
ຕອນບ່າຍວັນທີ 11 ພະຈິກນີ້,ຢູ່ທີ່ປັກກິ່ງ, ສູນຖະແຫຼງຂ່າວຂອງກອງປະຊຸມໃຫຍ່ຜູ້ແທນພັກກອມມູນິດຈີນຄັ້ງທີ 18 ໄດ້ຈັດກອງປະຊຸມຂ່າວຄັ້ງທີ 3 ໂດຍມີຜູ້ຮັບຜິດຊອບຂອງ 4 ພາກສ່ວນເຂົ້າຮ່ວມ,ຄື, ຄະນະໂຄສະນາອົບຮົມຂອງສູນກາງພັກກອມມູນິດຈີນ, ກະຊວງວັດທະທະທຳຈີນ, ກົມໃຫຍ່ວິທະຍຸ ຮູບເງົາແລະໂທລະພາບແຫ່ງຊາດຈີນ ແລະ ກົມໃຫຍ່ຂ່າວສານ ແລະ ພິມຈຳໜ່າຍຈີນໄດ້ລາຍງານໃຫ້ຮູ້ສະພາບຂອງການປະຕິຮູບລະບົບວັດທະນະທຳ ແລະ ການກໍ່ສ້າງລະບົບບໍລິການວັດທະນະທຳສາທາລະນະຂອງຈີນຕໍ່ນັກຂ່າວຈີນ ແລະ ຕ່າງປະເທດຈຳນວນ 300 ກວ່າຄົນ.

ໃນກອງປະຊຸມ, ທ່ານສຸ່ນຈື້ຈູ່ນ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການໜ່ວຍນຳພາວຽກງານການປະຕິຮູບ ແລະ ພັດທະນາລະບົບວັດທະນະທຳສູນກາງຈີນຊີ້ອອກວ່າ, ເສັ້ນທາງພັດທະນາວັດທະນະທຳສັງຄົມນິຍົມທີ່ມີສີສັນພິເສດຂອງຈີນສອດຄ່ອງກັບສະພາບຕົວຈິງຂອງຈີນ, ໄປຕາມທິດທາງພັດທະນາຂອງຍຸກສະໄໝ, ແມ່ນພາກສ່ວນອັນສຳຄັນຂອງເສັ້ນທາງສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.

ໃນເວລາຕອບຄຳຖາມກ່ຽວກັບແຫ່ງຕ່າງໆຂອງຈີນໄດ້ສະເໜີເພື່ອຮ້ອງຂໍເຂົ້າເປັນມໍລະດົກໂລກ",ທ່ານນາງຈ້າວຊ້າວຮວາ, ຮອງເລຂາຄະນະພັກ ທັງເປັນລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳຈີນກ່າວວ່າ, ການເກີດມີການສະເໜີເພື່ອ"ຮ້ອງຂໍເຂົ້າເປັນມໍລະດົກໂລກ"ແມ່ນເລື່ອງດີ, ຈີນຈະສືບທອດ ແລະ ຮັກສາມໍລະດົກໂລກໃຫ້ດີ, ຈະນຳໃຊ້ມໍລະດົກໂລກເພື່ອຮັບໃຊ້ຕໍ່ມະນຸດ,ຮັບໃຊ້ຕໍ່ສັງຄົມ,ແລະສ້າງຄວາມສຸກໃຫ້ແກ່ປະຊາຊົນ.
ໃນກອງປະຊຸມຂ່າວ,ທ່ານທຽນຈີ້ນ, ຮອງຫົວໜ້າກົມໃຫຍ່ວິທະຍຸ ຮູບເງົາແລະໂທລະພາບແຫ່ງຊາດຈີນກ່າວວ່າ, ໂຄງການຕ່າງໆທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ເຊັ່ນ,ໃຫ້ວິທະຍຸແລະໂທລະພາບໃຫ້ສາມາດເຂົ້າສູ່ທຸກບ້ານ ແລະ ທຸກຄອບຄົວ, ການສາຍຮູບເງົາຢູ່ເຂດຊົນນະບົດເປັນຕົ້ນໄດ້ຊຸກຍູ້ຂະບວນການການບໍລິການວັດທະນະທຳສາທາລະນະທີ່ຢູ່ຕົວເມືອງ ແລະ ຊົນນະບົດສາມາດເຊື່ອມໂຍງເຂົ້າກັນຢ່າງປະສິດທິຜົນ,ອິດທິພົນຂອງວິທະຍຸຮູບເງົາແລະໂທລະພາບໄດ້ເພິ່ມຂຶ້ນຢ່າງເດັ່ນຊັດ.

ທ່ານຈຽງຈ້ຽນກົວ, ເລຂາພັກ ທັງເປັນຮອງຫົວໜ້າຂອງກົມໃຫຍ່ຂ່າວສານພິມຈຳໜ່າຍຈີນແນະນຳວ່າ, ໃນຫຼາຍປີມໍ່ໆມານີ້, ກອງທຶນພິມຈຳໜ່າຍແຫ່ງຊາດຈີນໄດ້ຊ່ວຍເຫຼືອໃນການພິມຈຳໜ່າຍປື້ມທີ່ດີງາມຈຳນວນຫຼາຍ, ບັນຫາທີ່ເຂດຊົນເຜົ່າສ່ວນໜ້ອຍອ່ານປື້ມອ່ານໜັງສືພິມຍາກນັ້ນກໍ່ໄດ້ຮັບການແກ້ໄຂເທື່ອລະກ້າວ,ໂຄງການຫໍສະໝຸດຂອງຄອບຄົວກະສິກອນກໍ່ໄດ້ກວມເອົາບ້ານທີ່ມີເງື່ອນໄຂທັງໝົດແລ້ວ.
| © China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |