ອາຫານ​ກວາງຕຸ້ງ​ທີ່ມີ​ເອກະ​ລັກ​ພິ​ເສດ

(GMT+08:00) 2013-07-16 10:54:14     cri

ອາຫານ​ກວາງຕຸ້ງ​​ແມ່ນ​ຫນຶ່ງ​ໃນ4ອາຫານ​ທ້ອງ​ຖິ່ນທີ່​ມີ​ຊື່​ສຽງຂອງ​ຈີນ, ​ເຊິ່ງ​ເກີດຂຶ້ນ​ໃນ​ສະ​ໄຫມ​ລາ​ຊະ​ວົງ​ຊິງຈີນ.​ເມື່ອ​ຮອດ​ສະ​ໄຫມ​ລາຊະວົງ​ຊົ້ງ​ໃຕ້,ຍ້ອນວ່າ​ຊ່າງ​ຄົວກິນ​ໄດ້ຕິດຕາມ​ເຈົ້າ​ຊີວິດ​ໄປ​ນະຄອນ​ກວາງ​ໂຈ​ວ,ອາຫານ​ກວາງ​ຕຸ້ງ​ຈຶ່ງໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,ຫຼັງ​ຈາກ​ສົງຄາມ ຢາຝິ່ນ​ສິ້ນ​ສຸດ​ລົງ​ແລ້ວ,ນະຄອນ​ກວາງ​ໂຈ່​ວ​ໃນ​ຖານະ​​ທີ່​ເປັນ​ດ່ານ​ເຂົ້າ​ອອກ​ເມືອງ​ທາງ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ງວດ​ທຳ​ອິດ, ການ​ໄປມາຫາສູ່​ກັນ​ກັບປະ​ເທດ​ຕ່າງໆ​ໄດ້​ເພີ່ມ​ຂຶ້ນ,ອາຫານ​ກວາງຕຸ້ງ​ກໍ່​ໄດ້​ຮັບ​ເອົາ​ຈຸດ​ພິ​ເສດ​ບາງ​ຢ່າງຂອງ​ອາຫານ​ຕາ​ເວັນ​ຕົກ,​ປະກອບ​ເປັນ​ລັກສະນະ​ອາຫານ​ຕົນ​ເອງ,​ແລ້ວ​ກາຍ​ເປັນ​ອາຫານ​ທີ່​ມີ​ຊື່​ສຽງ​ຢູ່​ຈີນ​ແລະ​ຕ່າງ​ປະ​ເທດ. ​ໃນ​ລາຍການ​ມື້​ນີ້​ພວກ​ເຮົາ​ຈະ​ພາ​ທ່ານ​ຮູ້ຈັກກັບ​ອາຫານ​ກວາງຕຸ້ງ​ທີ່​ມີ​ເອກະລັກ​ພິ​ເສດ ຄື:

ຄຳ​ຖາມ​ທີ​ຫນຶ່ງ​ແມ່ນອາຫານ​ກວາງຕຸ້ງທີ່ຖື​ອາຫານ​ທ້ອງ​ຖິ່ນ​​ໃດ​ເປັນ​ຕົວ​ແທນ?
ຄຳ​ຖາມ​ທີ​ສອງ​: ​ຄົນ​ກວາງ​ຕຸ້ງຈະກິນ​ຂະຫນົມ​ຫຍັງ​ໃນ​ເວລາ​ດື່ມ​ນ້ຳ​ຊາ?
ຄຳ​ຖາມ​ທີ​ສາມ:ຄົນ​ກວາງຕຸ້ງ​ມັກ​ໃຊ້​ຫມໍ້​ຫຍັງ​ມາ​ປູ​ງແຕ່ງ​ແກງ?


ຖ້າ​ເວົ້າຈາກ​ທີ່​ຕັ້ງ​ພູມີສາດ​ແລ້ວ,"ອາຫານ​ກວາງຕຸ້ງ"​ແມ່ນ​ປະກອບ​ດ້ວຍ​ອາຫານ​ກວາງ​ໂຈ່​ວ ອາຫານຊົ່ວ​ເທົາແລະ​ອາຫານ​ຕົ່ງ​ຈ່ຽງ,​​ແລະ​ຖື​ອາຫານ​ກວາງ​ໂຈ່​ວ​ເປັນ​ຕົວ​ແທນ.ອາຫານ​ກວາງ​ໂຈ່​ວ​ແມ່ນ​ອາຫານ​ທີ່​ຮັບ​ເອົາ​ສິ່ງ​ຍອດ​ຍິ່ງຂອງ​ອາຫານທ້ອງ​ຖິ່ນ​ຕ່າງໆຂອງ​ຈີນ​ບົນ​ພື້ນຖານ​ທີ່​ໂຮມ​ສູນ​ອາຫານ​ພື້ນ​ເມືອງ​ອັນ​ດີ​ເລີດ​ຂອງ​ແຫ່ງ​ຕ່າງໆ​ຂອງແຂວງ​ກວາງ​ໂຈ່​ວ,​ແລະ​ໄດ້ຖອດ​ຖອນ​ເອົຈຸດ​ດີ​ເດັ່ນ​ຂອງ​ຫາ​ຫານ​ຕາ​ເວັນ​ຕົກ ​ແລ້ວ​ປະສົມ​ຫະສານ​ກາຍ​ເປັນ​ອາຫານ​ກວາງຕຸ້ງ,ວັດ​ຖຸປະກອບ​ອາຫານ​ກວາງຕຸ້ງ​ມີຈຳນວນ​ຫຼວ​ຫຼາຍ​​,​ທງ​ໄດ້​ຮັບ​ການ​ຄັດ​ເລືອກ​ຢ່າງ​ປານີດ,ອາຫານ​ກວາງຕຸ້ງມີຫຼາຍ​ຢ່າງ​ຫຼາຍ​ແນວ,ວິທີ​ປຸງ​ແຕ່ງມີ21 ​ຊະນິດ,​ໂດຍ​ສະ​ເພາະ​​ເກັ່ງ​ໃນ​ວິທີຂົ້ວ ຈືນ ຕົ້ມ​​​ອົບເປັນ​ຕົ້ນ,​ເວລາ​ປຸງ​ແຕ່ງ​ບາງ​ເຈື່ອງ​ໃຊ້​ໄຟ​ແຮງ ບາງ​ເຍື່ອງ​ໃຊ້​ໄຟ​ອ່ອນ,ອາຫານ​ທີ່​ປຸງ​ແຕ່ງ​ແລ້ວ​ມີ​ສີ​ງາມ,ມີ​ກິ່ນ​ຫອມ ​ເຖິງ​ວ່າ​ຈາງ​ແຕ່​ບໍ່​ຈາງ​ເກີນ​ໄປ,​ເຖິງ​ວ່າ​ສົດ​ແຕ່​ບໍ່​ສົດ​ເກີນ​ໄປ,​ເຖິງ​ວ່າ​ອ່ອນ​ແຕ່​ບໍ່​ຄື​ອາຫານ​ດິບ ​ເຖິງ​ວ່າ​ມີ​ນ້ຳມັນ​ແຕ່​ບໍ່​ຫຼາຍ​ເກີນ​ໄປ,ມີ​ລົດ​ແຊບ​ແລະ​ມີ​ຮູບ​ສວຍ​ງາມ,ລົດ​ຊາດ​ຕົ້ນຕໍ​ແມ່ນ​ຈາງ ສົດ ອ່ອນ​ແລະ​ກອບ, ​ໃນ​ລະດູ​ທີ່​ແຕກ​ຕ່າງ​ກັນ​ກໍ່​ມີ​ລົດ​ຊາດ​ທີ່​ຕ່າງ​ກັນ.ຕົວຢ່າງ​ຄື​ໃນ​ລະດູ​ຮ້ອນ​ແລະ​ລະດູ​ໃບ​ໄມ້ລົ່ນ ອາຫານ​ຖື​ເອົາລົດ​ຊາດ​ຈາງ​ເປັນຕົ້ນ,​ໃນ​ລະດູ​ໃບ​ໄມ້​ປົ່ງ​ແລະ​ລະດູ​ຫນາວ​ຖື​​ເອົາລົດ​ຊາດ​ຂຸ້ນ​ເປັນ​ຕົ້ນຕໍ.ອາຫານ​ກວາງ​ໂຈ່ວທີ່​​ເຫັນ​ເລື້ອຍໆ​ມີ​ຕົ້ມ​ໄກ່ ຕົ້ມກຸ້ງທະ​ເລ​ທີ່​ຕົ້ມ ​ປີ້ງຫມູ​ນ້ອຍ ປີ້ງ​ເ​ປັດ  ​ແກງ​ງູູ   ກຸ້ງ​ນ້ອຍ​ຂົ້ວ​ໃສ່​ນ້ຳມັນ ຫນຶ້ງ​ອາຫານ​ທະ​​ແລະ​ອື່ນໆ.

  ຕາມ​ຄຳສຸພາສິດ​ຈີນ​​ເວົ້າວ່າ,ບໍ່​ມີ​ຊີ້ນ​ໄກ່​ກໍ່​ບໍ່​​ແມ່ນງານ​ລ້ຽງອາຫານທີ່​ຄົບ​ຊຸດ.​ໃນ​ອາຫານ​ກວາງຕຸ້ງ,​ແມ່ນ​ສາມາດ​​ໃຊ້​ໄກ່​ໂຕ​ຫນຶ່ງມາ​ປຸງ​ແຕ່​ງອາຫານ​ໄດ້​ຫຼາຍ​ສິບ​ຢ່າງ,​ເຊິ່ງລວມມີຕົ້ມ​ໄກ່  ຕົ້ມ​ໄກ່​ເອືອບ​ເກືອ  ຕົ້ມ​ໄກ່​ນ້ຳ​ຊີ​ອິວ  ຫນຶ້ງ​ໄກ່ເປັນ​ຕົ້ນ. ​ການ​ຕົ້ມ​ໄກ່​ແມ່ນ​ວິທີ​ຢ່າງ​ຫນຶ່ງ​ທີ່​ປຸງແຕ່ງຊະນິດ​ຫນຶ່ງ​ທີ່​ເຫັນ​ເລື້ອຍໆຳໃນ​ອາຫານ​ກວາງ​ຕຸ້ງຄື:ຕົ້ມ​ໄກ່​ໃຫ້​ສຸກ​ໂດຍ​ບໍ່​ໃສ່​ເຄື່ອງປຸງ​ເພື່ອ​ຮັກສາ​ລົດ​ຊາດ​ທຳ​ມະ​ຊາດ.

 ທ່ານ​ຈັ່ງ​ຊິ່ນ​ທີ່​ອອກ​ແຮງ​ຄົ້ນຄວ້າ​ກນ​ປຸງ​ແຕ່ງອາຫານ​ກວາງຕຸ້ງ​​ເປັນ​ເວລາ​ດົນ​ນານບອກ​ນັກ​ຂ່າວ​ວ່າຖ້າຢາກ​ປຸງ​ແຕ່ງອາຫານ​ປະ​ເພດ​ໄກ່​ຕົ້ມ​ທີ່​ມີ​ຊີ້ນ​ອ່ອນ​ແລະ​ລົດ​ຊາດ​ທັງ​ສົດ​ທັງ​ຈາງ,ຕ້ອງ​ໃຫ້​ກຳ​ຮູບ​ການປຸງ​ແຕ່ງ​ພິ​ເສດ​ໃ້​ໄດ້.ທ່ານ​ເວົ້າ​ວ່າ:

 "ກ່ອນ​ອື່ນ ຂ້າ​​ໄກ່​ໂຕ​ຫນຶ່ງ​ແລ້ວ​ລ້າງ​​ໃຫ້ສະອາດ,​​ເອົາ​​ໄກ່​ຕົ້ມ​ໃສ່​ໃນ​ນ້ຳ​ຟົດ​​ແລ້ວປະມານ 15 ນາທີ ​ແລ້ວ​ເອົາ​ມາ​​​ແຊ່ໄວ້ຢູ່​ໃນ​ນ້ຳກ້ອນ,​ເຮັດ​ໃຫ້​ອຸນຫະພູມ​ໄ​ກ່ຫຼຸດລົງ​ຢ່າງ​ວ່ອງ​ໄວ,ສະ​ນັ້ນ ກິນ​ຊີ້ນ​ໄກ່​ແບບນີ້​ກໍ່​ຮູ້ສຶກວ່າ​ຊີ້ນ​ອ່ອນໆ​ແລະ​​ແຊບດີ,ຈາກ​ນັ້ນ,​​ເອົາ​​ຂີງມຸ່ນໆ ນ້ຳ​ຊິອິວ​ແລະ​​ເກືອ​​ປະສົມ​​ກັບໄກ່​ທີ່​ຕົ້ມ​ສຸກ​ແລ້ວ,ນີ້​ກໍ່ຈະ​ໄດ້​ຕົ້ມ​ຂະຫນານ​ແທ້​ຂອງ​ອາຫານກວາງຕຸ້ງ."

