|
||||
|
|||||||
|
||

ຕາມຂ່າວCRI:ວັນທີ25ເມສາປີນີ້ແມ່ນວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສ.ປ.ຈີນກັບສ.ປ.ປ.ລາວຄົບຮອບ50ປີ.ວັນທີ21ເມສານີ້,ສະຖານເອກອັກຄະລັດຖະທູດຈີນປະຈຳລາວໄດ້ຮ່ວມກັບກະຊວງການຕ່າງປະເທດ,ກະຊວງຖະແຫຼງຂ່າວແລະວັດທະນະທຳລາວຈັດງານວາງສະແດງຮູບພາບຢູ່ທີ່ຫໍວັດທະນະທຳແຫ່ງຊາດທີ່ນະຄອນຫຼວງວຽງຈັນເພື່ອສະເຫຼີມສະຫຼອງເຫດການສຳຄັນດັ່ງກ່າວ.

ໃນເວລາຂຶ້ນກ່າວຄຳປາໄສ,ທ່ານໝູນແກ້ວ ອໍລະບູນ,ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວແລະວັດທະນະທຳຂອງລາວກ່າວວ່າ,ງານວາງສະແດງຮູບພາບຄັ້ງນີ້ມີຄວາມສຳຄັນຫຼາຍເຊິ່ງເຕັມໄປດ້ວຍເນື້ອໃນອັນໜັກແໜ້ນແລະມີຄວາມໝາຍຢ່າງເລິກເຊິ່ງ.ທ່ານກ່າວວ່າ:
"ຕະຫຼອດໄລຍະເຄິ່ງສະຕະວັດທີ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະສາທາລະນະລັດປະຊາຊົນຈີນໄດ້ມີສາຍພົວພັນທາງການທູດຮ່ວມກັນມາ,ໄດ້ເຮັດໃຫ້ສາຍພົວພັນດັ່ງກ່າວກາຍເປັນພື້ນຖານໃຫ້ແກ່ການຊ່ວຍເຫຼືອເຊິ່ງກັນແລະກັນຢ່າງສະເໝີຕົ້ນສະເໝີປາຍຕະຫຼອດມາ,ເປັນກຳລັງແຮງໃຫ້ແກ່ກັນແລະກັນຢ່າງເລິກເຊິ່ງ,ທັງໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວແລະເກີດດອກອອກຜົນເຊິ່ງໄດ້ຕອບສະໜອງໃຫ້ແກ່ຜົນປະໂຫຍດແລະຄວາມມຸ່ງຫວັງຂອງສອງພັກ ສອງລັດແລະປະຊາຊົນສອງຊາດພວກເຮົາ,ຂ້າພະເຈົ້າເຊື່ອໝັ້ນວ່າ,ຜ່ານການວາງສະແດງຮູບພາບໃນຄັ້ງນີ້,ອາດຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີອັນດີງາມແລະການຮ່ວມມືທີ່ນັບມື້ນັບຂະຫຍາຍຕົວຮອບດ້ານລະຫວ່າງສອງພັກ ສອງລັດແລະປະຊາຊົນສອງຊາດລາວຈີນທີ່ມີມາແຕ່ດົນນານໃຫ້ນັບມື້ນັບຂະຫຍາຍຕົວຈະເລີນງອກງາມຂຶ້ນໄປເລື້ອຍໆ."

ໃນເວລາຂຶ້ນກ່າວຄຳປາໄສ,ທ່ານນາງບູຈຽນກົວ,ເອກອັກຄະລັດຖະທູດຈີນປະຈຳລາວກ່າວວ່າ:
"ຮູບພາບທີ່ວາງສະແດງໃນຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງຂະບວນການມິດຕະພາບອັນເປັນມູນເຊື້ອແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນ50ປີທີ່ຜ່ານມານີ້,ຂ້າພະເຈົ້າຫວັງຢ່າງຍິ່ງວ່າ,ການສະແດງຮູບພາບໃນຄັ້ງນີ້ຈະເພີ່ມຄວາມເຂົ້າໃຈຂອງປະຊາຊົນລາວຕໍ່ປະເທດຈີນ,ແລະຄວາມຮູ້ຕໍ່ມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນລາວ."
ພາຍຫຼັງຊົມງານວາງສະແດງຮູບພາບຄັ້ງນີ້ແລ້ວ,ທ່ານສິນລະວົງ ຄຸດໄພທູນ,ລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນຂອງລາວ,ປະທານສະມາຄົມມິດຕະພາບລາວຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວCRIໂດຍກ່າວວ່າ:
"ການພົວພັນການຮ່ວມມືລະຫວ່າງລາວກັບຈີນໃນ 50 ປີຜ່ານມານັ້ນແມ່ນຫຼວງຫຼາຍ,ຫຼາຍກິດຈະການທີ່ໄດ້ສະແດງໃນຮູບພາບນີ້ຈະເປັນພື້ນຖານທາງດ້ານເສດຖະກິດ ເຕັກນິກ,ທາງດ້ານວັດທະນະທຳສັງຄົມ,ແລະມັນໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດລາວໃຫ້ດີຂຶ້ນຢູ່ເລື້ອຍໆ."

ທ່ານດ.ຣ ບົວເງິນ ພິມມະຈັກ ທີ່ມາຈາກສະຖາບັນວິຈິດສິນແຫ່ງຊາດລາວເຄີຍໄປຮຽນຢູ່ມະຫາວິທະຍາໄລສິນລະປະສູນກາງຈີນ,ພາຍຫຼັງຊົມງານວາງສະແດງແລ້ວກໍ່ບອກນັກຂ່າວດ້ວຍຄວາມຕື່ນເຕັ້ນວ່າ:
"ເມື່ອໄດ້ມາເຫັນຮູບວາງສະແດງມື້ນີ້,ແຮ່ງເຮັດໃຫ້ຂ້າພະເຈົ້າມີຄວາມຮູ້ສຶກຄຶດຮອດປັກກິ່ງ,ຄຶດຮອດໝູ່ເພື່ອນ,ຄຶດຮອດຄູບາອາຈານທີ່ວ່າເຄີຍຢູ່ເຄີຍຮ່ວມກັນ,ພວກເຮົາກໍ່ພ້ອມກັນກ້າວໜ້າ,ອັນນີ້ແມ່ນສິ່ງທີ່ກະຕຸ້ນທີ່ສຸດ,ແລະກໍ່ຄຶດວ່າ,ຕໍ່ໄປ,ຫຼາຍໆຄົນຊິໄດ້ມາຊົມ,ຄືຊິດີໃຈແລະກໍ່ຊິເຮັດໃຫ້ເຫັນພາລະບົດບາດແລະຄວາມສຳຄັນຂອງການພົວພັນລະຫວ່າງລາວຈີນເຮົານີ້ຫຼາຍຂຶ້ນຕື່ມ ອຸດົມສົມບູນຂຶ້ນຕື່ມ."

| © China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |