ອັດກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ​18

(GMT+08:00) 2012-11-14 12:25:28     cri

ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ​18​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ອັດ​ລົງ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ໃນ​ເວ​ລາ​9​ໂມງ​ວັນ​ທີ​14​ພະ​ຈິກ​ນີ້.

ທ່ານ​ຫູ​ຈີນ​ທາວ, ທ່ານ​ຈ່ຽງ​ເຈີ​ມີນ,ທ່ານ​ອູ​ປາງ​ກົວ, ທ່ານ​ເວີນ​ເຈຍ​ປາວ,ທ່ານ​ເຈຍ​ຊີ້ງ​ລີນ,​ທ່ານ​ຫຼີ​ຊາງ​ຊຸ່ນ,​ທ່ານ​ຊີ​ຈີ້ນ​ພີງ,​ທ່ານ​ຫຼີ​ເຄີ້​ຊຽງ,​ທ່ານ​ເຮີ້​ກົວ​ຊຽງ,​ທ່ານ​ໂຈ່ວ​ຢົງ​ຄ່າງ ​ແລະ ບັນດາ​ຜູ້​ນຳ​ອື່ນໆ​ກ້າວ​ເຂົ້າ​ຫໍ​ປະ​ຊຸມ,​ແລະ​ຜູ້​ແທນ​ທັງ​ໝົດ 2307 ຄົນ​ທີ່​ຕາງ​ໜ້າ​ໃຫ້​ສະ​ມາ​ຊິກ​ພັກ​ທົ່ວ​ປະ​ເທດ​ຈີນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້. ກອງ​ປະ​ຊຸມ​ໄດ້​ເລິ່ມ​ຂຶ້ນ​ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ​ຫູ​ຈີນ​ທາວ,​ເລ​ຂາ​ທິການ​ໃຫຍ່​ສູງ​ກາງ​ພັກ​ກອມ​ມູ​ນິດ​ຈີນ.



ໃນວາລະ​ທຳ​ອິດຂອງ​ກອງ​ປະຊຸມ​ແມ່ນ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແລະ ຄະນະ​ກຳ​ມະ​ການ​ກວດ​ກາ​ວິ​ໄນ​ສູນ​ກາງ​ພັກ. ຈາກ​ນັ້ນ​ໄດ້​ຜ່ານ​ຮັບ​ຮອງ​ລາຍ​ຊື່​ຂອງ​ຜູ້​ຕິດ​ຕາມ​ກວດ​ກາ​ບັດ​ເລືອກ​ຕັ້ງ​ແລະ ຜູ້​ຕິ​ດຕາມ​ກວດ​ກາ​ບັດ​ເລືອກ​ຕັ້ງ​,​ແລະ​ເກັບ​ບັດ​ເລືອກ​ຕັ້ງ​ທີ່​ຜູ້​ຕິດ​ຕາມ​ກວດ​ກາ​ບັດ​ເລືອກ​ຕັ້ງສະ​ເໜີ​ອອກ​ມາ​ນັ້ນ, ທ່ານ​ຫູ​ຈີນ​ທາວ​ປະ​ກາດ​ວ່າ,​ອີງ​ຕາມ​ຂໍ້​ກຳ​ນົດ​ສຳ​ລັບ​ວິທີ​ເລືອກ​ຕັ້ງ​ຂອງ​ກອງ​ປະ​ຊຸມ​ແລ້ວ,​ການ​ເລືອກ​ຕັ້ງ​ເທື່ອ​ນີ້​ຖື​ວ່າ​ໄດ້​ເປັນ​ການ​ເລືອກ​ຕັ້ງ​ເອົາ​ຄະ​ນະ​ບໍ​ລິ​ຫານ​ຊຸດ​ໃໝ່​ທີ່​ມີ​ຜົນ​ສັກ​ສິດ​ໃນ​ການ​ບໍ​ລິ​ຫານ​ວຽກ​ງານ​ອະ​ນາ​ຄົດ.