  ​  ອາຫານ​​ແຕ້​ຈິ​ວທີ່​ຕ່າງ​ກັນ​ກັບ​ອາຫານ​ກວາງ​ໂຈ່​ວ,ການປຸງ​ແຕ່ງອາຫານ​ນີ້ຕ້ອງ​​ເອົາ​ໃຈ​ໃສ່​ນຳ​ຝີ​ມື​ໃນ​ການ​ໃຊ້​ມີດແລະ​ຮູບ​ນອກ​ຂອງ​ອາຫານ,​ຈຸດ​ພິ​ເສດ​ທີ່​ສຸດ​ຂອງອາຫານ​ແຕ້ຈິ​ວ​ແມ່ນ​ອາຫານ​ທະ​ເລ ​ແກງ​ແ​ລະອາ​ຫານ​ຫວານ​,ມັກ​ໃຊ້​ເຄື່ອງປຸງ​​ຕ່າງໆ​​ເຊັ່ນ:ນ້ຳປາ ​ແຈ່ວ​ຊາ ​ແຈ່ວຫມາກ​ເຫມີຍ​ແລະ​ນ້ຳ​ສົ້ມ​​ແດງເປັນ​ຕົ້ນ.ອາຫານ​ຊົ່ວ​ເທົາທີ່​ມີ​ຊື່​ສຽງ​ກໍ່​ມີຕົ້ມ ອາຫານ​ຮູ້​ໂກ​ວະ​ເປັນ​ຕົ້ນ.ອາຫານ​ຕົ່ງ​ຈ່ຽງ​ໄດ້​ຮັບ​ການ​ຂະຫນານ​ນາມ​ວ່າເປັນ​ອາຫານ​ແຄະ, ອາຫານ​ຊະນິດ​ນີ້​ໄດ້​ຮັກສາລົດ​ຊາດ​ພາກ​​ກາງຂອງ​ຈີນ​ໄດ້​ຈຳນວນ​ຫນຶ່ງ,ອາຫານ​ສ່ວນ​ຫຼາຍ​ມັກ​ໃຊ້​ປະ​ເພດ​ຊີ້ນ,​​ໃຊ້​ນ້ຳມັນ​ຫຼາຍ​ແລະລົດ​ຊາດ​ເຄັມ​ຫນ້ອຍ​ຫນຶ່ງ,ອາຫານ​ທີ່​ເປັນ​ຕົວ​ແທນ​ນັ້ນ​ມີ​​ຕົ້ມໄກ່​​​ເອືອບ​ເກືອ ​​ເປັດ​ຮວງ​ຕ້າວ​ແລະ​ຊີ້ນ​ຫມູ​ທີ່​ດ​ອງດ້ວຍ​ຜັກ​ຊະນິດ​ຫນຶ່ງ​ເປັນ​ຕົ້ນ.

  ນອກຈາກ​ອາຫານ​ທາງ​ການຂອງ​ກວາງຕຸ້ງ​ແລ້ວ,ວັດທະນະທຳ​ການ​ດື່ມ​ນ້ຳ​ຊາ​ກໍ່​ແມ່ນ​ຈຸດ​ພິ​ເສດທີ່​ສຳຄັນ​ຂອງ​ວັດທະນະ​ທຳ​ອາຫານ​ກວາງຕຸ້ງ.ທີຈິງ​ແລ້ວ,ການ​ດື່ມ​ນ້ຳ​ຊາ​ກໍ່​ຄື​ກິນ​ເຂົ້າ,ຄົນ​ກວາງຕຸ້ງ​ດື່ມ​ນ້ຳ​ຊາ​ຕ້ອງ​ປະກອບມີ​ນ້ຳ​ຊາ ຂະຫນົມ ​ເຂົ້າປຽກ ​ຫມີ່​ ​ແປ້ງ​ແລະ​ອາຫານຂອງ​ແກ້ມຈຳນວນ​ຫນຶ່ງ.ຮ້ານ​ອາຫານ ​ໂຮງ​ແຮມ​ແລະ​ຮ້ານ​ນ້ຳ​ຊາ​ຕ່າງໆ​ລ້ວນ​ແຕ່ມີ​ອາຫານ​ເຊົ້າ ອາຫານ​ທ່ຽງ​ແລະ​ອາຫານ​ຄ່ຳ,ການ​ດື່ມ​ນ້ຳ​ຊາ​ກໍ່​ແມ່ນ​ເພື່ອທຸລະ​ກິດ,ຟັງ​ຂ່າວ​ກ່ຽວ​ກັບ​ການ​ຄ້າ​ແລະ​ພົບ​ພໍ້​ເພື່ອນ​ມິດ.

ຮ້ານ​​ນ້ຳ​ຊາ​ແຫ່ງ​ຫນຶ່ງ​ທີ່ຢູ່​ໃກ້​ສວນ​ຢິ້ວຊິ້ວຂອງ​ນະຄອນ​ກວາງ​ໂຈ່​ວທຸກໆຕອນ​ເຊົ້າ​​ກໍ່​ມີ​ແຂກປະຈຳ​ຈຳນວນ​ຫຼວງ​ຫຼາຍ​ຫຼັງ​ຈາກ​ທີ່ເຂົາ​ເຈົ້າ​ອອກກຳລັງ​ກາຍ​ແລ້ວ.ລຸງ​ອູ ຄົນ​ກວາງ​ໂຈ່​ວບອກ​ນັກ​ຂ່າວ​ວ່າ,ການ​ດື່ມ​ນ້ຳ​ຊາ​ໄດ້​ກາຍ​ເປັນ​ພາກສ່ວນ​ຫນຶ່ງທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດປະຈຳ​ວັນ​ຂອງ​ລາວ.​ລາວ​ເວົ້າ​ວ່າ:

 "ຂ້ອຍ​ມັກ​ດື່ມ​ນ້ຳ​ຊາດ​ອກ​ໄມ້,​ແຕ່​ລະ​ມື້​ກໍ່​ຊິນ​ເຄີຍ​ຕື່ນ​ແຕ່​ເຊົ້າ,ກ່ອນ 8 ​ໂມງ​ອອກກຳລັງ​ກາຍ,ຫຼັງ​ຈາກ8 ​ໂມງ​ແລ້ວ​ກໍ່​ໄປ​ດື່ມ​ນ້ຳ​ຊາ.ຖັດມາ​ກໍ່​ໄປ​ອ່ານ ຫນັງສື​ໃນສວນ​ອຸທິຍານ."

   ປະຊາຊົນ​ທັງ​ດື່ມ​ນ້ຳ​ຊາ ທັງ​ຊິ​ມຂະຫນົມ​ແບບ​ກວາງ​ຕຸ້ງ,ນີ້​ແມ່ນ​ເລື່ອງ​ທີ່​ສະບາຍ​ສະບາຍ.ຂະຫນົມ​ກວາງຕຸ້ງ​ມີ​ວັດ​ຖຸຈຳນວນ​ຫຼວງ​ຫຼາຍ,​ປຸງແຕ່ງ​ຂະຫນົມ​ຢ່າງ​ປານີດ​ແລະ​ມີ​ຫຼາຍ​ຢ່າງ​ຫຼາຍ​ແນວ,ມີ​ລົດ​ຊາດ​ຫວານ​ແລະ​​ເຄັມ,.ຂະຫນົມ​ຕ່າງໆ​ເຊັ່ນ:ກ້ຽວ​ກຸ້ງ ຂະຫນົມ​ທີ່​ຫນຶ້ງ​ດ້ວຍ​ເຜຶອກຫວານ,ຂະຫນົມ​ກ້ຽວ​ແລະ​ອື່ນໆ​ລ້ວນ​ແຕ່​​ພິຖີ​ພິຖັນ​ທາງ​ດ້ານສີ​ແລະ​ລົດ​ຊາດ,​ປຸງແຕ່ງຂະຫນົມ​ຢ່າງ​ຫຼວງຫຼາຍ,​ເຮັດ​ໃຫ້​ຄົນ​ກິນ​ຂະຫນົມ​ເຫຼົ່າ​ນີ້​ແລ້ວ​ຮູ້​ສຶກວ່າ​ຍັງ​ຢາກກິນ​ອີກ.

  ຄື​ກັນ​ກັບ​ການ​ດື່ມ​ນ້ຳ​ຊາ,ການ​ກິນ​ນ້ຳ​ແກງ​ກໍ່​ໄດ້​ກາຍ​ເປັນ​ເຄື່ອງຫມາຍ​ຂອງ​ວັດທະນະທຳ​ອາຫານ​ກວາງຕຸ້ງ.ມີ​ຄຳ​ສຸພາສິດ​ກວາງຕຸ້ງ​​ເວົ້າວ່າ: ບໍ່​ກິນ​ຜັກ​ກໍ່​ໄດ້ ​ແຕ່​ບໍ່​ກິນ​ນ້ຳ​ແກງ​ກໍ່​ບໍ່​ດີ​ເລີຍ.  ຕາມ​ເລົ່າ​ລື​ກັນ​ວ່າ,ການ​ທີ່ຄົນ​ກວາງຕຸ້ງກິນ​ນ້ຳ​​ແກງ​ແມ່ນ​ກ່ຽວ​ພັນ​ເຖິງ​ອາກາດ​ທ້ອງ​ຖິ່ນ​ທີ່​ຊຸ່ມ​ຮ້ອນ​.ກ່ອນ​ຄົນ​ກວາງຕຸ້ງກິນ​ເຂົ້າ,ລ້ວນ​ແຕ່​ຊິນ​ເຄີຍ​ກິນ​ນ້ຳແກງ.ອັນ​ນີ້​ສາມາດຊ່ອຍ​ເຫຼືອ​ຍ່ອຍ​ແລະຮັກສາ ບົດບາດ​ຂອງ​ລຳ​ໄສ້​ແລະ​ກະ​ເພາະ. ລົດ​ຊາດ​ແກງ​ຂອງ​ອາຫານ​ກວາງຕຸ້ງ​ຈືດຈາງ​ກວ່າ​,ພະຍາຍາມ​ປຸງແຕ່ງ​ແກງ​ທີ່​ສົດ​ແລະ​ຈາງ.ພ້ອມ​ກັນ​ນັ້ນ,​ປະ​ເພດ​ແກງ​ກໍ່​ມີ​ການ​ປ່ຽນ​ແປງ​ຕາມ​ລະດູ​ການ,​ໃນ​ລະດູ​ຮ້ອນ​ແລະ​ລະດູ​ໃບ​ໄມ້​ລົ່ນກໍ່​ມີ​ລົດ​ຊາດ​ຈາງ ​ໃນ​ລະດູ​ຫນາວ​ແລະ​ລະດູ​ໃບ​ໄມ້​ປົ່ງ​ກໍ່​ມີ​ລົດ​ຊາດ​ຂຸ້ນ.

ຢູ່​ແຂວງ​ກວາງ​ຕຸ້ງ,ການ​ປຸງແຕ່ງ​ແກງ​ແມ່ນ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​​ໄດ້ຮຽນ, ທ່ານ​ວາງ​ຊູ້​ນປົວ ​ເປັນ​ຄົນ​ກວາງ​ຕຸ້ງ,ພຽງ​ແຕ່​ມີ​​ເວລາ​ຫວ່າງ​ກໍ່ປຸງ​ແຕ່ງ​ແກງຢູ່​​ເຮືອນ​ໂລດ,ທ່ານ​ເຫັນ​ວ່າ,ຫມໍ້​ດິນ​ທີ່​ມີ​ຄຸນ​ນະພາ​ບດີ​ກໍ່​ແມ່ນ​ຂໍ​ກະ​ແຈ​ທີ່​ແຕ່ງ​ແກງ​ແຊບໆ.ທ່ານ​ເວົ້າ​ວ່າ:

