ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນລົດ​ປະດັບ​ຂອງ​ແຂວງ​ອ່ານ​ຫຸ່ຍ.

(GMT+08:00) 2009-10-01 12:36:30 cri
-----------------------------------------------------------------------------------------------------------------

ແຂວງ​ອ່ານ​ຫຸ່ຍ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ, ​ແມ່ນ​ບ່ອນຫນຶ່ງສຳຄັນ​ທີ່​ກຳ​ເນີ​ດວັດທະນະທຳ​​​ຂອງ​ຈີນ,ຢູ່​ໃນ​ແຂວງ​ອ່ານ​ຫຸ່ຍ, ມີ​ພູຫວງ​ຊ່ານ​ທີ່​ຖືກ​ຈັດ​​ເຂົ້າ ​ເປັນ ມໍລະດົກ​ວັດທະນະທຳ​ແລະ​ທຳ​ມະ​ຊາດ​ຂອງ​ໂລກ. ປີ 1978, ຊາວ​ກະສິກອນ 18 ຄອບຄົວ​ຂອງ​ບ້ານ​ສ້ຽວ​ກາງ​ເມືອງ​ເຟິ້ງຢາງ​ແຂວງ​ອ່ານ​ຫຸ່ຍ​ໄດ້​ເຊັນ​ສັນຍາ​ຮັບ​ເຫມົາ​ທີ່​ດິນ, ກາຍ​ເປັນ​ບ່ອນ​ກຳ​ເນີ​ດການ​ປະຕິ​ຮູບ​ຊົນນະບົດ​ຂອງ​ຈີນ.

​ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນ​ລົດ​ປະດັບ​ຂອງ​ແຂວງ​ຟູ​ຈ້ຽນ.
​​ແຂວງ​ຟູ​ຈ້ຽນຕັ້ງຢູ່​ບ່ອນ​ແຄມ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ, ຜ່ານຊ່ອງ​ແຄບ​ທະ​ເລກໍ​ແມ່ນ​ໄຕ້​ຫວັນ. ​ແຂວງ​ນີ້​ແມ່ນ​ບ້ານ​ເກີດ​ຂອງ​ຊາວ​ຈີນ​ດ້າວ​,​ເຊິ່ງຊາວ​ຈີນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​​ແຫ່ງ​ຕ່າງໆ​ໃນ​ໂລກຫຼາຍກວ່າ 10 ລ້ານ​ຄົນ.

ດຽວ​ນີ້ ພວກ​ເຮົາ​ໄດ້​ເຫັນ​ລົດ​ປະດັບ​ຂອງ​ແຂວງ​ຈ່ຽງຊີ.
ວັນ​ທີ 1 ສິງຫາ​ 1927, ​ຢູ່​ແຂວງ​ຈ່ຽງຊີ​ໄດ້ເກີດ​ການ​ລຸກ​ຮື​ຂຶ້ນ​ຢູ່​ເມືອງ​ນານ​ຊ່າງ, ອັນ​ໄດ້​ເປີດ​ສາກ​ທີ່ພັກ​ຄອມ​ມູນິດ​ຈີນ​ນຳພາ​ການ​ຕໍ່​ສູ້​ດ້ວຍ​ກຳລັງ​ອາວຸດ​ຢ່າງ​ເປັນ​​ເອກະລາດ​ແລະ​ສ້າງ​ກອງທັບ​ປະຕິວັດ. ​ເດືອນ​ຕຸລາ​ປີ 1927, ພັກ​ຄອມ​ມູນິດ​ຈີນ​ໄດ້​ສ້າງ​ຕັ້ງ​ຖານ​ທັບຊົນນະບົດ​ແຫ່ງ​ທຳ​ອິດ​ຢູ່​ພູ​ຈິງ​ກ່າງ​ຂອງ​ແຂວງ​ຈ່ຽງຊີ,ພູ​ຈິນກາງ ຖືກ​ເອີ້ນ​ເປັນ​ອູ່​ແຫ່ງ​ການ​ປະຕິວັດ​ຈີນ.​ ໃນ​ບໍ່​ເທົ່າ​​ໃດ​ປີ​ມາ​ນີ້, ​ແຂ​ວງຈ່ຽງຊີ​ທີ່​ມີ​ພູ​ຂຽວນ້ຳ​ໃສ​ນັ້ນ​ໄດ້​ເລືອກ​ເອົາ​​ເສັ້ນທາງ​ພັດທະນາສີ​ຂຽວ,ຄື:ປູກ​ປ່າ​ຢູ່​ເທິງ​ພູ,ປູກ​ເຂົ້າ ຢູ່​ຕີນ​ພູ,ອອກ​ແຮງ​ສ້າງ​ອາລະຍະ​ທຳ​ທຳ​ມະ​ຊາດ,​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ແບບ​ຍືນ​ຍົງ,ພະຍາຍາມ​ບັນລຸ​ການ​ໃຫ້​ເສດຖະກິດ​ພັດທະນາ​ທັງ​ດີ​ທັງ​ໄວ.

ທີ່​ທ່ານ​ໄດ້​​ເຫັນ​ໃນ​ດຽວ​ນີ້​ແມ່ນລົດ​ປະດັບ​ທີ່​ໃສ່​ຊື່ວ່າ: ພູສີຂຽວ​ທະ​ເລ​ສີຟ້າ,​ເຊິ່ງ​ເປັນ​ລົດ​ປະດັບ​ຂອງ​ແຂວງ​ຊ່ານ​ຕົ່ງ​ຂອງ​ຈີນ.​ແຫລມ​ຊ່ານ​ຕົ່ງ​ມີ​ເສັ້ມທະ​ເລ​ຍາວ 3 ພັນ​ກວ່າ​ກິ​ໂລ​ແມັດ,ມີ​ຊັບພະຍາກອນ​ທະ​ເລ​ຢ່າງ​ອຸດົມສົມບູນ​,ແມ່ນ​ເຂດ​ໜຶ່ງທີ່​ເສດ ຖະກິດ​ທະ​ເລ​ຟົດ​ຟື້ນ​ກວ່າ​ຫມູ່​ຂອງ​ຈີນ.

ທີ່ພວ​ກ​ເຮົາ​ໄດ້​ເຫັນ​ຢູ່​ດຽວ​ນີ້​ແມ່ນ​ລົດປະດັບ​ທີ່​ໃສ່​ຊື່ວ່າ:ຍຸກສະ​ໄຫມ​ຈະ​ເລີ​ນທີ່​ດອກ​ໄມ້ບານ,ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​​ສະ​ເຫ​ນ່ຂອງ​ແຂວງ​ເຫີ​ນານ.​ ແຂວງ​ເຫີ​ນານ​ແມ່ນ​ແຫ​ລ່ງກຳ​ເນີ​ດວັດທະນະທຳ​ຈີນ​ແລ​ະປະຊາ​ຊາດ​ຈີນ​ທີ່​ສຳຄັນ. ພາຍຫລັງ​ສະ ຖາປະນາ​ປະ​ເທດ​ຈີນ​ໃຫມ່​ແລ້ວ, ​ແຂວງ​ເຫີ​ນານ​ທັງ​ແມ່ນ​ແຂວງ​ໃຫຍ່​ດ້ານ​ກະສິກຳ​ແ​ລະ​ປະຊາກອນ,ທັງ​ກາຍ​ເປັນ​ແຂ​ວງ​ໃຫຍ່​ດ້ານ​ເສດຖະກິດ​ແລະ​ອຸດສາຫະກຳ​ທີ່ ຈະ​ເລີ​ນ​ໃຫມ່.​ ແຂວງ​ເຫີ​ນານ​ຍັງ​ແມ່ນ​ຊຸມ​ທາງ​ລົດ​ໄຟ,ທາງ​ຫລວງ, ສາຍ​ການບິນ,​ໂທລະ​ຄົມ​ແລະ​ພະລັງງານ​ທີ່​ສຳຄັນ​ຫຼາຍຂອງ​ຈີນ.​
ດຽວ​ນີ້​ພວກ​ເຮົາໄດ້​ເຫັນ​ລົດປະດັບ​ຂອງ​ແຂວງ​ຫູ​​​ໄປ. ​ແຂວງນີ້​ແມ່ນຊຸມ​ທາງ ຄົມມະນາຄົມ​ຂົນ​ສົ່ງ​ທາງ​ນ້ຳ​ແລະ​ທາງບົກ​ຂອງ​ຈີນ.​ ອຸດສາຫະກຳການ​ຜະລິດ​ລົດຍົນ​ແມ່ນ​ຂະ​ແຫນງ​ການ​ເສົາ​ຄ້ຳ​ທີ່​ສຳຄັນ​ຂອງ​ແຂວງ​ຫູ​​ໄປ.

ລົດ​ປະດັບທີ່​ແລ່ນ​ຜ່ານ​ໃນ​ດຽວ​ນີ້​ແມ່ນ​ລົດ​ປະດັບ​ຂອງແຂວງ​ຫູ​ນານ​ທີ່​ຕັ້ງ​ຢູ່​ຍ່ານ​ກາງຂອງ​ແມ່​ນ້ຳ​ຢາງ​ຊີ​ກຽງ,​ແຂວງ​ນີ້​ໄດ້​ຈາກ​ "ອູ່​ເຂົ້າ​ອູ່​ປາ​" ພັດທະນາ​ໄປ​ສູ່​ແຂວງ​ເຂັ້ມ​ແຂງ​​ໃນ​ດ້ານ​ອຸດສາຫະກຳ​ແລະ​ວິທະຍາສາດ​ການ​ສຶກສາ.

ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນ​ດຽວ​ນີ້​ແມ່ນ​ລົດ​ປະດັບທີ່​ຊື່ວ່າ:ນຳພາ​ຍຸກ​ສະ​ໄຫມ​.​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າຫານ​ຂອງ​ແຂວງ​ກວາງຕຸ້ງ​ໃນ​ການ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ.

ແຂວງ​ກວາງຕຸ້ງ​ຕັ້ງ​ຢູ່​ແຄມ​ທະ​ເລ​ພາກ​ໃຕ້​ຂອງ​ແຜ່ນດິນ​ໃຫຍ່​ຈີນ,​ແມ່ນ​ແຂວງ​ຫນຶ່ງ​ທີ່​ເສດຖະກິດ​ພັດທະນາ​ທີ່​ສຸດ. ປີ 1980, ​ເມືອງ​ເສີນ​ເຈິ້ນ,​ເມືອງ​ຈູ່ຫ້າ​ຍ,​ເມືອງ​ຊົວທາວຂອງ​ແຂວງ​ກວາງ​ຕຸ້ງ​ແລະ​ເມືອງ​ເຊ້ຍ​ເມີນ​ຂອງ​ແຂວງ​ຝູຈ້ຽນ​ໄດ້​ສ້າງ​​ເປັນ​ເຂດ​ເສດຖະກິດພິ​ເສດ,ກາຍ​ເປັນ​ປ່ອງຢ້ຽມ​ແລະ​ບ່ອນ​ທົດ​ລອງ​ການ​ປະຕິ​ຮູ​ບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ. ​ເມື່ອ​ເຂົ້າສູ່​ສະຕະວັດ​ໃໝ່, ​ແຂວງ​ກວາງ​ຕຸ້ງ​ໄດ້​ກ້າວ​ໄປ​ພ້ອມ​ກັບ​ຍຸກ​ສະ​ໄຫມ, ຊອກ​ຫາ​ການ​ບຸກທະ​ລຸ​ອັນ​ໃຫມ່, ບັນລຸ​ການ​ຍົກ​ລະດັບ​ຂອງ​ອຸດສາຫະກຳ​ແລະ​ການ​ປະດິດ​ສ້າງ​ໂດຍ​ຕົນ​ເອງ. ຈ້ອງ​ມອງ​ເບິ່ງ​ອະນາຄົດ, ​ແຂວງ​ກວາງຕຸ້ງຍັງ​ແມ່ນ​ຜູ່​ນຳ​ໜ້າຂອງ​ການ​ປະຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>