ໄຂກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ18 ຍຶດ​ໝັ້ນ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຈີນ​ຢ່າງ​​ເດັດ​ຂາດ

(GMT+08:00) 2012-11-08 09:07:42     cri

ຕອນ​ເຊົ້າວັນ​ທີ 8 ພະຈິກ​ນີ້, ກອງ​ປະຊຸມ​ໃຫຍ່ຜູ້​ແທນທົ່ວ​ປະ​ເທດຄັ້ງທີ 18 ​ຂອງພັກ​ກອມ​ມູນິດຈິນ​, ​ເຊິ່ງ​ເປັນ​ພັກກຳ​ອຳ​ນາດ​ຂອງ​ຈີນ ໄດ້​ຈັດ​ຂຶ້ນຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ທີ່​ນະຄອນຫຼວງປັກ​ກິ່ງ, ບັນດາຜູ້ນຳທີ່​ສຳຄັນ​ຂອງ​ພັກ​ກອມ​ມູນິດ​ຈີນ ​ແລະ ຜູ້​ແທນ​ພັກ​ເກືອບ 2300 ຄົນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມຄັ້ງນີ້.

ທ່ານ​ຮູ​ຈິນທາວ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ຕາງໜ້າ​​ໃຫ້ຄະນະ​ກຳມະການ​ສູນ​ກາງພັກ​ສະ​ໄໝ​ທີ 17 ຜ່ານ​ບົດ​ລາຍ​ງານ​ຕໍ່​ກອງ​ປະຊຸມ, ​ເພື່ອ​ມອບ​ໃຫ້​ຜູ້​ແທນ​ພັກ​ທຸກ​ຖ້ວນ​ໜ້າຄົ້ນຄວ້າພິຈາລະນາ. ​ໃນ​ບົດ​ລາ​ຍງານ​ດັ່ງ​ກ່າວ, ພັກ​ກອມ​ມູນິດ​ຈີນ​ກ່າວ​ວ່າ​ຈະ​ນຳພາ​ປະ​ເທດ​ຊາດ​ເດີນ​ໄປ​ຕາ​ມ​ເສັ້ນທາງ​ສັງຄົມ​ນິຍົມທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ຈີນ​ຢ່າງ​ໝັ້ນຄົງ​ແລະ​ເດັດຂາດ.


1 2