ຕາມ​ທຳ​ມະ​ດາ,ຂ້ອຍ​ມັກ​​ປຸງແຕ່ງ​​ແກງ​ດ້ວຍ​ຫມໍ້​ດິນ,​ເພາະວ່າ​ຫມໍ້​ດິນ​ສາມາດ​​ເກັບຄວາມ​ຮ້ອນ,ມີ​ຜົນ​ດີ​ຕໍ່​ນ້ຳ​ແລະ​ອາຫານ​ທີ່​ປະສົມ​ເຂົ້າກັນ,​​ໃນ​ເວລາ​ປຸງແຕ່ງ​ແກງ,ຫມໍ້ດິນ​ຍິ່ງ​ເຮັດ​ໃຫ້​ທາດ​ບຳລຸງຂອງ​ອາຫານ​​​ປະສົມ​ກົມ​ກືນໃນ​ນ້ຳ,ລົດ​ຊາດ​ແກງ​ນີ້​ກໍ່​ສົດ​ຊື່​ແລະ​ແຊບ​ຫຼາຍ.
  ​ແກງ​ກະດຸກ​ຫມູທີ່​ໃສ່​ຜັກ​ກາດ​ນ້ຳ​ກໍ່​ແມ່ນ​ແກງ​ດັ້ງ​ເດີມ​ຂອງ​ກວາງຕຸ້ງ, ວິທີ​ການປຸງ​ແຕ່ງ​ກໍ່​ງ່າຍ​ໆ,ວັດຖຸ​ລວມມີ​ຜັກກາດ​ນ້ຳ ກະ​ຕູ​ກຫມູ ຫົວ​ກາ​ລົດ ​ແກ່ນ​ຫມາກ​ອາ​ມ້ອນ​ ຫມາກ​ກະທັນ​ແລະ​ຕ່ອນໆ​ຂີງ. ຫຼັງ​ຈາກ​ລ້າງ​ໃຫ້​ກະດູກສະອາດ​​ແລ້ວ ລວກ​ນ້ຳ​ຮ້ອນ ​ແລ້ວ​ເອົາ​ກະດູກ​ກັບ​ເຄື່ອງປຸງ​ອື່ນໆ​ລົງ​ໃນ​ຫມໍ້ດິນງ,​​ ໃຊ້​​ໄຟ​ແຮງ​ຕົ້ມ​ນ້ຳ​​ໃຫ້​ຟົດ,ຈາກ​ນັ້ນ​ໃຊ້​ໄຟ​ອ່ອນ​ຕົ້ມ​ເປັນ​ເວລາ​ສອງ​ຊົ່ວ​ໂມງ,​ ​ສຸດ​ທ້າຍ​ໃສ່​ເກືອ​ຫນ້ອຍ​ຫນຶ່ງ​ໃນ​ແກງ​ແລ້ວເປັນ​ແກງ​ທີ່​ມີ​ລົດ​ຊາດ​ສົດ​ແລະ​ມີ​ບົດບາດ​ທີ່​ສາມາດ​ບຳລຸງ​ປອດ​ແລະ​ແກ້​ໄອ.

ເອົາລະ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ລາຍ​ການ​ມື້​ນີ້​ກໍ່​ສິ້ນ​ສຸດ​ພຽງ​ເທົ່າ​ນີ້,​ ​ໃນ​ລາຍການ​ມື້​ນີ້​ມີ3ຄຳ​ຖາມ​ໃນ​ລາຍການ​ມື້​ນີ້ຄື​:
​ຄຳ​ຖາມ​ທີ​ຫນຶ່ງ​ແມ່ນອາຫານກວາງຕຸ້ງ​ຫຍັງ​ທີ່​ຖື​ອາຫານທ້ອງ​ຖິ່ນ​ໃດເປັນ​ຕົວ​ແທນ?
ຄຳ​ຖາມ​ທີ​ສອງ​: ​ຄົນ​ກວາງ​ຕຸ້ງຈະ​ກິນຂະຫນົມ​ຫຍັງ​ໃນ​ເວລາ​ດື່ມ​ນ້ຳ​ຊາ?
ຄຳ​ຖາມ​ທີ​ສາມ:ຄົນ​ກວາງຕຸ້ງ​ມັກ​ໃຊ້​ຫມໍ້​ຫຍັງ​ມາປຸງ​ແຕ່ງ​ແກງ?
ຂໍເຊີນ​​ທ່າ​ນຝາກ​ຈົດຫມາຍ​ຫຼື​ອີ​ເມ​ວ​ເພື່ອ​ເຂົ້າຮ່ວມ​ກິດຈະກຳ​ຮັບ​ລາງວັນ​ຂອງ​ພວກ​ເຮົາ,ຂໍ​ຂອບ​ໃຈ