ສຽງ​ເພງ​ອັນ​ມ່ວນ​ຊື່ນ​ຂອງ​ບ້ານ​ເຜົ່າ​ຈວ້າງ

(GMT+08:00) 2009-10-01 12:38:02 cri
-----------------------------------------------------------------------------------------------------------------

ລົດ​ປະດັບທີ່​ແລ່ນ​ຜ່ານ​ໃນ​ດຽວ​ນີ້​ຊື່ວ່າ:ສຽງ​ເພງ​ອັນ​ມ່ວນ​ຊື່ນ​ຂອງ​ບ້ານ​ເຜົ່າ​ຈວ້າງ,​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ.​ ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຕັ້ງ​ຢູ່ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ແມ່ນ​​ເຂດ​ທຽບ​ເທົ່າ​ແຂວງ​ທີ່​ມີ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຫລາຍ​ກວ່າ​ຫມູ່​ຂອງ​ຈີນ.​ ເຂດ​ກວາງຊີ​ແມ່ນ​ຊ່ອງທາງ​ທີ່​ອອກ​ສູ່​ທະ​ເລ​ທີ່​ສະດວກ​ກວ່າ​ຫມູ່​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງຈີນ,ຕິດ​ກັບປະ​ເທດ​ອາ​ຊຽນຕ່າງໆ.​ໃ​ນຫລາຍ​ປີ​ມາ​ນີ້,​ໂດຍສວຍ​ໃຊ້ຍຸດ​ທະ​ສາດ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຢ່າງ​ໃຫຍ່​ຂອງ​ຈີນ, ​​ເສດຖະກິດ​ຂອງ​ກວາງຊີ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ຈັງຫວະ​ເຕີບ​ໂຕ​ທາງເສດຖະກິດ​ຂອງເຂດ​ເສດຖະກິດ​ອ່າວ​ພາກ​ເຫນືອ​ຂອງ​ເຂດ​ກວາງຊີ​ໄດ້​ສູງ​ກວ່າ​ລະດັບ​ສະ​ເລ່ຍຂອງ​ທົ່ວ​ປະ​ເທດ 9,2%.

ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນລົດປະດັບ​ທີ່​ມີ​ຊື່ວ່າ ​ໄຫຫລຳ​ສີຂຽວ,​ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ເປົ້າ​ຫມາຍ​ພັດທະນາ​ຂອງ​ແຂວງ​ໄຫ​ຫລຳ​ທີ່​ຢາກ​ສ້າງ​ເປັນ​ເກາະ​ທ່ອງ​ທ່ຽວ​ສາກົນ.​ ແຂວງ​ໄຫຫລຳ​​ແມ່ນ​ແຂວງ​ທີ່​ໜຸ່ມກວ່າ​ຫມູ່​ຂອງ​ຈີນ​ ແລະ ​ແມ່ນ​ເຂດ​ ​ເສດ​ຖະກິດພິ​ເສດ​ທີ່​ໃຫຍ່​ກວ່າ​ຫມູ່​ຂອງ​ຈີນ,ອາກາດ​ຢູ່​ແຫ່ງ​ນີ້​ສະບາຍ​ຫລາຍຕະ ຫຼອດປີ​, ຂຽວງາມ​ຕະຫລອດ​ສີ່​ລະດູ​. ປີ 2008, ​ໄຫຫລຳ​​ໄດ້ປະກາດ​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ສ້າງ​ເປັນ​ເກາະ​ທ່ອງ​ທ່ຽວ​ສາກົນ,​ເພື່ອ​ໃຫ້ຂະ​ແຫນງ​ການ ທ່ອງທ່ຽວ​ຂອງ​ແຂວງ​ໄຫລຫລຳ​ເຊື່ອມ​ຕໍ່​ກັບ​ສາກົນຢ່າງຮອບດ້ານ.
ດຽວ​ນີ້ ພວກ​ເຮົາ​ໄດ້​ເຫັນ​ລົດ​ທີ່​ໃສ່​ຊື່ວ່າ: ຮ້ອງ​ເພງ​ຕໍ່​ເຂື່​ອນຊ່ານ​ເຊຍ,​ເຊິ່ງສະ​ແດງ​ໃຫ້​ເຫັນ​​ໂຄງການຊ່ານ​ເຊຍ​ຂອງ​ນະຄອນ​ຈຸ່ງກິ່ງ​ທີ່​ເປັນ​ຫນຶ່ງ​ໃນ 4 ກຳ​ແພງ​ນະຄອນ​ຂອງ​ຈີນ. ​ໂຄງການ​ຊ່ານ​ເຊຍ​ແມ່ນ​​ໂຄງການ​ຊຸມ​ຊົນລະປະທານ​ທີ່​ໃຫຍ່​ທີ່​ສຸດ​ໃນ​​ໂລກ​ປັດຈຸບັນ,​ໄດ້​ໂຮມ​ສູນ​ສະຕິ​ປັນຍາ​ແລະ​ກຳລັງວັງຊາ​ຂອງ​ຫມູ່​ຄະນະ​ນຳ​ແລະ​ປະຊາຊົນ​ຈີນ​ຫລາຍ​ຮຸ່ນ​ຄົນ. ຕາມ​ແຜນການ, ​ໃນ​ທ້າຍ​ເດືອນ​ຕຸລາ​ປີ​ນີ້, ​ໂຄງ ການຊ່ານ​ເຊຍ​ຈະ​ຂັງ​ນ້ຳ​​ໃຫ້​ສູງ​ເຖິງ 175 ​ແມັດ, ​ເມື່ອ​ຮອດ​ເວລາ​ນັ້ນ, ​ໂຄງການ ຊ່ານ​ເຊຍ​ທີ່​ສ້າງ​ມາ​ເປັນ​ເວລາ 17 ປີນັ້ນຈະໄດ້ສ້າງ​ສຳ​ເລັດ​ຫມົດ​ແລ້ວ. ​ໂຄງການ​ດັ່ງກ່າວ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດອັນ​ມະຫາສານ​ໃນ​ດ້ານການ​ລ້ຽງສັດ​ນ້ຳ, ການທ່ອງ ທ່ຽວ,ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ສ້າງ​ສິ່ງ​​ແວ​ດລ້ອມ​ໃຫ້​ສະອາດ,ຍົກຍ້າຍ​ປະຊາ ຊົນ​ແບບ​ພັດທະນາ,​​ເປັ່ງນ້ຳ​ທາງ​ພາ​ກ​ໃຕ້​ໄປ​ສູ່​ພາກ​ເຫນືອ,​ແລະ​ລະບາຍ​ນ້ຳ​ເຂົ້ານາ​ສວນ.

ທີ່​ພວກ​ເຮົາ​ໄດ້​ເຫັນ​ແມ່ນ​ລົດປະດັບ​ທີ່​​ໃສ່​ຊື່ວ່າ: ​ເສ​ສວນ​ທີ່​ບຸກຫນ້າ​ບືນ​ຕົວ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ຫມາກຜົນ​ອັນ​ຍິ່ງ​ໃຫຍ່​ທີ່​ແຂວງ​ເສ​ສວນ​ຈີນ​​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃຫມ່​ຫລັງ​ເກີດ​ໄພ​ແຜ່ນດິນ​ໄຫວ​ແລະ​ເລັ່ງລັດ​ການ​ພັດທະນາ​ເສດຖະກິດ​ພາກ​ຕາ​ເວັນ​ຕົກ.

ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນ​ລົດ​ປະດັບທີ່​ຊື່ວ່າ:ກຸ້ຍ​ໂຈ່​ວທີ່​ມີ​ຫລາຍ​ສີ​ຫລາຍ​ສັນ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ປະຫວັດສາດ​ອັນ​ຮຸ່ງ​ເຮືອງ​ແລະ​ສີສັນ​ພິ​ເສດ​ຂອງ​ຊົນ​ເຜົ່າ​ຕ່າງໆ.​ ເດືອນ​ມັງກອນ​ປີ 1935, ການ​ນຳ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິ​ດຈີນ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ເມືອງ​ຈຸ່ນ​ອີ້​ແຂວງ​ກຸ້ຍ​ໂຈ​ວ, ​ໄດ້​ກຳນົດ​ຖານະ​ນຳພາ​ຂອງ​ທ່ານ​ເຫມົາ​ເຈີ​ຕົ່ງ​ຢູ່​ໃນ​ສູນ​ກາງ​ພັກ, ​ເຮັດ​ໃຫ້​ກອງທັບ​ແດງ​ແລະ​ສູນ​ກາງ​ພັກ​ຄອມ​ມູນິດຈີນ​ໄດ້​ຮັບ​ການ​ຮັກສາ​ໄວ້​ໃນ​ສະພາບ​ທີ່ອັນຕະລາຍ​ທີ່​ສຸດ, ກາຍ​ເປັນ​ບາດ​ລ້ຽວທີ່​​ເອົາ​ເປັນ​ເອົາຕາຍ​ໃນ​ປະຫວັດສາດ​ຂອງ​ພັກ​ຄອມ​ມູນິດ​ຈີນ.

​​ແຂວງ​ກຸ້ຍ​ໂຈ່​ວ​ແມ່ນ​ແຂວງ​ໜຶ່ງ​ທີ່​ມີຫຼາຍຊົນ​ເຜົ່າ,ລວມທັງ​ໝົດ​ມີ 49 ຊົນ​ເຜົ່າ. ​ແຕ່​ລະ​ຊົນ​ເຜົ່າ​ມີ​ວັດທະນະທຳ​ແລະ​ຮີດ​ຄອງ​ປະ​ເພນີ​ຂອງ​ຕົນ,ມື້​ບຸນຂອງ​ຊົນ​ເຜົ່າ​ຕ່າງໆ​ໃນ​ແຕ່ລະ​ປີ​ມີ 1000 ກວ່າ​ອັນ,ບັນຍາກາດ​ຊົນ​ເຜົ່າ​ເຂັ້ມຂຸ້ນ​ທີ່​ສຸດ.

​ແຂວງ​ກຸ້ຍ​ໂຈ່​ວຍັງ​ແມ່ນ​ແຂວງ​ໃຫຍ່​ດ້ານ​ພະລັງງານ​ຂອງ​ຈີນ, ມີ​ພະລັງງານ​ນ້ຳ​ແລະ​ບໍ່​ຖ່ານ​ຫີນ​ຢ່າງ​ອຸດົມສົມບູນ.​ ເຫລົ້າ​​ເຫມົາ​ຖາ​ຍທີ່​ເມືອງ​ເຫມົາ​ຖາ​ຍຂອງ​ກຸ້ຍ​ໂຈ່​ວຜະລິດ​ນັ້ນຖືກ​ເອີ້ນ​ເປັນ​ເຫລົ້າ​ແຫ່ງ​ຊາດ​ຈີນ.

ດຽວ​ນີ້​ພວກ​ເຣົາ​ໄດ້​ເຫັນ​ລົດ​ປະດັບ​ຂອງແຂວງ​ຢຸນນານ​ທີ່​ມີ 7 ສີ​ແລ່ນ​ຜ່ານ​ມາ, ມັນ​ໄດ້​ໂຮມ​ສູນ​ທິວ​ທັດ​ທຳ​ມະ​ຊາດ​ແລະ​ສີສັນ​ຊົນ​ເຜົ່າ​ຂອງ​ແຂວງ​ຢຸນນານ.​ ແຂວງ​ຢຸນນານ​ແມ່ນ​ແຂວງທີ່​ມີ​ຊົນ​ເຜົ່າ​ຫລາຍ​ທີ່​ສຸດ​ຂອງ​ຈີນ,ລວມທັງ​ໝົດ ມີ 52 ຊົນ​ເຜົ່າ. ຊົນ​ເຜົ່າ​ຕ່າງໆ​ໄດ້​ຮັກສາ​ຮີ​ດຄອງ​ປະ​ເພນີ​ຂອງ​ໃຜລາວ. ນອກ​ນີ້,ແຂວງ​ຢຸນນານ​ກໍ່​ຖືກ​ເອີ້ນ​ເປັນ​ "ລາຊະ​ອະນາ​ຈັກ​ຂອງສັດ, ລາຊະ​ອະນາ​ຈັກ​ຂອງ​ພືດ​ແລະ​ລາຊະ​ອະນາ​ຈັກ​ຂອງ​ໂລຫະ​ມີ​ສີ", ທັງ​ມີ​ຊັບພະຍາກອນ​ທ່ອງ​ທ່ຽວ​ຢ່າງ​ອຸດົມສົມບູນ, ​ໃນ​ນັ້ນ, ​ເມືອງ​ບູຮານ​ລີ້​ຈ່ຽງ, ບ່ອນ​ທີ່​ແມ່ນ້ຳ​ສາມ​ສາຍ​ເຕົ້າ​ໂຮມ​ກັນ​ແລະ​ປ່າຫີນ​ ຖືກ​ຈັດ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ຂອງ​ອົງການຢູ​ເນັສ​ໂກສະ​ຫະປະຊາ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>