ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ຈີນ​ມີ​ຄວາມ​ກ້າວໜ້າ​ຢ່າງ​​ເດັ່ນຊັດ​ໃນ 10 ປີ​ມາ​ນີ້

(GMT+08:00) 2012-11-13 14:42:44     cri


​ບັນຫາເຮືອນ​ຢູ່​ກໍ່ແມ່ນ​ບັນຫາ​ທີ່​ປະຊາຊົນ​ຈີນ​​ໃຫ້​ຄວາມສົ​ນ​ໃຈ​ຫຼາຍທີ່​ສຸດ. ທ່ານ​ຈ່ຽງ​ເຫວີຍຊິນ, ລັດຖະມົນຕີ​ວ່າການ​ກະຊວງ​ເຮືອນ​ຢູ່​ແລະ​ການ​ກໍ່ສ້າງ​ຕົວ​ເມືອງ​ແລະ​ຊົນນະບົດ​ຈີນ​ກ່າວ​ວ່າ, ການ​ກໍ່ສ້າງ​ເຮືອນ​ນະ​ໂຍບາຍ​ໃນຕົວ​ເມືອງ​ຈີນ​ໄດ້​ດຳ​ເນີນ​​ໄປ​ເປັນ​ຢ່າງ​ດີ, ​ໄດ້​ເພີ່ມ​ທະວີ​​ການ​ປັບປຸງ​ເຮືອນ​ຢູ່ທີ່​ອັນຕະລາຍ​ຂອງ​ຊົນນະບົດ​ຕື່ມ​ອີກ, ​ແລະ​ຈະ​​ໃຫ້ສຳ​ເລັດຕາມ​​ເປົ້າ​ໝາຍ​ທີ່​ວາງ​ໄວ້. ນອກ​ນີ້, ກະຊວງ​ເຮືອນ​ຢູ່​ແລະ​ການກໍ່ສ້າງ​ຕົວ​ເມືອງ​ແລະ​ຊົນນະບົດຂອງ​ຈີນ​ພວມ​ຕັ້ງໜ້າ​ຄົ້ນ​ຄວ້າ​​ເພີ່ມຈຸດ​ທົດ​ລອງ​ເກັບ​ອາກອນອະ​ສັງຫາລິມະ​ຊັບ, ນະ​ໂຍບາຍ​ຈຳກັດ​ອະສັງຫາລິມະ​ຊັບ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃນ​ໄລຍະມໍ່ໆ​ນີ້​ເທື່ອ.

ບັນຫາ​ສິ່ງ​ແວດ​ລ້ອມ​ກໍ່​ແມ່ນ​ຫົວ​ຂໍ້​ຂອງຊີວິດ​ການ​ເປັນ​ຢູ່​ທີ່​ກ່ຽວ​ພັນ​ເຖິງ​ຊີວິດ​ຂອງ​ທຸກ​ຄົນ. ທ່ານ​ໂຈ່​ວ​ເຊີງ​ສຽນ, ລັດຖະມົນ​ຕີ​ວ່າການ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ວ່າ, ​ເສດຖະກິດ​ສັງຄົມ​ພັດທະນາ​ຮອດ​ລະດັບ​ໃດ​ໜຶ່ງ, ກໍ່​ຈະ​ເກີດ​ບັນຫາ​ສິ່ງ​ແວດ​ລ້ອມ​ຕາມ​ມາ​, ນີ້​ແມ່ນ​ກົດ​ເກນ. ປະຈຸ​ບັນ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​​ໄດ້​ດີ​ຂຶ້ນ​ໃນລະດັບ​ໜຶ່ງ​ແລ້ວ, ​ແຕ່​ວ່າ​ບໍ່​ໄດ້​ດີ​ຂຶ້ນ​ໃນ​ດ້ານ​ລວມ, ສະພາບ​ການ​ສິ່ງ​ແວດ​ລ້ອມ​ຍັງສັບສົນຢູ່. ​ເພື່ອ​ເຮັດ​ໃຫ້​ອຸປະຕິ​ເຫດ​ທີ່​ເກີດ​ຂຶ້ນ​ຍ້ອນ​ບັນຫາ​ສິ່ງ​ແວດ​ລ້ອມ​ໃຫ້​ຫຼຸດ​ລົງ​ນັ້ນ, ທ່ານ​ໂຈ່​ວ​ເຊີງ​ສຽງ​ກ່າວ​ວ່າ​ຈະ​ປະຕິບັດ​ມາດ​ຕະການ​ດັ່ງ​ລຸ່ມ​ນີ້:

"ອັນ​ທີ​ໜຶ່ງ, ປະຕິບັດ​ຕາມ​ກົດໝາຍ​ຢ່າງ​​ເດັດ​ຂາດ. ອັນ​ທີ​ສອງ, ອອກ​ແຮງ​ຊຸກຍູ້​ການ​ແຈ້ງຂໍ້​ມູນ​ຂ່າວ​ສານຢ່າງ​ເປີດ​ເຜີຍ. ອັນ​ທີ​ສາມ, ​ເພີ່ມ​ຄວາມ​ສາມາດ​ໃຫ້​ປະຊາຊົນ​ໄດ້​ເຂົ້າ​ຮ່ວມ​ຕື່ມ​ອີກ, ອັນ​ທີ​ສີ່, ສ້າງ​ກົນ​ໄກ​ປະ​ເມີນຄວາມ​ສ່ຽງ​​ໃນ​ທົ່ວສັງຄົມ​ໃຫ້​ສົມບູນຂຶ້ນ, ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອຸປະຕິ​ເຫດ​ຢ່າງ​ກະທັນຫັນ."
1 2