ຕິ​ເບ​ດທີ່​ກົມກຽວ​ກັນ, ມັນ​ໄດ້​ວາດ​ພາບ​​ເຖິງ​ຜົນງານ​ໃຫມ່​ຂອງ​ການ​ສ້າງສາ​ເຂດ​ຕິ​ເບ​ດ,

(GMT+08:00) 2009-10-01 12:39:37 cri
-----------------------------------------------------------------------------------------------------------------

ດຽວ​ນີ້​ພວກ​ເຮົດ​ໄດ້​ເຫັນ​ລົດປະດັບ​ທີ່​ຊື່ວ່າ: ຕິ​ເບ​ດທີ່​ກົມກຽວ​ກັນ, ມັນ​ໄດ້​ວາດ​ພາບ​​ເຖິງ​ຜົນງານ​ໃຫມ່​ຂອງ​ການ​ສ້າງສາ​ເຂດ​ຕິ​ເບ​ດ,​ໄດ້​ສະ​ແດງ​​ເຖິງ​ຄວາມ​ອວຍ ພອນ​ອັນ​ດີງາມ​ຂອງ​ປະຊາຊົນ​ບັນດາ​ເຜົ່າຢູ່​ເຂດ​ຕິ​ເບ​ດທີ່​ມີ​ຕໍ່​ປະ​ເທດ​ຊາດ.

ປີ 1951,ພາຍຫລັງ​ໄດ້​ປົດ​ປ່ອຍ​ຕິ​ເບ​ດ​ໂດຍ​ສັນຕິ​ແລ້ວ,​ເຜົ່າ​ຕິ​ເບ​ດກັບ​ບັນດາ​ຊົນ​ເຜົ່າ​​ຂອງ​ຈີນ​ໄດ້​ບັນລຸ​ຄວາມສະ​ເຫມີ​ພາບ​ແລະ​ສາມັກຄີ​ກັນ, ການ​ປະຕິ​ຮູບ​ແບບ ​ປະຊາທິປະ​ໄຕ​ທີ່​ດຳ​ເນີນ​ໃນ​ປີ 1959 ​ໄດ້​ຍົກ​ເລີກ​ລະບອບ​ຂ້າ​ທາດ​ກະສິກອນ​ທີ່​ການ​ເມືອງ​ກັບ​ສາສະຫນາ​​ໂຮມ​ສູນ​ກັນ, ​ເຮັດ​ໃຫ້​ຂ້າ​ທາດ​ກະສິກອນ​ລ້ານ​ກວ່າ​ຄົນ​ໄດ້​ຮັບ​ຄວາມ​ເສລີພາບ​ດ້ານ​ຮ່າງກາຍ. ສ່ວນ​ການ​ສ້າງ​ຕັ້ງ​ເຂດ​ປົກຄອງ​ຕົນ​ເອງ​​ຕິ ​ເບ​ດ​ໃນ 1965, ກໍ່​ເຮັດ​ໃຫ້​ປະຊາຊົນ​ຕິ​ເບ​ດມີ​ສິດ​ເປັນ​ເຈົ້າຕົນ​ເອງ​ມາ​ຄຸ້ມ​ຄອງ​ວຽກ​ງານ​ຂອງ​ເຂດ​ຕົນ.​ ໃນ​ຫລາຍ​ປີ​ມາ​ນີ້, ​ການ​ພັດທະນາເສດຖະກິດ​ສັງຄົມ​ຂອງ​ຕິ​  ເບ​ດ​ ໄດ້​ຮັບຫມາກຜົນ​ຢ່າງ​ຫລວງຫລາຍ, ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຍົກ​ສູງ​ຂຶ້ນ​ເລື້ອຍໆ. ລວມຍອດ​ມູນ​ຄ່າ​ການ​ຜະລິດ​ຂອງ​ເຂດ​ຕິ​ເບ​ດ​

ໄດ້ຮັກສາຈັງຫວະ​ເຕີບ​ໂຕ 12% ​ເປັນ 7 ປີ​ລຽນຕິດ,ຢູ່​ເຂດ​ຕິ​ເບ​ດ​ໄດ້ນຳ​ໜ້າບັນລຸ​ການ​ສຶກສາ​ພາກບັງຄັບ​ໂດຍ​ບໍ່​ເກັບ​ຄ່າ​ໃນ​ທົ່ວ​ເມືອງ​ແລະ​ຊົນນະບົດຢູ່​ໃນ​ທົ່ວ​ປະ​ເທດ​ຈີນ, ນຳ​ໜ້າບັນຸລການ​ປະກັນ​ໄພ​ປິ່ນປົວ​ຂອງ​ປະຊາຊົນ​ໃນ​ທົ່ວ​ຕົວ​ເມືອງ​​ ແລະ ​ໄດ້​ປະຕິບັດ​ລະບຽບ​ການ ປິ່ນປົວ​ທີ່​ຖື​ການ​ປິ່ນປົວ​ໂດຍ​ບໍ່​​ເກັບ​ຄ່າ​ເປັນ​ພື້ນຖານ.

ດຽວ​ນີ້ ພວກ​ເຮົາ​ໄດ້​ເຫັນ​ລົດປະດັບ​ຂອງ​ແຂວງ​ສ້າ​ນຊີ່.​ເຊິ່ງສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​​​ແຂວງ​ສ້າ​ນຊີ່​ທີ່​ມີ​ວັດທະນະທຳ​,ເມືອງ​ອຽນ​ອ່ານ​ສີຂຽວ​ແລະ​ແຂວງ​ສ້າ​ນຊີ່ ​ທີ່​ທັນ​ສະ​ໄຫມ. ​ແຂວງ​ສ້າ​ນຊີ່​ຕັ້ງ​ຢູ່​ໃຈກາງ​ຂອງ​ແຜນ​ທີ່​ພູມ​ສາດຈີນ,​ແມ່ນ​ແຫ​ລ່ງກຳ​ເນີ​ດມະນຸດ​ບູຮານຂອງ​ຈີນ​ແລະ​ວັດທະນະທຳ​ປະຊາ​ຊາດ​ຈີນ​ທີ່​ສຳຄັນ​. ແຫ່ງ​ນີ້​ເຄີຍ​ເປັນ​ໃຈກາງ​ຂອງ​ຫລາຍໆລາດຊະວົງ​ໃນ​ປະຫວັດສາດ​ຈີນ,​ແລະ​ກໍ່​ແມ່ນ​ບ່ອນ​ທີ່​ອາ ລະຍະ​ທຳ​ປະຊາ​ຊາດ​ຈີນ​ເດີນ​ໄປ​ສູ່​ໂລກ​ກ່ອນຫມູ່,​ເສັ້ນທາງ​ຜ້າ​ໄຫມ​ທີ່​ມີ​ຊື່​ສຽງ​ກໍ່​ມີ​ຈຸດ​ເລີ່ມຢູ່​ເມືອງ ​ຊາງ​ອ່ານ​ບູຮາ​ນຂອງ​ແຂວງ​ສ້າ​ນຊີ່. ​ແຂວງ​ສ້າ​ນຊີ່ ມີ​ປູຊະ​ນີຍະສະ​ຖານ​ຫລາຍ​ແຫ່ງ​ຄື:ຮູບ​ປັ້ນ​ທະຫານ​ແລະ​ມ້າ​ໃນ​ສຸສານ​ຊິນ​ຊີ​ຮົງ​ເຕທີ່​ຖືກ​ຖື​ເປັນສິ່ງ ມະຫັດສະຈັນທີ​ແປດ​ຂອງ​ໂລກ,ມີ​ບັນຍາກາດ​ວັດທະນະທຳ​ອັນ​ເຂັ້ມຂຸ້ນ.
​ແຂວງ​ສ້າ​ນຊີ່ຍັງ​ແມ່ນ​ບ່ອນ​ສັກສິດ​ຂອງ​ການ​ປະຕິ​ວັດ​ສະ​ໄຫມ​ມໍ່​ຂອງ​ຈີນ. ປີ 1935, ກອງທັບ​ແດງ​ໄດ້​ເດີນ​ທັບ​ທາງ​ໄກໄປ​ຮອດ​ເມືອງ​ອຽນ​ອ່ານ, ຢູ່​ແຫ່ງ​ນີ້, ພັກ​ຄອມ​ມູນິດ​ຈີນ​ໄດ້​ນຳພາ​ປະຊາຊົນ​ຈີນຕໍ່​ສູ້​ເປັນ​ເວລາ 13 ປີ,​ແລ້ວ​ໄດ້​ຮັບ​ໄຊຊະນະ​ໃນສົງຄາມ​ຕໍ່ຕ້ານຍີ່ປຸ່ນ​ແລະ​ສົງຄາມ​ປົດ​ປ່ອຍ​ຊາດ. ພາຍຫລັງ​ສ້າງ​ຕັ້ງ​ປະ​ເທດ​ຈີນ​​ໃຫມ່​,​ໂດຍ​ສະ​ເພາະ​ແມ່ນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ຕົ້ນ​ມາ, ​ເສດຖະກິດ​ແຂວງ​ສ້າ​ນຊີ່​ໄດ້​ພັດທະນາ​ເຂົ້າສູ່​ໄລຍະ​ດີ​ທີ່​ສຸດ​ໃນ​ປະຫວັດສາດ, ຍຸດ​ທະ​ສາດ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ໄດ້​ນຳ​ເອົາ​ໂອກາດ​ໃຫມ່​ມາ​ໃຫ້ ການ​ພັດທະນາ​ຂອງ​ແຂ​ວງສ້າ​ນຊີ່.

ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນ​ລົດປະດັບ​ຂອງ​ແຂວງ​ການ​ຊູ້. ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມຊີວິດ​ຊີວາ​​ໃຫມ່​ຂອງ​ແຂວງ​ການ​ຊູ້​ບົນ​ເສັ້ນທາງ​ຜ້າ​ໄຫມບູ​ຮານ.​ ແຂວງ​ການ​ຊູ້ຕັ້ງຢູ່​ຍ່ານ​ເຫນືອ​ແລະ​ຍ່ານ​ກາງຂອງ​ແມ່​ນ້ຳ​ເຫລືອງ,​ ແມ່ນ​ບ່ອນໜຶ່ງ​ທີ່​ກຳ​  ເນີ​ດປະຊາ​ຊາ​ດຈີນ.​ ໃນ​ສະ​ໄໝ​ລາຊະ​ວົງ​ຮ້ານ​ແລະ​ລາດ​ຊະ​ວົງ​ຖາງ,​ ​ແຂວງການ​ຊູ້​ກໍ່ກາຍ​ເປັນ​ບ່ອນ​ທີ່​ຕ້ອງ​ຜ່ານ​ໃນ​ເສັ້ນທາງ​ຜ້າ​ໄຫມ​ທີ່​ໃຫ້​ວັດທະນະທຳ​ຈີນ​ກັບ​ຝ່າຍ​ຕາ​ເວັນ​ຕົກ​ແລກປ່ຽນ​ກັນ​ແລະ​ຄ້າຂາຍ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>