ປະຫວັດ​ອັນ​ຍາວ​ນານ, ຊັບພະຍາກອນ​ການທ່ອງທ່ຽວ​ກໍ່​ອຸດົມສົມບູນ​ຫລາຍ,​ໄດ້​ນາມ​ມະ​ຍົດ​ເປັນ "ຫໍພິພິຕະພັນ​ແຫ່ງ​ວັດທະນະທຳ​ບູຮານ​ຂອງ​ຈີນ". ​​ແຂວງ​ຊ່ານ​ຊີ​ມີ​ຊັບພະຍາກອນ​ບໍ່​​ແຮ່​ຢ່າງ​ຫລວງຫລາຍ,​ແມ່ນ​ຫນຶ່ງ​ໃນ 6 ບ່ອນ​ທີ່​ຜະລິດ​ຖ່ານ​ຫີນ​ຂອງ​ໂລກ.

ລົດ​ທີ່​ແລ່ນ​ມາ​ຫາ​ໃນ​ດຽວ​ນີ້ຊື່ວ່າ:ສາຍ​ຮຸ່ງ​​ທົ່ງ​ຫຍ້າ,​ເຊິ່ງ​ເປັນ​ລົດ​ປະດັບ​ຂອງູ​ເຂດ​ປົກຄອງ​ຕົນ​ເອງ​ມົງ​ໂກ​ໃນ​.

ເຂດ​ປົກຄອງ​ຕົນ​ເອງ​ມົງ​ໂກ​ໃນ​ຕັ້ງ​ຢູ່​​ເຂດ​ຊາຍ​ແດນ​ພາກ​ເຫນືອ​ຂອງ​ຈີນ,ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ​ຕິດ​ກັບ​ມົງ​ໂກ​ຣີ​ແລະຣັດ​ເຊຍ,​ແມ່ນ​ເຂດ​ປົກຄອງ​ຕົນ​ເອງ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແຫ່ງ​ທຳ​ອິດ​ຂອງ​ຈີນ. ຕັ້ງ​ແຕ່​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃຫມ່​ມາ​ນີ້,​ຢູ່ເຂດ​ມົງ​ໂກ​ໃນ​,ຊົນ​ເຜົ່າສາມັກຄີ​, ​ ເຂດ​ຊາຍ​ແດນມີ​ຄວາມ​ຫມັ້ນທ່ຽງ​, ສັງຄົມ​ກົມກຽວ​ກັນ, ຈັງຫວະເຕີບ​ໂຕ​ທາງ​ເສດຖະກິດ​ເປັນ​ທີ 1 ​ໃນ​ທົ່ວ​ປະ​ເທດ 7 ປີ​ລຽນຕິດ.

ລົດປະດັບ​ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນ​ດຽວ​ນີ້​ຊື່ວ່າ: ນົດ​​ເພງ​ທີ່​ຈະ​ເລີ​ນ. ມັນສະ​ແດງ​ໃຫ້​ເຫັນ​ຄວາມ​ຮຸ່ງ​ເຮືອງ​​ໃນ​ອະດີດ,ຄວາມ​ຈະ​ເລີ​ນ​ໃຫມ່​ໃນ​ຊູ່​ມື້​ນີ້​ແລະ​ການ​ຈ້ອງ​ມອງ​ເບິ່ງ​ອະນາຄົດ​ອັນ​ສວຍ​ງາມ​ຂອງ​ຖານ​ອຸດສາຫະກຳ​ເກົ່າ​ແຂວງ​ຫລຽວນິງ ທາງ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ຂອງ​ຈີນ.

ດຽວ​ນີ້,ພວກ​ເຮົາ​​ໄດ້​ເຫັນລົດ​ປະດັບທີ່​ຊື່ວ່າ: "ຈີ​ຫລິນ​ທີ່​ຍອດ​ຢ້ຽ​ມ" ພວມ​ແລ່ນ​ເຂົ້າມາ,ມັນ​ໄດ້​ໂຮມ​ສູນ​ສະ​ແດງໃຫ້​ເຫັນ​ພື້ນຖານ​ວັດທະນະທຳ​ແລະ​ຫມາກຜົນ​ຂອງ​ການ​ສ້າງສາ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ແຂວງ​ຈີ​ຫລິນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>