ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດຈີນຊຸດ​ໃຫມ່​ໄດ້​ກຳ​ເນີດ​ອອກ

(GMT+08:00) 2012-11-15 14:45:59     cri


(ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ໃຫມ່​ພົບ​ຫນ້າ​ກັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ)


ຕາມ​ຂ່າວ​ສານ​ຊີ​ນຮວາ: ວັນ​ທີ 15 ພະ​ຈິກ​ນີ້,ກອງ​ປະ​ຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 1 ຊຸດ​ທີ 18 ​ໄດ້​ເລືອກ​ຕັ້ງທ່າ​ນສີ​ຈິ້ນ​ຜິ​ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ເລືອກ​ຕັ້ງທ່າ​ນສິຈິ້ນ​ຜິ​ງ,ທ່ານ​ຫລີ​ເຄີ້ສຽງ, ທ່ານ​ຈ່າງ​ເຕີ​ຈ່ຽງ, ທ່ານ​ອີ​ເຈິ້ງ​ເຊິ່ງ, ທ່ານ​ຫລິວ​ຢຸນຊານ,ທ່ານ​ຫວາງ​ສີ​ຊານ,​ແລະ​ທ່ານ​ຈ່າງ​ກ່າວ​ລີ້​ເປັນ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຊຸດ​ໃຫມ່.

ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 1 ຊຸດ​ທີ 18 ​ໄດ້​ເລືອກ​ຕັ້ງທ່າ​ນສີ​ຈິ້ນ​ຜິ​ງ​ເປັນ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ, ທ່ານ​ຟ້າ​ນສາງ​ຫລົງ, ທ່ານ​ຊີ​ຊິລ້ຽງ​ເປັນ​ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານສູນ​ກາງ.

ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 1 ຊຸດ​ທີ 18 ​ໄດ້​ເລືອກ​ຕັ້ງ​ເລຂາທິການ,ຮອງ​ເລຂາທິການ​ແລະກຳ​ມະ​ການ​ຄະນະ​ປະຈຳ​ຄະນະ​ກຳມະການ​ກວດກາ​ວິ​ໄນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,​ໄດ້​ເລືອກ​ຕັ້ງທ່າ​ນຫວາງ​ສີ​ຊານ​ເປັນ​ເລຂາທິການ​ຄະນະ​ກຳມະການ​ກວດກາ​ວິ​ໄນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