ເທບນິຍາຍບູຮານຂອງຈີນແມ່ນໂລກທີ່ໄກແສນໄກແລະເລິກລັບທີ່ຄົນໃນສັງຄົມດຶກດຳບັນສ້າງຂຶ້ນດ້ວຍຈິນຕະນາການທີ່ອຸດົມສົມບູນ ໂດຍປະເຊີນໜ້າກັບໂລກອ້ອມຂ້າງ ທີ່ເຕັມໄປດ້ວຍສິ່ງທີ່ບໍ່ເຂົ້າໃຈ.
ເທບນິຍາຍບູຮານຈີນແມ່ນພູມປັນຍາຮວມໝູ່ຂອງຄົນບູຮານ, ໄດ້ສືບທອດກັນມາແບບປາກຕໍ່ປາກເປັນເວລາຍາວນານ, ຈົນມາຮອດຕົວໜັງສືຖືກປະດິດສ້າງຂຶ້ນຈຶ່ງມີການບັນທຶກໄວ້, ເນື້ອໃນສ່ວນຫຼາຍ ແມ່ນສ່ອງແສງເຖິງຊີວິດທີ່ອຸດົມສົມບູນແລະມີຫຼາຍສີຫຼາຍສັນໃນສັງຄົມບູຮານ. ໃນນັ້ນ ລວມມີ"ພານກູແຍກຟ້າກັບດິນ","ນູວ່າສ້າງຄົນ"ແລະ"ນູວ່າຕາບຟ້າ"ເປັນຕົ້ນທີ່ອະທິບາຍຄວາມເປັນມາຂອງໂລກ, ທັງມີ"ໂຮ້ຢີ້ຍິງຕາເວັນ","ຄວ່າຟູ້ໄລ່ຕາມຕາເວັນ"ແລະ"ນົກຈິ່ງເວີ້ຍຖົມທະເລ"ເປັນຕົ້ນທີ່ສ່ອງແສງເຖິງມະນຸດຕໍ່ສູ້ກັບທຳມະຊາດ; ຍັງມີ"ເຊີນນົງຊີມຢາ"ແລະ"ກູນກັບຢູແກ້ໄພນ້ຳຖ້ວມ"ທີ່ຍ້ອງຍໍນ້ຳໃຈຂອງການອຸທິດແລະອື່ນໆ.

"ນູວ່າຕາບຟ້າ"ມີເນື້ອໃນວ່າ: ໃນສະໄໝບູຮານດົນນານມາແລ້ວ, ຟ້າໄດ້ເພພັງຢ່າງກະທັນຫັນຈົນເກີດມີຮູໃຫຍ່, ຢູ່ໜ່ວຍໂລກເກີດນ້ຳຖ້ວມ, ສັດຮ້າຍອອກມາລົບກວນຢ່າງຫຼວງຫຼາຍ, ມະນຸດປະເຊີນກັບໄພພິບັດທີ່ໜັກໜ່ວງທີ່ສຸດ. ເວລານັ້ນ, ນູວ່າ,ແມ່ຂອງມະນຸດເລີຍຫຼໍ່ຫຼອມຫີນ 5 ສີໄປຕາບຮູຂອງຟ້າ, ແລ້ວຟ້າກັບດິນກໍກັບມາມີຄວາມສະຫງົບ, ຄົນເຮົາໄດ້ມີຊີວິດອັນຜາສຸກອີກ.

| © China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |