
ໃນເວລາທີ່ທົ່ວພັກທົ່ວປະເທດກະກຽມຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນ, ທ່ານຫູຈີນທ່າວ, ທ່ານອູປ່າງໂກວ, ທ່ານເວີນເຈ່ຍປາວ, ທ່ານເຈຍຊິ້ງລິນ, ທ່ານຫຼີ້ສາງຊົນ, ທ່ານສີຈິ້ນຜີງ, ທ່ານຫຼີເຄີ້ຊຽງ, ແລະທ່ານໂຈ່ວຢົງຄາງ, ຜູ້ນຳພັກແລະລັດຈີນຕ່າງໄດ້ໄປຫໍວາງສະແດງປັກກິ່ງ, ເພື່ອຊົມງານວາງສະແດງຮູບພາບຂະໜາດໃຫຍ່ທີ່ຊື່ວ່າ" ຜົນສຳເລັດທີ່ສະຫງ່າລາສີແຫ່ງການພັດທະນາຕາມຫຼັກວິທະຍາສາດ"
ງານວາງສະແດງນີ້ໄດ້ແບ່ງເປັນພາກເລີ່ມຕົ້ນແລະ 9 ພາກສ່ວນຕົ້ນຕໍ, ໄດ້ສະແດງໃຫ້ເຫັນຂະບວນການທີ່ບໍ່ທຳມະດາທີ່ສູນກາງພັກທີ່ນຳໂດຍທ່ານຫູຈີນທ່າວ, ເລຂາທິການໃຫຍ່ພັກກອມມູນິດຈີນນຳພາທົ່ວພັກທົ່ວກອງທັບແລະປະຊາຊົນເຜົ່າຕ່າງໆທົ່ວປະເທດຊຸກຍູ້ພາລະກິດສັງຄົມນິຍົມທີ່ມີສີສັນຂອງຈີນ, ໄດ້ໂຮມກັນສ່ອງແສງເຖິງຜົນສຳເລັດຂອງການພັດທະນາຕາມຫຼັກວິທະຍາສາດຂອງພັກນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 16 ມານີ້ແລະການປ່ຽນແປງທີ່ມີລັກສະນະປະຫວັດສາດຂອງການສ້າງສາປະເທດຊາດແລະຊີວິດການເປັນຢູ່ຂອງປະຊາຊົນ.
| © China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |