Yang Pei An ນັກຮ້ອງ​ໄຕ້​ຫວັນ​

(GMT+08:00) 2013-01-18 10:58:51     cri

Yang Pei An ນັກຮ້ອງ ນັກ​ແຕ່ງ​ເພງ ​ແລະ ນັກສະ​ແດງຊາຍ​ໄວ​ອາຍຸ 40 ປີ ​ຈາກ​​​​ໄຕ້​ຫວັນ​ຂອງ​ຈີນ  ເກີດ​ໃນ​ວັນ​ທີ 5 ມິຖຸນາ ປີ 1971 ​ເປັນນັກ​ຮ້ອງ​ທີ່​ຂັບ​ຮ້ອງ​ໃນຫຼາຍແນວ​ເພງ ​ເຊັ່ນ Pop , Rock n Roll , jazz , R n B ​ແລະ Rock

ໃນປີ  1990 Yang Pei An ໄດ້​ເຂົ້າຮ່ວມ​ໃນ​ການ​ແ​ຂ່ງຂັນປະ​ກວດ​ຮ້ອງ​ເພງ ທີ່​ມະຫາວິທະຍາ​ໄລ ​ແລະ ​ໄດ້​ຮັບ​ລາງວັນນັກ​ຮ້ອງ​ດີ​ເດັ່ນ  ​ໃນ​ປີຕໍ່ມາ ​ກໍ​ຄືປີ 1991 ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ເກນ​ທະຫານ ຫຼັງຈາກ​ສຳ​ເລັດ​ອາ​ຍຸ​ການ​ໃນ​ປີ 1994 ຈຶ່ງໄດ້​ຕັ້ງວົງ​ດົນ​ຕີ​ໃນ​ນາມ TNT ​​ເຊິ່ງ Yang Pei An ​ເຮັດໜ້າທີ່​ໃນ​ກາ​ນຮ້ອງນຳ ​ແລະ​ໄດ້​ອອກ​ຕະ​ເວນຫຼິ້ນດົນ​ຕີ ​ໃນ​ສະຖານ​ບັນ​ເທີ​ງຕ່າງໆ​ເປັນ​ເວລາຫຼາຍປີ​ພໍສົມ​ຄວນ

ເມື່ອອາຍຸ 33ປີ Yang Pei An ​ໄດ້​ລາ​ອອກ​ຈາກ​ກຸ່ມ TNT ​ແລະ ​ຢຸດ​ການ​ຮ້ອງ​ເພງ​ໃນ​ສະຖານ​ບັນ​ເທີ​ງ ​ ​ແລະ ​ເຮັດ​ອາຊີ​ບ​ໃໝ່ ​ໂດຍ​ເລີ່​ມຈາກ​ການ​ເປັນ​ຜູ້​ຈັດ​ລາຍການ​ວິທະຍຸ FM 98.3 ພ້ອມ​ດຽວກັນ​ຍັງ​ເປັນ​ຄູ​ສອນ​ຮ້ອງ​ເພງ ​ທີ່ມີ​ນັກ​ຮ້ອງ​ທີ່​ມີ​ຊື່ສຽງຫຼາຍຄົນ​ທີ່​ຜ່ານ​ການ​ຮຽນ ກັບ Yang Pei An ​ເຊັ່ນ Yoga lin

ຕໍ່ມາ​ໃນ​ໄວ​ອາຍຸ 45 ປີ ​ໄດ້​ເຮັດ​ຜົນງານ​ເພງ ​ແລ​ະ  ປ່ອຍ ອະ​ລະ​ບ້ຳ​ຊຸດທຳ​ອິດ​ອອກ​ມາ​ໃນ​ປີ 2006​ ​ແລະ ​ໃນ​ລະຫວ່າງ​ ປີ 2006 ​​ເຖິງ ປັດ​ຈຸ​ບັນ ​ແມ່ນ​ມີ​ຜົນງານ​ເພງທັງໝົດ 6 ອະ​ລະ​ບ້ຳ ດ້ວຍ​ກັນ ​ແລະ ອະ​ລະ​ບ້ຳລ່າ​ສຸດ ​ແມ່ນ ປ່ອຍ​ອກມາ ​ໃນ ລະຫວ່າງ​ເດືອນ 3 ປີ 2011ທີ່​ຜ່ານ​ມາ