
ຈໍ

ວອກ
ຢູ່ຈີນມີປະເພນີກ່ຽວກັບສັດ 12 ລາສີເຊິ່ງເປັນວິທີບັນທຶກປີແລະຄິດໄລ່ອາຍຸຂອງປະຊາຊົນຈີນ.
ວິທີບັນທຶກປີໃນສະໄໝບູຮານຂອງຈີນແມ່ນໃຊ້ຊື່ປີຂອງຮ່ອງເຕ້ບວກກັບ"ກ່ານຈື່",ເຊິ່ງໃນນັ້ນ"ວິທີບັນທຶກປີດ້ວຍກ່ານຈື່"ແມ່ນປີ 841 ກ່ອນຄ.ສ.ທີ່ບັນທຶກໃນປຶ້ມປະຫວັດສາດຢ່າງຈັດເຈນນັ້ນໃຊ້ມາຮອດປັດຈຸບັນ. "ກ່ານ"ຍັງມີຊື່ວ່າ"ທ່ຽນກ່ານ",ແປວ່າລຳຕົ້ນຂອງຟ້າ ເຊິ່ງປະກອບດ້ວຍ 10 ຕົວໜັງສືຄື:"ເຈຍ,ອີ,ປິງ,ຕິ່ງ,ອູ້,ຈີ,ເກິ່ງ,ຊິ່ນ,ເຢີນ,ກຸຍ". "ຈື່"ຍັງມີຊື່ວ່າ"ຕີ້ຈື່", ແປວ່າກິ່ງງ່າຂອງດິນ ເຊິ່ງປະກອບດ້ວຍ 12 ຕົວໜັງສືຄື:"ຈື,ໂສ, ຢິນ, ໂໝ, ເຊີນ, ຊື້, ອູ, ເວີ້ຍ, ເຊີ່ນ, ໂຢ, ຊີ່, ໄຮ້". ເອົາ 10 ຕົວໜັງສືຂອງລຳຟ້າປະສົມປະສານກັບ 12 ຕົວໜັງສືຂອງກິ່ງດິນຕາມລຳດັບ, ຈຶ່ງມີ 60 ຄູ່, ຕົວຢ່າງຄື: "ເຈຍຈື, ອີໂສ, ປິງຢິນ..." 60 ຄູ່ນີ້ໝູນວຽນກັນໃຊ້, ແຕ່ລະ 60 ປີເອີ້ນວ່າ"ເຈຍຈືອັນໜຶ່ງ". ຕົວຢ່າງຄືປີ 2001 ຂອງຄຼິດຕະສັກກະລາດກໍຕົກເປັນປີ"ຊິ່ນຊື້"ຂອງຈັນທະຄະຕິຈີນ, ປີ 2002 ຕົກເປັນປີ"ເຢີນອູ", ສ່ວນຫຼັງຈາກນັ້ນ 60 ປີຄືປີ 2061 ຈະເປັນປີ"ຊິ່ນຊື້"ອີກເທື່ອໜຶ່ງ, ປີ 2062 ຈະເປັນປີ"ເຢີນອູ"ອີກເທື່ອໜຶ່ງ. ເລີ່ມແຕ່ລາຊະວົງຮ້ານຕາເວັນອອກ(ປີ 25—220), ຄົນຈີນເລີ່ມໃຊ້ 12 ສັດຄືໜູ,ງົວ,ເສືອ,ກະຕ່າຍ,ມັງກອນ,ງູ,ມ້າ,ແກະ,ລິງ,ໄກ່,ໝາແລະໝູມາປະກອບກັບ 12 ກິ່ງດິນ,ນີ້ກໍຄື 12 ລາສີຄື: ປີຊວດ,ສະຫຼູ,ຂານ,ເຖາະ,ມະໂລງ,ມະເສງ,ມະເມຍ,ມະແມ,ວອກ,ລະກາ,ຈໍແລະປີກຸນ. ເມື່ອເປັນແນວນີ້ ປີ"ຈື"ກໍຕົກເປັນປີຊວດ, ປີ"ໂສ"ກໍຕົກເປັນສະຫຼູ, ປີ"ຢິນ"ກໍຕົກເປັນປີຂານ...ແຕ່ລະຄົນພໍເກີດມາແລ້ວກໍມີສັດໜຶ່ງເປັນລາສີຂອງຕົນ.
ປັດຈຸບັນ, ໃນຂະນະທີ່ໃຊ້ຄຼິດຕະສັກກະລາດມາບັນທຶກປີແລະຄິດໄລ່ອາຍຸນັ້ນ ຍັງຊີນເຄີຍໃຊ້ລາສີມາບັນທຶກປີແລະຄິດໄລ່ອາຍຸນຳອີກ.
| © China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |