ພາກ​ທີ 7: ອະນາຄົດ​ທີ່​ສວຍ​ງາມ

(GMT+08:00) 2009-10-01 12:43:37 cri
-----------------------------------------------------------------------------------------------------------------

ທີ່​ທ່ານ​ຈະ​ໄດ້​ເຫັນ​ໃນ​ຕໍ່​ໄປ​ນີ້​ແມ່ນ​ຫົວ​ຂໍ້​ສຸດ​ທ້າຍ​ຂອງ​ການ​ເດີນ​ຂະ​ບວນສວນ ສະໜາມຂອງ​ມວນ​ຊົນ​ ຄື:ອະນາຄົດ​ອັນ​ສວຍ​ງາມ. ກ້ອນ​ກຳລັງ​​ເຫຼົ່ານີ້ ປະກອບ​ດ້ວຍ​ຊາວຫນຸ່ມ​ແລະ​ເຍົາວະ​ຊົນ​ຫມົດ. ຊາວ​ຫນຸ່ມ​ເຍົາວະ​ຊົນ​​ແມ່ນ​ອະນາຄົດ​ຂອງ​ຈີນ, ຄວາມ​ຫວັງ​ຂອງ​ປະຊາ​ຊາດ. ການ​ຈັດ​ໃຫ້​ຊາວ​ຫນຸ່ມ​​ເຍົາ​ຊະ​ຊົນ​ເປັນ​ການ​ອັດ​ທ້າຍ​ຂອງ​ການ​ເດີນ​ຂະ​ບວນສວນສະໜາມ​ຂອງ​ມວນ​ຊົນ, ມີ​ຄວາມ​ຫມາຍວ່າ: ພາ ລະກິດ​ສ້າງສາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ມີ​ຄົນ​ສືບ​ທອດ​ກັນ​ໄປ.

ກ້ອນ​ກຳລັງ​ວາດ​ພາບ​ແຜນຜັງ
ກ້ອນ​ກຳລັງ​ນຳ​ຫນ້າ​ແມ່ນ​ກ້ອນ​ກຳລັງ​ວາດ​ພາບ​ແຜນຜັງ. ​ເມື່ອ​ຮອດ​​ເວລາ ສ້າງ​ຕັ້ງ​ພັກ​ຄອມ​ມູນິດ​ຈີນ​ຄົບຮອບ 100 ປີ,​ຈະ​ສ້າງ​ເປັນ​ສັງຄົມ​ທີ່​ອີ່ມ​ໜຳ​ສຳ​ລານ ລະດັບ​ສູງທີ່ສົ່ງ​ຜົນ​ປະ​ໂຫຍ​ດ​ໄປ​ເຖິງປະຊາກອນ​ໜຶ່ງຕື້​ກວ່າຄົນ; ​ເມື່ອ​ຮອດ​ເວລາ ຄົບຮອບ 100 ປີ​ຂອງ​ການ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃຫມ່, ຈະບັນລຸ​ການ​ສ້າງ​ເປັນ​ທັນ​ສະ​ໄຫມ​ໃນ​ຂັ້ນພື້ນຖານ, ສ້າງ​ເປັນ​ປະ​ເທດ​ສັງຄົມ​ນິຍົມ​ທັນ​ສະ​ໄຫມ​ທີ່​ມັ້ງຄັ້ງ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ມີຄວາມສີວິ​ໄລ​ແລະ​ກົມກຽວ​ກັນ,​ ເປົ້າ​ຫມາຍ​ສູ້​ຊົນ​ອັນ​ນີ້​ໄດ້​ວາດ​ພາບ​​ເຖິງ​ອະນາຄົດ​ອັນ​ສວຍ​ງາມ​ຂອງ​ຈີນ. ລົດ​ປະດັບຄັນ​ຫນຶ່ງ​ທີ່​ຖືກ​ຕົບ​ແຕ່ງ​ເປັນ​ກຳ​ປັ່ນ​​ໃຫຍ່​ເປັນ​ສັນຍະລັກສະ​ແດງ​ໃຫ້​ເຫັນ​ປະຊາຊົນ​ບັນດາ​ເຜົ່າ​​ໃນທົ່ວ​ປະ​ເທດ​ຈີນ​ ຢູ່​ພາຍໃຕ້​ການ​ນຳພາ​ຂອງ​ພັກ​ຄອມ​ມູນິດ​ຈີນ,ສາມັກຄີ​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ​ກັນ, ຜ່ານ​ຜ່າ​ຟ້າ​ຝົນ​ລົມ​ແດງ,​ ເດີນ​ໄປ​ສູ່​ອະນາຄົດ​ອັນ​ສວຍ​ງາມ​ຂອງ​ສາທາ ລະນະ​ລັດ​ຢ່າງ​ກ້າຫານ.

ກ້ອນ​ກຳລັງ​ການສະ​ແດງ​
ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນ​ດຽວ​ນີ້​ແມ່ນ​ກອງ​ຕີ​ກອງ​ແລະ​ເປົ່າ​ແກ​ຊີ່​​ເຊີ້​ກວງ,​ແປ​ວ່າ "​ແສງ​ເຈັດ​ສີ",​ເຊິ່ງປະກອບ​ດ້ວຍ​ນັກຮຽນ​ປະຖົມ​ແລະ​ມັດທະຍົມຂອງ​ນະຄອນຫຼວງ ​ປັກ​ກິ່ງ 1400 ກວ່າ​ຄົນ, ເຂົາ​ເຈົ້າຢ່ວງ​ບາດກ້າວ​ເປັນ​ເອກະ​ພາບ​ກັນ​ຍ່າງ​ຜ່ານ​ສະ ຫນາມ​ຫລວງ​ທ່ຽນອ່ານ​ເມີນ, ສະ​ແດງ​ໃຫ້​ເຫັນ​ຄວາມມີ​ຊີວິດ​ຊີວາຂອງ​ຊາວ​ຫນຸ່ມ​ເຍົາວະ​ຊົນ.

ກ້ອນ​ກຳລັງ​ທວນ​ໄຟໝູ່​ດາວ
ກ້ອນ​ກຳລັງ​ທວນ​ໄຟໝູ່​ດາວ​ທີ່​ປະກອບ​ດ້ວຍ​ສະມາຊິກ​ກອງ​ເຍົາ​ວະ​ຊົນ​ນຳ​ຫນ້າ. ກອງ​ເຍົາ​ວະ​ຊົນ​ນຳ​ຫນ້າ​ ແມ່ນ​ອົງການ​ຈັດ​ຕັ້ງມະຫາ​ຊົນ​ຂອງ​ຊາວ​ຫນຸ່ມ​ເຍົາວະ​ຊົນ​ຈີນ.
ປີ​ນີ້​ແມ່ນ​ການ​ສ້າງ​ຕັ້ງ​ກອງ​ເຍົາວະ​ຊົນ​ນຳ​ຫນ້າ​ຄົບຮອບ 60 ປີ.​ ໃນ 60 ປີ​ມາ​ນີ້, ກອງ​ເຍົາວະ​ຊົນ​ນຳ​ຫນ້າ​ໄດ້​ຮ່ວມ​ກັບປະ​ເທດ​ຊາດ,ກ້າວ​ໄປ​ຫນ້າ​ກັບ​ຍຸກ​ສະ​ໄຫມ, ກາຍ​ເປັນ​ມຫມູ່ຄະນະ​ທີ່​ອົບ​ອຸ່ນ,​ແລະ​ຖັນ​ແຖວ​ທີ່​ເຕີບ​ໂຕ​ເລື້ອຍໆ.

ກ້ອນ​ກຳລັງ​ມື້​ຫນ້າ​ຈະ​ສວຍ​ງາມ​ກວ່າ​ເກົ່າ
ດຽວ​ນີ້,​ເດັກນ້ອຍ​ເຍົາວະ​ຊົນ 5 ພັນ​ກວ່າ​ຄົນ​ທີ່​ມື​ຈັບໝາກ​ໂປ່ມ​​ສີ​ແລະ​ພວງມາ ລາ​ໄດ້​ຍ່າງ​ເຂົ້າມາ. ລົດປະດັບ​ທີ່​ເປັນ​ຮູບກະຕ່າ​ດອກ​ໄມ້​ໂຕ​​ໃຫຍ່​ທີ່​​ມີດ​ອກ​ໄມ້​ນາໆ​ສີນັ້ນມີ​ຄວາມ​ຫມາຍວ່າ​ ​ປະ​ເທດ​ຊາດມີ​ອະນາຄົດ​ທີ່​ສວຍ​ງາມຄື​ດອກ​ໄມ້​ນາໆ​ພັນ.

​ເດັກນ້ອຍ​ເຍົາວະ​ຊົນ​ໃນ​ຊູ່ມື້​ນີ້​ແມ່ນ​ເຕີບ​ໃຫຍ່​ຂຶ້ນ​ໃນ​ສະ​ໄຫມ​ທີ່​ເປີດ​ປະຕູ. ​ສະພາບ​ແວດ​ລ້ອມ​ສັງຄົມທີ່​ເປີດ​ປະຕູ​ແມ່ນ​ມີ​ຂຶ້ນຍ້ອນ​ນະ​ໂຍບາຍ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ. ການ​ປ່ຽນ​ແປງ​ດ້ານ​ໂຄງ​ປະກອບ​ສັງຄົມຢ່າງຮອບດ້ານ ​ຍ້ອນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ ​ເຮັດ​ໃຫ້​ຈີນ​ເຂົ້າສູ່​ໄລຍະ​ປະຫວັດ ສາດ​ອັນ​ໃຫມ່. ວຽກ​ງານ​ທຸກ​ລາຍ​ມີ​ສະພາບ​ທີ່​ກ້າວ​ໄປ​ຫນ້າ​ເລື້ອຍໆ,ທັງ​ຫມົດ​ເຫລົ່າ​ນີ້​ລ້ວນ​ແຕ່​​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ຊາວ​ຫນຸ່ມ​ເຍົາ ວະ​ຊົນ.

​ໃນ​ທ່າມກາງ​ສຽງ​​ເພງທີ່​ຊື່ວ່າ: "​ຮ້ອງ​ເພງສັນລະ​ເສີນ​ປະ​ເທດ​ຊາດ",​ເດັກນ້ອຍ​ເຍົາວະ​ຊົນໄດ້​ປ່ອຍ​ໝາກໂປ່ມ​​ຂຶ້ນສູ່​ທ້ອງຟ້າ, ແລ້ວ​ໄຊ​ໂຍ​ໂຮ​ຮ້ອງ ​ແລ່ນ​ໄປ​ສູ່​ຂົວ​ຈີ່ນສຸ້ຍ,ນົກກາງ​ແກ​ສັນຕິພາບ 6 ຫມື່ນ​ໂຕ​ ບິນ​ຂຶ້ນ​ສູ່​ທ້ອງຟ້າ.​ ໃບ​ຫນ້າ​ອັນ​ຍິ້ມ​ແຍ້ມ​ແຈ່ມ​ໃສ,ດອກ​ໄມ້​ທີ່​ສວຍ​ສົດ​ອົດ​ງາມ,​ໝາກໂປ່ມ​​ທີ່​ມີ​ຫລາຍ​ສີ​ຫລາຍ​ສັນ,​ແລະ​ນົກ​ກາງ​ແກສັນຕິພາບ​ທີ່​ຂາວ​ຈ່ານຜ່ານ, ​ໃນ​ຂະນະ​ນີ້, ​ສະຫນາມ​ຫລວງ​ທ່ຽນອ່ານ​ເມີນ​ໄດ້​ກາຍ​ເປັນ​ໂລກ​ແຫ່ງ​ດອກ​ໄມ້​ແລະ​ທະ​ເລ​ແຫ່ງ​ສຽງ​ເພງ.

ທ່ານ​ຫລິວ​ຊີ, ​ເລຂາ​ຄະນະ​ພັກ​ນະຄອນຫລວງ​ປັກ​ກິ່ງປະກາດ​ພິທີ​ສະ​ເຫລີ​ມ ສະຫລອງ​ຈົບ​ລົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>