ວັນທີ 27 ຕຸລານີ້,ຕາມຂ່າວຈາກບຸນໂຄສະນາສິນຄ້າສາກົນຈີນຄັ້ງທີ19ທີ່ໄຂຂຶ້ນຢູ່ນະຄອນທຽນສິນໄດ້ຊາບວ່າ,ນັບມາຮອດປັດຈຸບັນ,ບໍລິສັດໂຄສະນາສິນຄ້າຈີນມີ3ແສນແຫ່ງ,ມີຜູ້ເຮັດວຽກໃນດ້ານນີ້ເກືອບ2ລ້ານຄົນ,ຍອດມູນຄ່າທຸລະກິດການໂຄສະນາສິນຄ້າຕໍ່ປີຫຼາຍກວ່າ 300 ຕື້ຢວນ,ຂະໜາດຂອງຕະຫຼາດໂຄສະນາສິນຄ້າໃຫຍ່ກວ່າເຢຍລະມັນກາຍເປັນອັນດັບທີ3ໃນໂລກ,ຮອງຈາກອາເມລິກາແລະຍິ່ປຸ່ນ.
ທ່ານຈົວໂປຮວາ,ຫົວໜ້າກົມໃຫຍ່ຄຸ້ມຄອງບໍລິຫານອຸດສາຫະກຳການຄ້າແຫ່ງຊາດຈີນກ່າວວ່າ,ເສດຖະກິດສັງຄົມຂອງຈີນພັດທະນາດ້ວຍຄວາມໄວສູງໄດ້ສະໜອງກຳລັງແຮງກະຕຸ້ນພາຍໃນໃຫ້ແກ່ການພັດທະນາແບບຍືນຍົງຂອງຂະແໜງການໂຄສະນາສິນຄ້າ. ນັບແຕ່ປະຕິຮູບແລະເປີດປະຕູຕໍ່ພາຍນອກເປັນຕົ້ນມາ,ຍອດມູນຄ່າທຸລະກິດການໂຄສະນາສິນຄ້າທົ່ວປະເທດສະເລ່ຍຕໍ່ປີໄດ້ເພີ່ມຂຶ້ນ30%,ກາຍເປັນຂະແໜງການໜຶ່ງທີ່ພັດທະນາໄວກວ່າໝູ່. ແຕ່ກົງກັນຂ້າມ,ການພັດທະນາຂອງຂະແໜງການໂຄສະນາສິນຄ້າກໍກາຍເປັນກຳລັງຊຸກຍູ້ທີ່ຕັ້ງໜ້າຕໍ່ການຊີ້ນຳການບໍລິໂພກ,ເພີ່ມຄວາມຕ້ອງການພາຍໃນແລະຊຸກຍູ້ເສດຖະກິດໃຫ້ເຕີບໂຕຂຶ້ນ. ໃນໄລຍະໄຂກອງປະຊຸມໃຫຍ່ຄັ້ງທີ15,ຍອດມູນຄ່າທຸລະກິດການໂຄສະນາສິນຄ້າທົ່ວປະເທດເພີ່ມຂຶ້ນ1ຈຸດ,ມູນຄ່າເພີ່ມຂອງອຸດສາຫະກຳທີສອງເພີ່ມຂຶ້ນ1,62ຈຸດ,ອຸດສາຫະກຳທີສາມເພີ່ມຂຶ້ນ1,94ຈຸດ,ຍອດມູນຄ່າຂາຍຍ່ອຍເຄື່ອງບໍລິໂພກສັງຄົມເພີ່ມຂຶ້ນ1,6ຈຸດ.
ພ້ອມກັນນັ້ນ ທ່ານຈົວໂປຮວາຊີ້ອອກວ່າ,ປັດຈຸບັນ,ຍອດມູນຄ່າທຸລະກິດການໂຄສະນາສິນຄ້າຂອງຈີນກວມມາດຕາສ່ວນຂອງຍອດມູນຄ່າຜະລິດຕະພັນພາຍໃນຫຼືGDPຍັງຕ່ຳກວ່າລະດັບສະເລ່ຍຂອງໂລກ,ມາດຕາສ່ວນໃນຍອດມູນຄ່າເຄື່ອງບໍລິໂພກສັງຄົມບໍ່ຮອດເຄິ່ງໜຶ່ງຂອງລະດັບສະເລ່ຍຂອງປະເທດທີ່ພັດທະນາແລ້ວ,ຂະແໜງການໂຄສະນາບໍ່ຮອດລະດັບວິຊາການ,ບໍ່ເປັນກຸ່ມ,ບໍ່ເປັນແບບສາກົນ,ມີຊັບສິນທາງປັນຍາທີ່ເປັນເຈົ້າຕົນເອງໜ້ອຍ,ຄວາມສາມາດປະດິດສ້າງກໍຕ້ອງເພີ່ມທະວີຂຶ້ນ.
| © China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |