ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້

(GMT+08:00) 2013-01-17 14:56:37     cri

        ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້(ອາຊຽນ) ໄດ້ສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ1967 ທີ່ບາງກອກໂດຍ 5 ປະເທດສະ
ມາຊິກກໍ່ຕັ້ງ ຄື: ອິນໂດເນເຊຍ,ມາເລເຊຍ, ຟີລິບປິນ, ສິງກະໂປແລະໄທ ດ້ວຍຖະແຫລງການອາຊຽນຫລືເອີ້ນວ່າ: ຖະແຫລງການບາງກອກ.
ອາຊຽນໄດ້ມີນະໂຍບາຍຂະ ຫຍາຍສະມາຊິກຂອງຕົນເພື່ອຮັບເອົາປະເທດທີ່ມີທີ່ຕັ້ງພູມສາດຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້. ດ້ວຍເຫດ
ຜົນດັ່ງກ່າວບຣູໄນດາຣູຊາລາມໄດ້ເຂົ້າ ເປັນສະມາຊິກອາຊຽນໃນປີ 1984, ຫວຽດນາມໃນປີ1995,  ສປປລາວ ແລະມຽນມາໃນປີ 1997
ແລະກຳປູເຈຍໃນປີ 1999. ສະນັ້ນໃນປະຈຸບັນອາຊຽນ ຈິ່ງປະກອບດ້ວຍ 10 ປະເທດສະມາຊິກ, ເຊິ່ງເປັນການບັນລຸເປົ້າຫມາຍອັນສູງສຸດຂອງ
ບັນດາຜູ້ກໍ່ຕັ້ງອາຊຽນທີ່ມີຄວາມມຸ່ງຫວັງໃຫ້ທຸກປະເທດໃນອາຊີຕາ ເວັນອອກສຽງໃຕ້ເປັນສະມາຊິກອາຊຽນ.


ຈຸດປະສົງຕົ້ນຕໍຂອງອາຊຽນທີ່ໄດ້ກຳນົດໄວ້ໃນກົດບັດແມ່ນ: 1) ເພື່ອປົກປັກຮັກສາແລະສົ່ງເສີມສັນຕິພາບ, ສະຖຽນລະພາບແລະຄວາມຫມັ້ນ
ຄົງຂອງພາກພື້ນ, ເຮັດໃຫ້ອາ ຊີຕາເວັນອອກສຽງໃຕ້ເປັນເຂດປອດອາວຸດນິວເຄລຍແລະອາວຸດທຳລາຍລ້າງຜານອື່ນໆ; 2) ເພື່ອເພີ່ມທະວີ
ຄວາມສາມາດໃນການເພິ່ງຕົນເອງຂອງພາກພື້ນໂດຍການສົ່ງ ເສີມການຮ່ວມມືທາງດ້ານການເມືອງ-ຄວາມຫມັ້ນຄົງເສດຖະກິດແລະວັດ
ທະນະທຳສັງຄົມໃຫ້ກວ້າງຂວາງ; 3) ເພື່ອເຊື່ອມໂຍງດ້ານເສດຖະກິດ, ເຮັດໃຫ້ອາຊຽນກາຍເປັນຕະຫລາດແລະຖານການຜະລິດຫນຶ່ງດຽວ
ພ້ອມທັງຮັບປະກັນຄວາມສາມາດໃນ ການແຂ່ງຂັນສູງທາງດ້ານເສດຖະກິດອຳນວຍຄວາມສະດວກແກ່ການຄ້າແລະການລົງທຶນຢ່າງມີ
ປະສິດທິພາບໂດຍມີການໄຫລວຽນຢ່າງເສລີຂອງສິນຄ້າ, ການບໍລິການແລະການລົງທຶນ; 4) ເພື່ອສົ່ງເສີມຄວາມຢູ່ດີກິນດີແລະການດຳລົງ
ຊີວິດທີ່ດີຂອງປະຊາຊົນພາຍໃນອາ ຊຽນໂດຍໃຫ້ເຂົາເຈົ້າມີໂອກາດຢ່າງເທົ່າທຽມກັນໃນການເຂົ້າເຖິງແລະຊົມໃຊ້ຜົນປະໂຫຍດຈາກການ
ພັດທະນາ, ສະຫວັດດີການແລະຄວາມຍຸຕິທຳຂອງສັງຄົມ ແລະ 5) ເພື່ອຮັກສາບົດບາດຄວາມເປັນແກນກາງຂອງອາຊຽນແລະຄວາມເປັນ
ເຈົ້າການໃນຖານະເປັນກຳລັງຂັບເຄື່ອນ ຕົ້ນຕໍໃນການພົວພັນຮ່ວມມືລະຫວ່າງອາຊຽນກັບບັນດາຄູ່ເຈລະຈາ ແລະຄູ່ຮ່ວມຈາກນອກພາກພື້ນ.
    ອາຊຽນດຳເນີນການຮ່ວມມືກັນຕາມຫລັກການທີ່ໄດ້ກຳນົດໄວ້ໃນກົດບັດແລະເອກະສານພື້ນຖານອື່ນໆ. ບາງຫລັກການດັ່ງກ່າວມີດັ່ງນີ້:
1) ເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເຫມີພາບ, ຜືນແຜ່ນດິນອັນຄົບຖ້ວນແລະເອກະລັກແຫ່ງຊາດຂອງແຕ່ລະປະເທດສະມາຊິກ
ອາຊຽນ, ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນແລະກັນ, ແກ້ໄຂຂໍ້ຂັດແຍ່ງໂດຍທາງສັນຕິວິທີ; 2) ມີພັນທະແລະຄວາມຮັບຜິດ
ຊອບຮ່ວມກັນໃນການສົ່ງເສີມສັນຕິພາບ, ຄວາມຫມັ້ນຄົງແລະຄວາມວັດທະນາຖາວອນຂອງພາກພື້ນ; 3) ບໍ່ຮຸກຮານກັນແລະບໍ່ຂົ່ມຂູ່ຫລືໃຊ້
ກຳລັງການກະທຳຫລືການກະທຳທຸກຮູບແບບທີ່ບໍ່ສອດຄ່ອງກັບກົດຫມາຍສາກົນ; 4) ເຄົາລົບສິດຂອງແຕ່ລະປະເທດສະມາຊິກໃນການດຳ
ລົງຄົງຕົວໂດຍປາສະຈາກການແຊກແຊງ, ການໂຄ່ນລົ້ມແລະການບີບບັງຄັບຈາກພາຍນອກ; 5) ຢຶດຫມັ້ນຫລັກການປົກຄອງດ້ວຍກົດຫມາຍ
, ການປົກຄອງທີ່ດີ ແລະ ຫລັກ ການປະຊາທິປະໄຕແລະລັດຖະບານທີ່ຖືກຕ້ອງຕາມລັດຖະທຳມະນູນ; 6) ເຄົາລົບເສລີພາບຂັ້ນພື້ນຖານ,
ສົ່ງເສີມແລະປົກປ້ອງສິດທິມະນຸດແລະຄວາມຍຸຕິທຳໃນສັງຄົມ; 7) ລະເວັ້ນຈາກການມີສ່ວນຮ່ວມໃນການດຳເນີນນະໂຍບາຍຫລືກິດຈະກຳ
ໃດໆ, ລວມທັງການນຳໃຊ້ເຂດແດນຂອງຕົນໂດຍປະເທດສະມາຊິກອາຊຽນຫລືປະເທດທີ່ບໍ່ແມ່ນສະ ມາຊິກອາຊຽນຫລືຜູ້ກະທຳທີ່ບໍ່ແມ່ນ
ປະເທດໃດຫນຶ່ງທີ່ເປັນໄພຂົ່ມຂູ່ຕໍ່ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຫລືສະຖຽນລະພາບທາງດ້ານການເມືອງແລະເສດຖະກິດຂອງບັນດາ
ປະເທດສະມາຊິກອາຊຽນ; 8) ເຄົາລົບວັດທະນະທຳ, ພາສາແລະສາສະຫນາທີ່ແຕກຕ່າງກັນຂອງປະຊາຊົນອາຊຽນ, ເຊິ່ງໃນຂະນະດຽວກັນ
ກໍ່ເນັ້ນຄ່ານິຍົມຮ່ວມກັນ ບົນຈິດໃຈແຫ່ງຄວາມເປັນເອກະພາບທ່າມກາງຄວາມຫລາກຫລາຍໃນອາຊຽນແລະ8) ຢຶດຫມັ້ນຄວາມເປັນແກນ
ກາງຂອງອາຊຽນໃນການພົວພັນຮ່ວມມືກັບພາຍນອກ, ຮັກ ສາທັດສະນະແຫ່ງການມີສ່ວນຮ່ວມຢ່າງຫ້າວຫັນ, ການເບິ່ງໄປຂ້າງຫນ້າ, ການ
ເປີດກວ້າງແລະບໍ່ແບ່ງແຍກ.

ໃນແຜນສ້າງປະຊາຄົມອາຊຽນໃນປີ2015, ອາຊຽນໄດ້ສຸມໃສ່ຈັດຕັ້ງປະຕິບັດວິໄສທັດອາຊຽນ2020 ປີ1997 ເຊິ່ງໄດ້ກຳນົດໃຫ້ອາຊຽນເປັນປະ
ຊາຊາດທີ່ພ້ອມພຽງຮຽງ ຫນ້າກັນ, ເປີດກວ້າງການຮ່ວມມືສູ່ພາຍນອກ, ດຳລົງຊີວິດຢູ່ທ່າມກາງສັນຕິພາບ, ສະຖຽນລະພາບ ແລະຄວາມວັດ
ທະນາຖາວອນ, ຜູກພັນກັນເປັນຄູ່ຮ່ວມມືໃນການພັດທະ ນາໃຫ້ມີຄວາມກ້າວຫນ້າແລະເປັນປະຊາຄົມທີ່ມີຄວາມໂອບເອື້ອອາລີ. ເພື່ອຈັດຕັ້ງ
ປະຕິບັດວິໄສທັດດັ່ງກ່າວໃຫ້ປາກົດເປັນຈິງນັ້ນ, ໃນປີ2003 ຜູ້ນຳອາຊຽນໄດ້ຕົກລົງສ້າງປະ ຊາຄົມອາຊຽນທີ່ປະກອບດ້ວຍ3 ເສົາຄ້ຳ; ປະຊາ
ຄົມການເມືອງ-ຄວາມຫມັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງ ຄົມໃຫ້ສຳເລັດພາຍໃນປີ2020 ແຕ່ ຍ້ອນສະພາບ
ການຂອງພາກພື້ນແລະສາກົນໄດ້ມີການປ່ຽນແປງ, ໃນປີ2007, ບັນດາຜູ້ນຳອາຊຽນຈິ່ງເຫັນດີເລ່ງລັດການສ້າງປະຊາຄົມອາຊຽນໃຫ້ສຳເລັດ
ໃນປີ2015 ໂດຍ ໄດ້ຮັບຮອງເອົາຖະແຫລງການຊະອຳ-ຫົວຫິນກ່ຽວກັບແຜນການສ້າງປະຊາຄົມອາຊຽນ2009-2015 ທີ່ປະກອບດ້ວຍແຜນແມ່
ບົດປະຊາຄົມການເມືອງ-ຄວາມຫມັ້ນຄົງ, ແຜນແມ່ບົດປະຊາຄົມເສດຖະກິດແລະແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມແລະແຜນວຽກ
ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນໄລຍະ II.