ການ​ຊູ້​ທີ່​ເປັນ​ເສັ້ນທາງ​ຜ້າ​ໄຫມ​ອັນ​ເກົ່າ​ແກ່​ນີ້​ກໍ່​ເກີດ​ມີ​ຄວາມ​ຊີວິດ​ຊີວາ​ໃຫມ່.

(GMT+08:00) 2009-10-01 12:42:07 cri
-----------------------------------------------------------------------------------------------------------------

ພາຍຫລັງ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃຫມ່​ແລ້ວ, ການ​ຊູ້​ທີ່​ເປັນ​ເສັ້ນທາງ​ຜ້າ​ໄຫມ​ອັນ​ເກົ່າ​ແກ່​ນີ້​ກໍ່​ເກີດ​ມີ​ຄວາມ​ຊີວິດ​ຊີວາ​ໃຫມ່.

ດຽວ​ນີ້​ ​ພວກ​ເຮົາ​ໄດ້​ເຫັນລົດປະດັບ​ທີ່​ຊື່ວ່າ: ຊິ່ງ​ຫາຍ​ທີ່​ສວຍ​ງາມ, ​ເຊິ່ງ​ເປັນ​ລົດ​ປະດັບ​ຂອງ​ແຂວງ​ຊິ່ງ​ຫາຍ. ​ແຂວງ​ຊິ່ງ​ຫາຍ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ຂອງ​ພູ​ພຽງ​ຊິ່ງ​ຫາຍ​ຕິ​ເບ​ດ,​ແມ່ນ​ແຫຼ່ງຂອງ​ແມ່​ນ້ຳ​ຢາ​ງຊີ​ກຽງ​ແລະ​​ແມ່​ນ້ຳ​ເຫຼືອງ​. ​ແຂວງ​ຊິ່ງຫາຍ​ຍັງ​ມີ​ຊັບພະຍາກອນ​ທຳ​ມະ​ຊາດ​ອຸດົມສົມບູນ,​ແຮ່​ທາດຫຼາຍຢ່າງ​ມີ​ປະລິມານ​ສະ​ສົມຫຼາຍທີ່​ສຸດ​ຂອງ​ຈີນ. ນອກ​ນີ້ ທິວ​ທັດ​ທຳ​ມະ​ຊາດ​ຂອງ​ແຂວງ​ຊິ່ງຫາຍ​ກໍ​ສວຍ​ງາມສະຫງ່າ​ຜ່າ​​ເຜີຍ,ຊັບພະຍາກອນ​ມະນຸດ​ແລະ​ທ່ອງ​ທ່ຽວ​ກໍ​ອຸດົມ ສົມບູນ​ຄື​ກັນ.

ລົດປະດັບ​ທີ່​ຊື່ວ່າ:"ນິງ​ເຊ້ຍທີ່​ກົມກຽວ​ກັນ"​ພວມ​ແລ່ນ​ຜ່ານ​ພວກ​ເຮົາ.

​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ນິງ​ເຊ້ຍຕັ້ງຢູ່​ເສັ້ນທາງ​ຜ້າ​ໄຫມ,ມີ​ອາລະຍະທຳ​ແມ່​ນ້ຳ​ເຫລືອ​ງອັນ​ຍາວ​ນານ. ທົ່ງພຽງ​ນິງ​ເ​ຊ້ຍມີ​ດິນ​ດຳ​ນ້ຳ​ຊຸມ, ​ເຫມາະ​ສຳລັບພັດ ທະນາ​ກະສິກຳ,ຈິ່ງ​ຖືກ​ເອີ້ນ​ເປັນ​ອູ່​ເຂົ້າ​ອູ່​ປາ​ທີ່​ຕັ້ງ​ຢູ່​ນອກ​ກຳ​ແພງ​ເມືອງຈີນ.​ ​ເຂດນິງ​ເຊ້ຍມີ 31 ຊົນ​ເຜົ່າ, ​ແມ່ນ​ເຂດ​ທີ່​ປະຊາຊົນ​ເຜົ່າ​ຫຸຍ​ຕັ້ງ​ພຸມ​ລຳ​ເນົາ​ຫລາຍທີ່​ສຸດ​ຂອງ​ຈີນ​,ຢູ່​ແຫ່ງ​ນີ້,ຊົນ​ເຜົ່າ​ຕ່າງໆ​ສາມັກຄີ​ກັນ, ຮ່ວມ​ກັນ​ສະ​ແຫວ​ງຫາ​ການ​ພັດທະນາ.

ດຽວ​ນີ້​ພວກ​ເຮົາ​ໄດ້​ເຫັນ​ລົດປະດັບ​ທີ່​ຊື່ວ່າ: "ຄຳ​ອວຍພອນ​ຈາກ​ພູ​ຖ່ຽນຊ່ານ" ພວມ​ແລ່ນ​ຜ່ານ,ລົດ​ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຊີວິດການ​ເປັນ​ຢູ່​ອັນມີ​ສຸກ​ຂອງ​ປະ ຊາຊົນ​ບັນດາ​ເຜົ່າ​ຢູ່​ເຂດ​ຊິນ​ຈ່ຽງ.

​ເຂດ​ປົກຄອງ​ຕົນ​ເອງ​ອູ​ຍ​ເກີ​ຊິນ​ຈ່ຽງ​ແມ່ນ​​ເຂດ​ບໍລິຫານ​ງານລະດັບ​ແຂວງ​ທີ່ ໃຫຍ່​ກວ່າ​ຫມູ່​ຂອງ​ຈີນ,ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1955. ​ເຂດຊິນ​ຈ່ຽງ​ແມ່ນ"​ບ້ານ​ຟ້ອນ​ລຳ​ທຳ​ເພງ"​ຂອງ​ຈີນ,​ແລະ​ແມ່ນ​"ບ້ານ​ແຫ່ງ​ຫມາກ​ໄມ້​"ຂອງ​ຈີນ,ທ່ານ​​ໂຈ່ວ​ເອີນ​ລາຍ, ນາຍົກລັດຖະມົນຕີຜູ່ທຳອິດ​ຂອງ​ປະ​ເທດ​ຈີນ​ໃຫມ່​​ເອີ້ນຊິນ​ຈ່ຽງ​ເປັນ​ "ບ່ອນ​ປະ​ເສີດ" ແຫ່ງ​ຫນຶ່ງ. ຊິນ​ຈ່ຽງມີ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢ່າງ​ຫລວງຫລາຍ, ມີ​ຊັບພະຍາກອນ ການທ່ອງທ່ຽວ​ທີ່​ອຸດົມສົມບູນ, ຄື:ຫນອງ​ຄາ​ນັສ,​ເມືອງ​ໂຫລ​ວຫລານ​ບູຮານ,​ແລະ​ຫນອງ​ທ່ຽນ​ຊື.​ ໃນ​ຫລາ​ຍສິບ​ປີ​ມາ​ນີ້, ປະຊາຊົນ​ບັນດາ​ເຜົ່າ​ຂອງ​ຊິນ​ຈ່ຽງ ສາມັກຄີ​ກັນ​ເຂົ້າ, ​ໄດ້​ຮັບ​ຫມາກຜົນ​ຢ່າງ​ໃຫຍ່​ຫລວງ​​ໃນ​ການ​ສ້າງສາ​​ເຂດຊິນ​ຈ່ຽງ. ຄຽງ​ຄູ່​ກັບ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ພາກ​ຕ​າ​ເວັນ​ຕົກ​ຢ່າງ​ໃຫຍ່, ​ເຂດຊິນ​ຈ່ຽງ​ໄດ້​ປະ​ເຊີນ​ກັບ​ໂອກາດ​ພັດທະນາ​ທີ່​​ໃຫຍ່ກວ່າ​ເກົ່າ.

ລົດ​ປະດັບທີ່​ກຳລັງ​ແລ່ນ​ຜ່ານ​ພວກ​ເຮົາ​ມີຊື່ວ່າ​:ດອກ​ຈື່​ຈິ່ນບານ​​ເຮືອງ. ດອກ​ຈື່​ຈິ່ນ​ແມ່ນ​ດອກ​ໄມ້​ປະຈຳ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ລົດ​ຄັນ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ເຫ​ນ່ຂອງ​ຮົງ​ກົງ​ທີ່​ຖືກ​​ເອີ້ນເປັນ​"​ໄຂ້ມຸກບົວລະພາ".​

ໃນ​ສະ​ໄຫມ​ສົງຄາມ​ຢາຝິ່ນ​​ເມື່ອ​ປີ 1842, ຮົງ​ກົງ​ຕົກ​ເປັນ​ເມືອງ​ຂຶ້ນ​ຂອງ​ອັງກິດ. ວັນທີ 1 ກໍລະກົດ​ປີ 1997,ຈີນ​ຟື້ນ​ຟູ​ອະທິປະ​ໄຕ​ເຫນືອ​ຮົງກົງ,ສ້າງ​ເຂດ​ພິ​ເສດ​ຮົງ​ກົງ​ຕາມ​ແນວ​ຄວາມ​ຄິດ​"ປະ​ເທດ​ຫນຶ່ງ​ສອງ​ລະບອບ", ກໍ່​ຄື:​ໃຫ້​ຊາວ​ຮົງ​ກົງ​ປົກຄອງ​ຮົງ​ກົງ,ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ. ​ໃນ 12 ປີ​ຫຼັງຈາກ​ກັບ​ຄືນ​ປະ​ເທດ​ຊາດ,​ເສດຖະກິດ​ຮົງ​ກົງ​ໄດ້​ພັດທະນາ​ຢ່າງ​ແຂງ​ແຮງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ ຊົນດີ​ຂຶ້ນ​ເລື້ອຍໆ,ຖານະ​​ໃນສາກົນ​ກໍ່​ຍົກ​ສູງ​ຂຶ້ນ​ເລື້ອຍໆ. ປັດຈຸບັນ, ຮົງ​ກົງ​ແມ່ນ​ສູນ​ກາງ​ການ​ເງິນ, ການ​ບໍລິການ​ແລະ​ການ​ເດີນ​ເຮືອທີ່​ສຳຄັນ​ຂອງ​ສາກົນ, ກໍ່​ແມ່ນ​ເຂດ​ຫນຶ່ງ​ທີ່​ຮັ່ງມີ​ກວ່າ​ຫມູ່, ​ເສ​ດຖະກິດ​ພັດທະນາ​ກວ່າ​ຫມູ່​ແລະ​ລະດັບ​ຊີວິດ​ການ​ເປັນຢູ່​ສູງ​ກວ່າ​ຫມູ່​ໃນ​ທົ່ວ​ໂລກ. ​ຫຼັງຈາກກັບ​ຄືນ​ສູ່​ປະ​ເທດ​ຊາດ​ແລ້ວ, "​ໄຂ້​ມຸກ​ບົ​ວລະ​ພາ" ໜ່ວຍນີ້​ຍິ່ງ​ມີ​ຄວາມຊີວິດ​ຊີວາ​ຫລາຍ​ກວ່າ​ເກົ່າ.

ລົດ​ປະດັບທີ່​ແລ່ນ​ມາ​ໃນ​ດຽວ​ນີ້​ມີ​ຊື່ວ່າ: ດອກ​ບົວ​ໃ​ນສະ​ໄຫມ​ທີ່​ຮຸ່ງ​ເຮືອງ. ດອກ​ບົວ​ແມ່ນ​ດອກ​ປະຈຳ​ເຂດ​ບໍລິຫານ​ພິ​ເສດ​ມາ​ເກົາ. ລົດນີ້​ໄດ້​ສະ​ແດງ​ໃຫ້​ເຫັນ ​ເຖິງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ຊີວິດ​ຊີວາ​ຂອງ​ມາ​ເກົາ​ໃນ​ 10 ປີ​ຫຼັງຈາກ​ກັບ​ຄືນ​ສູ່​ປະ​ເທດ​ດຊາດ.

​​ແຕ່​ກ່ອນ,ມາ​ເກົາ​ເປັນ​ບ້ານ​ຊາວ​ຫາ​ປາ​,​ໃນ​ສະຕະວັດທີ 16 ຖືກ​ປອກຕຸຍ​ການ​ເຊົ່າ. ຈົນ​ມາ​ຮອດວັນ​ທີ 20 ທັນວາ​ 1999, ຈີນ​ຟື້ນ​ຟູ​ອະທິປະ​ໄຕ​ເຫນືອ​ມາ​ເກົາ, ສ້າງ​ຕັ້ງ​ເຂດ​ບໍລິຫານ​ພິ​ເສດ​ມາ​ເກົາ​ໂດຍ​ອີງ​ຕາມ​​ແນວທາງ "ປະ​ເທດ​ຫນຶ່ງ​ສອງ​ລະ ບອບ", ປະຕິບັດ​ການ​ໃຫ້​ຄົນ​ມາ​ເກົາ​ປົກຄອງ​ມາ​ເກົາ,ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ.​ໃນ 10 ປີ​ທີ່​ກັບ​ຄືນ​ສູ່​ປະ​ເທດ​ຊາດ,​ເສດຖະກິດ​ສັງຄົມ​ຂອງ​ມາ​ເກົາ​ໄດ້​ເຂົ້າສູ່​ໄລຍະ​ພັດທະນາ​ຢ່າງ​ວ່ອງ​ໄວ, ປັດຈຸບັນ, ມາ​ເກົາ​ແມ່ນ​ບ່ອນ​ທີ່ມີ​ປະຊາກອນ​ແໜ້ນ​ໜາ​ທີ່​ສຸດໃນໂລກ,​ແລະ​ກໍ່​ແມ່ນ​ຕົວ​ເມືອງ​ຫນຶ່ງ​ທີ່​ຮັ່ງມີ​ທີ່​ສຸດ​ໃນ​ທົ່ວ​ໂລກ.

ລົດປະດັບ​ທີ່​ພວມ​ແລ່ນ​ຜ່ານ​ໃນ​ດຽວ​ນີ້​ຊື່ວ່າ: ​ໄຕ້​ຫວັນ--​ເກາະ​ລ້ຳ​ເລີດ,ລົດ​ນີ້​ໄດ້ສະ​ແດງ​ໃຫ້​ເຫັຄວາມ​ສວຍ​ງາມ,ອຸດົມ​ຮັ່ງມີ​ແ​ລະກາ​ນພັດທະນາ​ຂອງ​ແຂວງ​ໄຕ້​ຫວັນ​ຂອງ​ຈີນ, ສ່ອງ​ແສງ​ເຖິງ​ສາຍ​ເລືອດ​ທີ່​ຕັດຂາດ​ບໍ່​ໄດ້​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ,​ ແລະ​ຄວາມ​ປາຖະຫນາ​ຮ່ວມ​ຂອງ​ປະຊາຊົນ​ຢູ່​ສອງ​ຝັ່ງ​ທີ່​ມີ​ຕໍ່​ອະນາ ຄົດ​ການ​ພັດທະນາ​ໂດຍ​ສັນຕິ​ລະຫວ່າງ​ສອງ​ຝັ່ງ.

ລົດ​ປະດັບເຫລົ່າ​ນີ້​ລ້ວນ​ແຕ່​ໄດ້​ສະ​ແດງຢ່າງ​ເຕັມທີ່​ໃຫ້​ເຫັນ​ເຖິງ​ພູຜາ​ແມ່​ນ້ຳ​ທີ່​ສວຍ​ງາມ,ຮີດຄອງ​ປະ​ເພນີ​,ວັດທະນະທຳ,ຜົນງານ​ອັນ​ປະຈັກ​ຕາ​ແລະ​ອະນາຄົດ​ທີ່​ສວຍ​ງາມ​ຂອງ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ, ​ສ່ອງ​ແສງ​ເຖິ​ງຄວາມ​ອວຍພອນ​ດ້ວຍ​ຄວາມ​ຈິງ​ໃຈຂອງ​ປະຊາຊົນ​ບັນດາ​ເຜົ່າ​ທົ່ວ​ປະ​ເທດ ​ທີ່​ມີ​ຕໍ່​ປະ​ເທດ​ຊາດ, ທັງ​ເປັນ​ການສະ​ແດງ​ຕົວ​ຕໍ່​ໂລກ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>