ໄຂກອງ​ປະຊຸມກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ18​ຂອງ​ພັກ​ກອມ​ມູນິດ​ຈີນ​

(GMT+08:00) 2012-11-07 20:18:45     cri


ຕອນ​ບ່າ​ຍວັນ​ທີ7​ພະຈິກ​ນີ້, ກອງ​ປະຊຸມ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18​ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ໄຂ​ຂຶ້ນ​ຢູ່​ຫໍ​ສະພາ​ປະຊາຊົນ, ​ໂດຍ​ມີທ່ານ​ຫູ​ຈີນ​ທ່າວ, ປະທານ​ປະ​ເທດ​ຈີນ​ເປັນ​ປະທານ.​ມີ​ຜູ້​ແທນ2280​ທ່ານ​ຈາກ​ຜູ້​ແທນ​ສົມບູນແລະ​ຜູ້​ແທນ​ພິ​ເສດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​18ຈຳນວນ2325​ທ່ານ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໃຊ້​ວິທີ​ຍົກ​ມື​​ເພື່ອ​ເປັນການ​ລົງ​ຄະ​ແນນ​ສຽງ, ​ໄດ້​ຮັບຮອງ​ລາຍ​ຊື່​ຄະນະ​ກຳມະການ​ສຳ​ຫຼວດຄຸນວຸດທິ​ຂອງ​ຜູ້​ແທນ​ສົມບູນ​ຈຳນວນ22​ທ່ານ, ລາຍ​ຊື່​ຄະນະ​ປະທານ​ກອງ​ປະຊຸມ​ຈໍານວນ247​ທ່ານ, ​ແລະ​ຮັບຮອງ​ທ່ານ​ສີ​ຈີ້​ນຜີ​ງ​ເປັນ​ເລຂາ ທິການ​ໃຫຍ່​ຂອງ​ກອງ​ປະຊຸມ. ກອງປະຊຸມ​ຍັງ​ໄດ້​ຮັບ​ຮອງ​ການຈັດ​ວາງ​ອົງການ​ແລະ​ໜ້າ​ທີ່​ວຽກ​ງານ​ຂອງ​ກອງ​ເລຂາ​ກອງ​ປະຊຸມ.

ນອກ​ນີ້, ກອງ​ປະຊຸມ​ໄດ້​ຮັບຮອງວາລະ​ປະຊຸມ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18, ຄື: ຮັບ​ຟັງ​ບົດ​ລາຍ​ງານ​ແລະ​ບົດ​ສຳ​ຫຼວດຂອງ​ຄະນະ​ກຳມະການ​ສູນ​ກາງ​ສະ​ໄໝ​ທີ17, ສຳ​ຫຼວດບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ກຳມະການ​ກວດກາລະບຽບ​ວິ​ໄນ​ສູນ​ກາງ​ສະ​ໄໝ​ທີ17, ພິຈາລະນາ​ແລະ​ຮັບຮອງ "ກົດ​ລະບຽບ​ພັກ​ກອມມູນິດ​ຈີນ​ສະບັບ​ດັດ​ແກ້", ​ເລືອກ​ຕັ້ງ​ຄະນະ​ກຳມະການ​ສູນ​ກາງ​ສະ​ໄໝ​ທີ18, ​ແລະ​ເລືອກ​ຕັ້ງ​ຄະນະ​ກຳມະການ​ກວດກາ​ລະບຽບ​ວິ​ໄນ​ສູນ​ກາງ​ສະ​ໄໝ​ທີ18.