ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນ​ລົດປະດັບຂອງ​ແຂວງ​ເຫີ່​ຍລົງ​ຈ່ຽງທີ່​ຢູ່​ພາກຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ

(GMT+08:00) 2009-10-01 12:35:06 cri
-----------------------------------------------------------------------------------------------------------------

ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນ​ລົດປະດັບຂອງ​ແຂວງ​ເຫີ່​ຍລົງ​ຈ່ຽງທີ່​ຢູ່​ພາກຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ, ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຂວງ​ເຫີ່​ຍລົງ​ຈ່ຽງທີ່​ເປັນ​ສາງ​ເຂົ້າ​ແລະ​ບໍ່​ນ້ຳມັນ​ໃຫຍ່​ຂອງ​ຈີນ.

ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນ​ລົດປະດັບຂອງ​ນະຄອນຊຽງ​ໄຮ້​, ຢູ່​ເທິງ​ລົດ​ບັນທຸກ​​ສັດ​ນຳ​​ໂຊກທີ່​ມີ​ຊື່ວ່າ "ໄຫ​ປາວ", ​ແປ​ວ່າ "ມິ່ງຂວັນ​ທະ​ເລ"​ ທີ່​ເປັນ​ຕຸກກະຕາ​ນຳ​ໂຊກ​ຂອງງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້.

ນະຄອນ​ຊຽງ​ໄຮ້​ຕັ້ງ​ຢູ່​ປາກ​ແມ່​ນ້ຳ​ຢາງ​ຊີ​ກຽງ​ທີ່​ຢູ່​ພາກ​ກາງ​ເສັ້ນ​ແຄມ​ທະ​ເລ​ຂອງ​ແຜ່ນດິນ​​ໃຫຍ່​ຈີນ, ​ແມ່ນ​ຕົວ​ເມືອງ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ, ກໍ່​ແມ່ນ​ໜຶ່ງ​ໃນ 4 ກຳ​ແພງ​ນະຄອນ​ຂອງ​ຈີນ, ​ເປັນຖານ​ອຸດສາຫະກຳ​ໃຫຍ່​ທີ່​ສຸດ​ແລະ​ທ່າ​ກຳປັ່ນ​ການ​ຄ້າ​ກັບ​ຕ່າງປະ​ເທດ​ທີ່​ໃຫຍ່ກວ່າໝູ່​ຂອງ​ຈີນ. ນະຄອນ​ຊຽງ​ໄຮ້​ບໍ່​ພຽງ​ແຕ່​ແມ່ນ​ໃຈກາງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ຄ້າ, ການ​ເງິນ​ແລະ​ຂໍ້​ມູນ​ຂ່າວສານຂອງ​ຈີນ​ເທົ່າ​ນັ້ນ, ​​ແລະ​​ຍັງ​ເປັນ​ສະຖານ​ທີ່​​ໄດ້​ໂຮມ​ສູນວັດທະນະທຳ​ທົ່ວ​ໂລກ. ຊຽງ​ໄຮ້​ກຳລັງ​ອອກ​ແຮງ​ສ້າງ​ເປັນ​ສູນ​ການ​ເງິນ​ສາກົນ​ແລະ​ສູນ​ການ​ເດີນ​ເຮືອ. ​ໃນ​ປີ 2010, ນະຄອນ​ຊຽງ​ໄຮ້​ຈະ​ຈັດ​ງານ​ວາງສະ​ແດງ​ໂລກ, ​ເຊື່ອ​ວ່າ ​ຈະ​ນຳ​ເອົາ​ໂອກາດ​ພັດະ​ນາ​ໃໝ່​ໃຫ້​ນະຄອນ​ຊຽງ​ໄຮ້.

ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນ​ດຽວ​ນີ້​ແມ່ນ​ລົດປະດັບ​ທີ່​ຊື່ວ່າ: "ສິລິ​ມຸງຄຸນ". ​ເຊິ່ງ​ເປັນ​ລົດ​ປະດັບ​ຂອງ​ແຂວງ​ຈ່ຽງຊູ່.

​ແຂວງ​ຈ່ຽງຊູ່​ແມ່ນ​ແຂວງ​ໃຫຍ່​ດ້ານ​ເສດຖະກິດ​ຂອງ​ຈີນ,ຕັ້ງຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,​ໄດ້​ນາມມະຍົດ​ທີ່​ເປັນ​ບ້ານ "​ໃນ​ນ້ຳ​ມີ​ປາ ​ໃນ​ນາ​ມີ​ເຂົ້າ".  ປີ 2008, ລວມຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ຂອງ​ແຂວງ​ນີ້​ຫລາຍ​ກວ່າ 3 ພັນ​ຕື້​ຢວນ, ​ສູງ​ກວ່າ​ລະດັບ​ສະ​ເລ່ຍຂອງ​ທົ່ວ​ປະ​ເທດ​ຢ່າງ​ຫລວງຫລາຍ.

ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນ​ລົດປະດັບ​ທີ່​ຊື່ວ່າ: "​ໄຂ້ມຸກແມ່​ນ້ຳ​ຊຽນຖາງ", ​​ເຊິ່ງ​ເປັນ​ລົດ​ປະດັບ​ຂອງ​ແຂວງ​​ເຈີ​ຈ່ຽງ.

​ແຂວງ​ເຈີຈ່ຽງຕັ້ງ​ຢູ່​ແຄມ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ,​ແມ່ນ​ແຂວງ​ແຄມ​ທະ​ເລ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ​ທີ່​ມີ​ເສດຖະກິດ​ພັດທະນາ​ສົມຄວນ​ຂອງ​ຈີນ.ກະສິກຳ​ແລະ​ອຸດສາຫະກຳ​ຂອງ​ແຂວງ​ເຈີຈ່ຽງລ້ວນ​ແຕ່​ພັດທະນາ​ຫລາຍ.​ສິ່ງ​ທີ່​ເປັນຕາ​ເອີ່ຍ​ເຖິງ​ນັ້ນ​ໃນ​ທົ່ວ​ແຂວງ​ເຈີ​ຈ່ຽງ,ມີ 67 ເມືອງ​ເປີດ​ປະຕູ​ສູ່​ຕ່າງປະ​ເທດ​ແລ້ວ, ມີ 37 ​ເມືອງຖືກ​ຈັດ​ເປັນ​ເຂດ​ເປີດ​ປະຕູ​ດ້ານ​ເສດຖະກິດ​ຢູ່​ແຄມ​ທະ​ເລ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>