ທ່ານ​ຫູ​ຈີນ​ທ່າວ​ຊີ້​ອອກ​ວ່າ ຮັບ​ຮູ້​ນຳພາ​ລະໜ້າ​ທີ່ຢ່າງ​ເລິກ​ເຊິ່ງ  ສືບ​ຕໍ່ສູ້​ຊົນ​ຢ່າງ​ສາມັກຄີ​ກັນ​ໃນ​ພາລະກິດ​​ສັງຄົມ​ນິຍົມ​ທີ່​ສີສັນ​ພິ​ເສດ​ຂອງ​ຈີນຢ່າງ​ຍິ່ງ​ໃຫຍ່​ເພື່ອ​ໄດ້​ຮັບ​ຜົນງານ​ຢ່າງ​ໃຫຍ່​ກວ່າ​ເກົ່າ

(GMT+08:00) 2012-11-09 17:09:54     cri

ຕາມ​ຂ່າວCRI: ຕອບ​ເຊົ້າ​ວັນ​ທີ8ພະຈິກ​ນີ້, ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ໄຂ​ຂຶ້ນ​ຢູ່​ຫໍ​ສະພາ​ປະຊາ​ຊົນ​ໃຫຍ່​ທີ່​ນະຄອນ ຫຼວງ​ປັກ​ກິ່ງ. ທ່ານ​ຫູ​ຈີນ​ທ່າວ​ໄດ້​ຊີ້​ອອກ​ໃນ​ເວລາ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ຂອງ​ຄະນະ​ຜູ້​ແທນ​ແຂວງ​ຈ່ຽງຊູ່​​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18ພັກ​ອມມູນິດ​ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ9ພະຈິກ​ນີ້ວ່າ, ບົດ​ລາຍ​ງານ​ຂອງ ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ​​​ແມ່ນຄຳ​ຖະ​ການ​ທາງ​ການ​ເມືອງ​​ແລະ​ໂຄ​ງການ​ດຳ​ເນີນ​ງານ​ເພື່ອຍາດ​ແຍ່ງ​ໄຊຊະນະ​ໃໝ່​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຈີນ​ພາຍ​ໃຕ້​ສະຖານະ​ການ​ໃໝ່. ພວກ​ຂ້າພະ​ເຈົ້າ​ຄວນຖື​ການ​ຮ່ຳ​ຮຽນ, ຜັນ​ຂະຫຍາຍ​ແລະ​ປະຕິບັດ​ນ້ຳ​ໃຈ​ຂອງ ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ​​ເປັນ​ຈຸດ​ເລີ່​ມ​ໃໝ່, ຮັບ​ຮູ້​ນຳຄວາມ​ຮັບຜິດຊອບ​ແລະ​ພາລະ​ໜ້າ​ທີ່​ຢ່າງ​ເລິກ​ເຊິ່ງ, ສູ້​ຊົນ​ຢ່າງ​ສາມັກຄີ​ກັນ​ຢ່າງ​ຕໍ່​ເນື່ອງ, ​​ໄດ້​ຮັບ​ຜົນງານ​​ໃໝ່ຢ່າງ​ໃຫຍ່ຫຼວງ​ກວ່າ​ເກົ່າ​ໃນ​ການ​ເລັ່ງລັດ​ພາລະກິດ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ຍິ່ງ​ໃຫຍ່.